ວິທີປ້ອງກັນໄວຣັສ (RSV) ແນວໃດ ?

08/10/2024 07:52
Email Print 182
ຂປລ ປັດຈຸບັນພໍ່ແມ່ ຜູ້ປົກຄອງກໍາລັງກັງວົນ ແລະ ເຝົ້າລະວັງໄວຣັດ RSV( Respiratory Syncytial Virus).

          *ປັດຈຸບັນພໍ່ແມ່ ຜູ້ປົກຄອງກໍາລັງກັງວົນ ແລະ ເຝົ້າລະວັງໄວຣັດ RSV( Respiratory Syncytial Virus) ເພາະເປັນໄວຣັສຊະນິດໜຶ່ງທີ່ຕິດເຊື້ອທາງເດີນຫາຍໃຈ ເຊິ່ງມັກພົບຫລາຍທີ່ສຸດແມ່ນໃນເດັກນ້ອຍທີ່ອາຍຸນ້ອຍກວ່າ 3 ປີ ໂດຍໄວຣັສ RSV ສາມາດຕິດຕໍ່ໄດ້ຊ່ອງທາງການໄອ, ນ້ຳເມືອກ, ການຈາມ ແລະ ຂີ້ກະເທີ.

            ໂດຍອາການຂອງພະຍາດແມ່ນມີໄຂ້ສູງ, ຖອກທ້ອງຖ່າຍເປັນນໍ້າ, ເຈັບຄໍ, ຫາຍໃຈຫອບ, ລະບົບທາງເດີນຫາຍໃຈອັກເສບປອດ, ຫລອດລົມຝອຍ. ສໍາລັບການປິ່ນປົວສາມາດໃຫ້ຢາຕາມອາການຢ່າງເຊັ່ນ: ການໃຫ້ຢາຫລຸດໄຂ້, ການໃຫ້ຢາແກ້ໄອ, ການໃຫ້ຢາແກ້ເສມຫະ, ການດື່ມນ້ຳໃຫ້ພຽງພໍເພື່ອປ້ອງກັນພາວະການຂາດນ້ຳ, ເບິ່ງແຍງຮ່າງກາຍໃຫ້ອົບອຸ່ນ, ໃຫ້ດົມ 02 , ຮົມນໍ້າເກືອ/ Ventolin. ວິທີການປ້ອງກັນແມ່ນຫລີກລ່ຽງການສຳຜັດໃຫ້ຊິດກັບຜູ່ທີ່ມີອາການເຈັບ, ລ້າງມືຕະຫລອດດ້ວຍສະບູ ແລະ ນ້ຳສະອາດກ່ອນກິນເຂົ້າທຸກເທື່ອ, ສອນໃຫ້ເດັກລ້າງມືຢ່າງຖືກຕ້ອງຕາມສຸຂະອະນາໄມ, ຫລີກລ່ຽງການໄປສະຖານທີ່ແອອັດ, ຫລີກລ່ຽງການພາເດັກໄປບ່ອນຫລິ້ນຂອງເດັກນ້ອຍສາທາລະນະ, ຫລີກລ່ຽງຄວັນຢາສູບ ແລະ ຝຸ່ນຕ່າງໆ, ກິນອາຫານຍ່ອຍງ່າຍ ແລະ ກິນອາຫານໃຫ້ຄົບ 5 ໝູ່, ໃສ່ຜ້າປິດປາກທຸກເທື່ອທີ່ອອກຈາກບ້ານ, ຖ້າຕິດເຊື້ອ RSV ແລ້ວບໍ່ຄວນອອກຈາກບ້ານ ເພື່ອຫລຸດການແຜ່ກະຈາຍຂອງເຊື້ອ.

KPL

ຂ່າວອື່ນໆ

ads
ads

Top