ໝາກເຜັດມີຄຸນປະໂຫຍດແນວໃດ ?

20/09/2024 08:47
ຂປລ  ໝາກ​ເຜັດ ​ແມ່ນພືດຊະນິດໜຶ່ງທີ່​ແຕ່ລະ​ຄົວ​ເຮືອນ​ຕ້ອງ​ມີ​ຕິດ​ໄວ້ຕູ້​ເຢັນ​ແນ່​ນອນ.

  ໝາກ​ເຜັດ ​ແມ່ນພືດຊະນິດໜຶ່ງທີ່​ແຕ່ລະ​ຄົວ​ເຮືອນ​ຕ້ອງ​ມີ​ຕິດ​ໄວ້ຕູ້​ເຢັນ​ແນ່​ນອນ ​ເນື່ອງ​ຈາກ​ເປັນ​ວວັດຖຸດິບ​ທີ່​ສໍາຄັນ​ໃນ​ການ​ປຸ່ງ​ແຕ່ງອາຫານ​ໃຫ້​ມີ​ລົດ​ເຜັດ ​ເພື່ອ​ເພີ່ມ​ຄວາມ​ແຊບ​​ໃນ​ອາຫານແລ້ວ ແຕ່ລົດ​​ເຜັດ ຍັງ​ມີ​ຄຸນ​ປະ​ໂຫຍ​ດຕໍ່ສຸຂະພາບ​ ທີ່​ທ່າ​ນອາດ​ບໍ​່ຮູ້.ສະ​ນັ້ນ,ມື້​ນີ້ ຄໍ​ລໍາ​ສຶກສາ​ຫາ​ຄວາມ​ຮູ້ ໄດ້ນໍາ​ເອົາ ຄຸນ​ປະ​ໂຫຍ​ດຂອງໝາກ​ເຜັດ​ມາ​ແບ່ງປັນ​ເຊິ່ງມີ​ດັ່ງ​ນີ້:

- ໝາກເຜັດ ມີສັບພະຄຸນເຮັດໃຫ້ຫາຍໃຈສະດວກ ນັ້ນເປັນຍ້ອນລົດຊາດເຜັດ ແລະ ສານກໍ່ຄວາມຮ້ອນໃນໝາກເຜັດ ຈະຊ່ວຍຫລຸດປະລິມານນໍ້າມູກ ແລະ ສິ່ງກີດຂວາງໃນທາງເດີນລະບົບຫາຍໃຈ ເຮັດໃຫ້ດັງໂລ່ງ, ຫລຸດອາການຕັນດັງ.

- ເສີມສ້າງພູມຕ້ານທານພາຍໃນຮ່າງກາຍໃຫ້ແຂງແຮງຫລາຍຍິ່ງຂຶ້ນ.

- ປິ່ນປົວອາການເລືອດອອກຕາມເຟັນແຂ້ວ, ປ້ອງກັນອາການເລືອດດັງໄຫລ.

- ມີວິຕາມິນ ແລະ ເບຕ້າແຄໂຣທີນ ເຊິ່ງເປັນສານຕ້ານອະນຸມູນອິດສະລະ ເຊິ່ງຊ່ວຍບຳລຸງ ແລະ ປ້ອງກັນຄວາມສ່ຽງຂອງອາການຈໍປະສາດຕາເສື່ອມ.

- ຫລຸດຜ່ອນອາການອາຫານບໍ່ຍ່ອຍ, ໄລ່ລົມ ຫລື ແກດໃນກະເພາະອາຫານໄດ້.

- ຊ່ວຍໃຫ້ອາລົມດີ, ຜ່ອນຄາຍ, ຮູ້ສຶກສົດຊື່ນ ແລະ ມີຄວາມສຸກ ເພາະສານແຄັບໄຊຊິນໃນໝາກເຜັດກະຕຸ້ນໃຫ້ສະໝອງຫລັ່ງສານເອັນດໍຟິນອອກມານຳ.

- ລະລາຍເກັດເລືອດ ຫລື ເລືອດກ້າມໄດ້ ແລະ ຫລຸດຄວາມສ່ຽງໃນການເປັນພະຍາດຄວາມດັນເລືອດສູງ.

KPL

ຂ່າວອື່ນໆ

ads
ads

Top