ຄຸນປະໂຫຍດຂອງຜັກກະເດົາ ມີຫຍັງແນ ?

07/10/2024 16:04
Email Print 151
ຂປລ ບູຮານເຄີຍກ່າວໄວ້ວ່າ: ຫວານເປັນລົມ ຂົມເປັນຢາ, ອາຫານ ຫລື ຂອງບາງຢ່າງຂົມໆເຖິງວ່າຈະບໍ່ແຊບແຕ່ກໍມີປະໂຫຍດບໍ່ໜ້ອຍເຊັ່ນ.

*ບູຮານເຄີຍກ່າວໄວ້ວ່າ: ຫວານເປັນລົມ ຂົມເປັນຢາ, ອາຫານ ຫລື ຂອງບາງຢ່າງຂົມໆເຖິງວ່າຈະບໍ່ແຊບແຕ່ກໍມີປະໂຫຍດບໍ່ໜ້ອຍເຊັ່ນ: ຜັກກະເດົາ ຜັກສະໝຸນໄພທີ່ເຖິງຈະມີລົດຊາດທີ່ຂົມພຽງໃດແຕ່ກໍຍັງເປັນຂອງມັກຂອງຫລາຍໆຄົນ ໂດຍສະເພາະແມ່ນກິນກັບປົ່ນ, ແຈ່ວ, ລາບ ແລະ ອື່ນໆ ເມື່ອກິນພ້ອມກັນແລ້ວ ຈະຫລຸດຄວາມຂົມລົງຈົນເຫລືອແຕ່ຄວາມແຊບ ແລະ ຄຸນປະໂຫຍດທີ່ມາກັບຄວາມຂົມມີດັ່ງນີ້: ຄົນນິຍົມນຳດອກ ແລະ ຍອດຂອງຜັກກະເດົາມາປະກອບອາຫານ ເຊິ່ງໃຫ້ຄຸນຄ່າທາງໂພຊະນາການເຊັ່ນ: ໂປຣຕີນ, ຄາໂບໄຮເດຣຕ, ແຄນຊຽມ, ອາຊິດ, ເຫລັກ, ເສັ້ນໃຍ, ເບຕ້າແຄໂຣທີນ, ວິຕາມິນເອ, ວິຕາມິນບີ 1, ບີ2 , ວິຕາມິນເຊ ແລະ ໄນອາຊິນສ່ວນສັບພະຄຸນດ້ານຢາສະໝຸນໄພນັ້ນ ແມ່ນຊ່ວຍບຳລຸງທາດໄຟ.

ສ້າງພູມຄຸ້ມກັນແກ່ຮ່າງກາຍ ແລະ ແກ້ໄຂ້, ລົດຊາດທີ່ຂົມຂອງຜັກກະເດົາຍັງຊ່ວຍ​​ໄລ່ນ້ຳບີ​​ລົງສູ່ລຳໄສ້ຫລາຍຂຶ້ນເຮັດໃຫ້ຮ່າງ ກາຍເກີດຄວາມຢາກອາຫານ, ຊ່ວຍຍ່ອຍອາຫານ ແລະ ເຮັດໃຫ້ນອນຫລັບສະບາຍອີກດ້ວຍ.  ນອກຈາກນີ້ ຜັກກະເດົາ ຍັງມີປະໂຫຍດໃນດ້ານອື່ນໆເຊັ່ນ: ເປັນສານທຳມະຊາດທີ່ໃຊ້ກຳຈັດແມງໄມ້ຢ່າງໄດ້ຜົນ ແລະ ຄົນບູຮານ ຍັງເຊື່ອວ່າຜັກກະເດົາເປັນໄມ້ມຸງຄຸນ ນິຍົມປູກໄວ້ທາງທິດຕາເວັນຕົກສຽງໃຕ້ ໂດຍເຊື່ອກັນວ່າຈະຊ່ວຍປ້ອງກັນ​​ພະຍາດຮ້າຍຕ່າງໆໄດ້ອີກດ້ວຍ.  

KPL

ຂ່າວອື່ນໆ

ads
ads

Top