ຄວນປ້ອງກັນພະຍາດອາເອັສວີ (RSV) ໃຫ້ຢູ່ຫ່າງຈາກເຮົາແນວໃດ ?

14/11/2024 12:25
Email Print 4007
ຂປລ ການຕິດເຊື້ອ RSV ເເມ່ນຈະມີ ອາການຄ້າຍຄືກັນກັບການເປັນ ຫວັດທົ່ວໄປ, ແຕ່ໃນບາງກໍລະນີ ໂດຍພິເສດສະເພາະໃນເດັກນ້ອຍເເລ້ວ

*** ຕໍ່ຈາກສະບັບກ່ອນ ***  

ການຕິດເຊື້ອ RSV ເເມ່ນຈະມີ ອາການຄ້າຍຄືກັນກັບການເປັນ ຫວັດທົ່ວໄປ, ແຕ່ໃນບາງກໍລະນີ ໂດຍພິເສດສະເພາະໃນເດັກນ້ອຍ ເເລ້ວ ອາດຈະມີອາການຮຸນແຮງ ຫລາຍຂຶ້ນ ເເລະ ນີ້ກໍຄືຂໍ້ຄວນສັງເກດອາການຕິດເຊື້ອ RSV ເຊິ່ງ ຈະມີອາການເຫລົ່ານີ້ຄື:

1. ອາການຄືຫວັດ: ນ້ຳມູກໄຫລ , ໄອ, ເຈັບຄໍ, ຈາມ ແລະ ມີໄຂ້ຕໍ່າ 2. ຫາຍໃຈລຳບາກ: ຫາຍໃຈສຽງ ດັງ, ຫາຍໃຈໄວ ຫລື ຫາຍໃຈແຮງຈົນໜ້າອົກຍຸບລົງເມື່ອຫາຍໃຈເຂົ້າ 3. ໄອໜັກ: ໄອຕໍ່ເນື່ອງ ຫລື ຮຸນແຮງອາດມີຂີ້ກະເທີປະສົມນຳ 4. ບັນຫາການກິນ ແລະ ດື່ມ: ເບື່ອອາຫານ, ບໍ່ຍອມກິນ ຫລື ດື່ມນົມ ແລະ ນ້ຳໜັກຫລຸດລົງ 5. ຄວາມອິດເມື່ອຍ ແລະ ເສົ້າຊືມ: ເດັກອາດມີອາການເສົ້າຊືມ ຫລື ຢາກນອນຜິດປົກກະຕິ 6. ຜິວຈືດ ຫລື ຂຽວ: ໂດຍສະເພາະເເມ່ນຮິມປາກ ແລະ ເລັບມື ຖ້າຫາກອອກຊິເຈນບໍ່ພຽງພໍສ່ວນໃນຜູ້ໃຫຍ່ ຫລື ເດັກນ້ອຍ ທີ່ໃຫຍ່ພໍປະມານເເລ້ວ ອາການມັກຈະບໍ່ຮຸນແຮງຫລາຍ, ແຕ່ສຳລັບເດັກເກີດໃໝ່ ໂດຍສະເພາະເດັກທີ່ເກີດກ່ອນກຳນົດ ຫລື ມີພະຍາດປະຈຳຕົວ ເເມ່ນຄວນເຂົ້າພົບແພດທັນທີຖ້າມີອາການເຫລົ່ານີ້.

ໃນປັດຈຸບັນນີ້, RSV ເເມ່ນຈະບໍ່ມີຢາປິ່ນປົວໂດຍສະເພາະເເຕ່ຈະປິ່ນປົວຕາມອາການ ແລະ ເພື່ອປ້ອງ ກັນການຕິດເຊື້ອ RSV ຄວນປະຕິ ບັດດັ່ງນີ້:

1. ລ້າງມືເລື້ອຍໆ: ລ້າງມືໃຫ້ສະອາດດ້ວຍສະບູ ແລະ ເຈວລ້າງ (RSV) ມືທີ່ມີສານເຫລົ້າ. 2. ຫລີກເວັ້ນການສໍາຜັດໃບໜ້າ: RSV ສາມາດເຂົ້າໄປໃນຮ່າງກາຍຜ່ານຕາ, ດັງ, ແລະ ປາກ. ດັ່ງນັ້ນ, ພະຍາຍາມຫລີກເວັ້ນການ ສໍາຜັດໃບໜ້າ. 3. ອັດປາກໃນເວລາໄອ ແລະ ຈາມ: ໃຊ້ຜ້າອັດດັງ ຫລື ປິດປາກໃນເວລາໄອ-ຈາມ. 4. ຫລີກລ່ຽງການສຳພັດກັບຄົນເຈັບ: ຫລີກລ່ຽງການສຳຜັດໃກ້ຄົນທີ່ມີອາການເປັນຫວັດ ຫລື ໄຂ້ຫວັດ, ໂດຍສະເພາະເດັກ ອ່ອນ, ຜູ້ອາຍຸສູງ ແລະ ຜູ້ທີ່ມີພູມຕ້ານທານຕ່ຳ.

ທ່ານ ດຣ ວິລະພອນ ໄຜ່ມະນີ ເເພດຜູ້ຊ່ຽວຊານເດັກ, ຫົວໜ້າພະເເນກຟື້ນຟູຊີບໂຮງໝໍເດັກໄດ້ກ່າວວ່າ: RSV ເປັນພະຍາດທີ່ມີມາ ເເຕ່ດົນເເລ້ວ ເເລະ ເປັນພະຍາດທີ່ປິ່ນປົວໃຫ້ເຊົາຂາດໄດ້ ເຊິ່ງອັດຕາສ່ວນການເສຍຊີວິດນັ້ນເເມ່ນມີໜ້ອຍຫລາຍ, ໃນປັດຈຸບັນນີ້ ກໍຍັງບໍ່ທັນມີວັກຊິນປ້ອງກັນ RSV ເທື່ອ ເເລະ ເພື່ອເປັນການປ້ອງກັນການຕິດເຊື້ອ RSV ນັ້ນ ວິທີປ້ອງກັນ ທີ່ດີທີ່ສຸດກໍຈະເເມ່ນການລ້າງມືຢູ່ເລື້ອຍໆ, ຫລີກລ່ຽງການຢູ່ໃກ້ຄົນ ທີ່ຢູ່ບໍ່ສະບາຍ ຫລື ບໍ່ໄປສະຖານທີ່ເເອອັດ ເເລະ ຝາກເຖິງພໍ່ເເມ່ຜູ້ປົກຄອງຜູ້ທີ່ເບິ່ງເເຍງດູເເລລູກຜູ້ຕິດເຊື້ອ RSV ຕ້ອງໄດ້ລ້າງມືໃສ່ສະບູທຸກໆຄັ້ງຫລັງຈາກທີ່ມີການສຳຜັດ ເເລະ ຖ້າຫາກວ່າລູກຫລານຂອງທ່ານມີອາການດັ່ງກ່າວນີ້ ເເມ່ນຄວນເຂົ້າ ພົບເເພດຢູ່ໂຮງໝໍໂດຍດ່ວນ ເພື່ອຮັບການປິ່ນປົວ.

ນອກຈາກນັ້ນ, ເມື່ອບໍ່ດົນມານີ້ກໍເຫັນໄດ້ຈາກຜູ້ນຳໃຊ້ Face-book ຄົນໜຶ່ງທີ່ໄດ້ມາບອກເລົ່າ ປະສົບການທີ່ລູກຂອງຕົນໄດ້ຕິດເຊື້ອພະຍາດ RSV ແລະ ເພິ່ນກໍຍັງໄດ້ບອກເຕືອນຜູ້ທີ່ມີລູກນ້ອຍເອົາໄວ້ວ່າ: ເວລາອອກໄປນອກບ້ານມາ ຄວນທຳຄວາມສະອາດຮ່າງກາຍຂອງຕົວເອງໃຫ້ສະອາດກ່ອນໄປສຳຜັດເດັກນ້ອຍ, ບໍ່ຄວນກອດ ຫລື ຫອມເເກ້ມ, ບໍ່ຄວນດົມລູກຖ້າຫາກ ຄົນຢູ່ເຮືອນມີຜູ້ໃດທີ່ເປັນຫວັດເປັນໄອ ແມ່ນບໍ່ໃຫ້ເຂົ້າໃກ້ລູກ ເເລະ ຄວນລ້າງມືໃສ່ເຈວຕະຫລອດຍາມສຳພັດລູກ ເພາະເຊື້ອພະຍາດດັ່ງກ່າວ ນີ້ອັນຕະລາຍຫລາຍ.

ສະນັ້ນ, ຈຶ່ງເຫັນໄດ້ວ່າເຊື້ອພະຍາດ RSV ນີ້ ຢູ່ໃກ້ຕົວເຮົາຫລາຍກວ່າທີ່ຄິດ ເເລະ ຢາກຝາກເຖິງພໍ່ເເມ່ ຜູ້ປົກຄອງຂອງເດັກນ້ອຍ ໃຫ້ເອົາໃຈໃສ່ເບິ່ງເເຍງໃນເລື່ອງສຸຂະພາບຮ່າງກາຍ ພ້ອມທັງຈິດໃຈຂອງເຂົາເຈົ້າຕື່ມ ເພື່ອເປັນການປ້ອງກັນລູກຫລານຂອງທ່ານໃຫ້ຫ່າງໄກ ເເລະ ປອດໄພຈາກພະຍາດດັ່ງກ່າວນີ້.

KPL

ຂ່າວອື່ນໆ

    • ສປປ ລາວ ກະກຽມຄວາມພ້ອມກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31ສຸຂະພາບ

      ສປປ ລາວ ກະກຽມຄວາມພ້ອມກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31

      10/26/2026 11:15:24 AM

      ກົມສິ່ງແວດລ້ອມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບສະຖາບັນການເຕີບໂຕສີຂຽວໂລກ (GGGI) ແລະ ອົງການພັດທະນາແຫ່ງສະຫະປະຊາຊາດ (ສປຊ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຈັດສຳມະນາກະກຽມຄະນະຜູ້ແທນ ສປປ ລາວ ກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາຂອບວຽກສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 (COP31) ເພື່ອປະສານບຸລິມະສິດ ແລະ ກຳນົດຈຸດຢືນຂອງຊາດໃຫ້ມີຄວາມຊັດເຈນ ແລະ ເປັນເອກະພາບ ໂດຍມີ ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ນາງ ອາຍຊານີ ເມດາກັງໂກດາ ລາເບ ຜູ້ຕາງໜ້າ ສປຊ ປະຈຳ ສປປ ລາວ, ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຕວັກກີ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ຜູ້ຕາງໜ້າສະຖາບັນເຕີບໂຕສີຂຽວສາກົນ (GGGI) ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ, ສະຖານທູດ, ອົງການສາກົນ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ.

    • ວິທີປ້ອງກັນໄວຣັສ (RSV) ແນວໃດ ?ສຸຂະພາບ

      ວິທີປ້ອງກັນໄວຣັສ (RSV) ແນວໃດ ?

      10/8/2024 7:52:54 AM

      ປັດຈຸບັນພໍ່ແມ່ ຜູ້ປົກຄອງກໍາລັງກັງວົນ ແລະ ເຝົ້າລະວັງໄວຣັດ RSV( Respiratory Syncytial Virus).

    • ຄຸນປະໂຫຍດຂອງຜັກກະເດົາ ມີຫຍັງແນ ? ສຸຂະພາບ

      ຄຸນປະໂຫຍດຂອງຜັກກະເດົາ ມີຫຍັງແນ ?

      10/7/2024 4:04:02 PM

      ບູຮານເຄີຍກ່າວໄວ້ວ່າ: ຫວານເປັນລົມ ຂົມເປັນຢາ, ອາຫານ ຫລື ຂອງບາງຢ່າງຂົມໆເຖິງວ່າຈະບໍ່ແຊບແຕ່ກໍມີປະໂຫຍດບໍ່ໜ້ອຍເຊັ່ນ.

    • ໝາກເຜັດມີຄຸນປະໂຫຍດແນວໃດ ? ສຸຂະພາບ

      ໝາກເຜັດມີຄຸນປະໂຫຍດແນວໃດ ?

      9/20/2024 8:47:18 AM

       ໝາກ​ເຜັດ ​ແມ່ນພືດຊະນິດໜຶ່ງທີ່​ແຕ່ລະ​ຄົວ​ເຮືອນ​ຕ້ອງ​ມີ​ຕິດ​ໄວ້ຕູ້​ເຢັນ​ແນ່​ນອນ.

    • ຜັກຄາວທອງ ມີຄຸນປະໂຫຍດຫລາຍ ບໍ່ຄວນເບິ່ງຂ້າມສຸຂະພາບ

      ຜັກຄາວທອງ ມີຄຸນປະໂຫຍດຫລາຍ ບໍ່ຄວນເບິ່ງຂ້າມ

      9/18/2024 8:44:20 AM

      ຜັກຄາວທອງເປັນພືດທີ່ປູກ ງ່າຍໃຫຍ່ໄວໂດຍສ່ວນໃຫຍ່ຈະມັກ ຢູ່ບ່ອນປຽກຊຸ່ມ ເຊິ່ງເປັນຜັກທີ່ປະຊາຊົນນິຍົມກັນປູກໄວ້ຕາມບ້ານ, ເຮືອນ, ຮົ້ວ, ສວນ ທີ່ມີຄວາມຊຸ່ມຊື່ນ.

ads
ads

Top