ຄຳ ໝາກ-ມາກ, ໝາດ-ມາດ, ໝີດ-ມີດ ໃນພາສາລາວ

05/09/2024 12:19
Email Print 413
ຂປລ ຄໍາ: ໝາກ ເປັນຄໍານາມ ໝາຍເຖິງຊື່ຕົ້ນໄມ້ແນວໜຶ່ງ ຕົ້ນຊື່ ບໍ່ມີແກນ ບໍ່ມີງ່າ ເປັນພວກຕົ້ນພ້າວ, ມີໝາກໜ່ວຍມົນ ເປັນພົ້ວ ໃຊ້ຄ້ຽວກັບພູກັບສີສຽດ...ຄໍາວ່າ ໝາກ ຍັງໝາຍເຖິງໜ່ວຍ, ຜົນ, ຜົນໄມ້ທຸກຊະນິດເອີ້ນ “ໝາກ” ເຊັ່ນ: ໝາກມີ້, ໝາກຂາມ, ໝາກມ່ວງ, ໝາກອຶ, ໝາກໂຕ່ນ...

     *ຄໍາ: ໝາກ ເປັນຄໍານາມ ໝາຍເຖິງຊື່ຕົ້ນໄມ້ແນວໜຶ່ງ ຕົ້ນຊື່ ບໍ່ມີແກນ ບໍ່ມີງ່າ ເປັນພວກຕົ້ນພ້າວ, ມີໝາກໜ່ວຍມົນ ເປັນພົ້ວ ໃຊ້ຄ້ຽວກັບພູກັບສີສຽດ...ຄໍາວ່າ ໝາກ ຍັງໝາຍເຖິງໜ່ວຍ, ຜົນ, ຜົນໄມ້ທຸກຊະນິດເອີ້ນ “ໝາກ” ເຊັ່ນ: ໝາກມີ້, ໝາກຂາມ, ໝາກມ່ວງ, ໝາກອຶ, ໝາກໂຕ່ນ...ນອກນັ້ນ ຍັງມີຄໍາສັບສອງພະຍາງຊຸມໜຶ່ງ ມີຄໍາວ່າໝາກເປັນພະຍາງຕົ້ນ ແລະ ຫລັງ ໂດຍມີຄວາມໝາຍແຕກຕ່າງກັນໄປ ເຊັ່ນ: ໝາກທີ່ເປັນຊື່ເຄື່ອງຫລິ້ນການພະນັນບູຮານ ໝາກຮຸກ, ໝາກຊະກາ, ໝາກເບ້ຍ, ໝາກອີເຕົ໋າ; ໝາກກ້າ ເປັນຄໍານາມ ໝາຍເຖິງ ກ້າທີ່ບໍ່ໄດ້ຫລົກໄປດໍາ, ຖືກປະໃຫ້ຖອກແກ່ ເປັນເຂ້ົາຢູ່ກັບຕາກ້າ ເອ້ີນ ເຂ້ົາໝາກກ້າ; ໝາກເກັບ ເປັນຄໍານາມ ໝາຍເຖິງ ຊື່ການຫລິ້ນຂອງເດັກນ້ອຍຢ່າງໜຶ່ງ ໃຊ້ກ້ອນຫີນນ້ອຍ ຫລື ຫ້ອຍ 9 ຫລື 7 ໜ່ວຍ ໂຍນຂຶ້ນແລ້ວເກັບເອົາເທື່ອລະໜ່ວຍ,  ໝາກເກັບຫອຍກໍ່ວ່າ; ໝາກຂ່າງ ເປັນຄໍານາມ ໝາຍເຖິງ ຊື່ຕົ້ນໄມ້ແນວໜຶ່ງ ເອີ້ນຕົ້ນໝາກຂ່າງ, ອີກແນວໜຶ່ງເປັນເຄື່ອງຫລິ້ນຂອງເດັກ ແລະ ຜູ້ໃຫຍ່ ເຊ່ິງສ່ວນຫລາຍແມ່ນພວກຜູ້ຊາຍເຮັດດ້ວຍໄມ້ ໜ່ວຍລັກສະນະກົມສ້ວຍ ແຫລມມີເດືອຍ, ມີທັງແບບມີຫອນ ແລະ ບໍ່ມີຫອນ, ຫລາຍປີມານີ້ ການຫລິ້ນໝາກຂ່າງກາຍເປັນກິລາພ້ືນ ເມືອງລະດັບຊາດ. ໝາກຈົກ ຫລື ຈົກ  ໝາຍເຖິງ ເຄື່ອງມືສໍາລັບຂຸດດິນ ແລະ  ສັບດິນ ເຮັດດ້ວຍເຫລັກ; ໝາກສົບໄຖ  ໝາຍເຖິງ ເຫລັກ ຫລື ຂາງ ຫລໍ່ເປັນ ຮູບແປໆ ປາຍແຫລມ-ຄົມ ເອົາ ສຸບເຂ້ົາຫົວໄຖ ເພ່ືອໄຖນາ...ຄໍາສອງ ພະຍາງ ທີ່ມີພະຍາງຕົ້ນເປັນ “ໝາກ”  ຍັງມີອີກຫລາຍ, ມີໂອກາດຈະນໍາມາທົບທວນນໍາກັນອີກເທື່ອໜຶ່ງ.

     ມາກ ເປັນຄໍາຄຸນນາມ ຫລື ຄໍາວິເສດ ໝາຍເຖິງຫລາຍ. ຄໍານີ້ ຍັງເປັນຄໍາພະຍາງໜ້າ ແລະ ຫລັງ ຂອງຄໍາສອງພະຍາງຈໍານວນໜຶ່ງ ເຊັ່ນ: ມາກມາຍ, ນໍ້າມາກ ໝາຍເຖິງນ້ໍາຫລາຍ ຫລື ນໍ້ານອງ, ມາກມີ ໝາຍເຖິງ ມີຫລາຍແນວ ແລະ ອື່ນໆ.

     ໝາດ ເປັນຄໍາຄຸນນາມໝາຍເຖິງ  ເກືອບ, ໃກ້, ເກືອບຈະແຫ້ງ, ໃຫ້ຈະແຫ້ງ, ຜ້າຕາກໃຫ້ເກືອບແຫ້ງ ເອີ້ນຜ້າໝາດ, ຕົ້ນໄມ້ເກືອບຕາຍ ເອ້ີນໄມ້ຕາຍໝາດ. ໝາດ ເປັນຄໍາກໍາມະ ໝາຍເຖິງເຊັດມີດແຖໃສ່ມື ຫລື ໃສ່ຜ້າແຮງໆເພື່ອໃຫ້ມີດເຂົ້າ ຫລື ຄົມດີ ເອີ້ນໝາດມີດແຖ; ໝາດ ເຮັດໜ້າທີ່ເປັນຄໍານາມ ໝາຍເຖິງພະຍາດແນວໜຶ່ງ ມັກເກີດໃນຜູ້ຍິງ ເຮັດໃຫ້ລະດູມາບໍ່ປົກກະຕິ ຫລື ສີແດງກາຍເປັນຂາວ ເອີ້ນພະຍາດ ຫລື ໂລກ ໝາດຂາວ, ລົງຂາວ ຫລື ຕົກຂາວກໍ່ວ່າ; ນອກນັ້ນ ຄໍານີ້ຍັງໝາຍເຖິງຊື່ໄມ້ ຫລື ເຫລັກແຫລມ ສໍາລັບຮ້ອຍປາ ເອ້ີນໄມ້ໝາດ  ຫລື ໃຊ້ຮ້ອຍກົບ-ຂຽດ ກໍ່ໄດ້, ເອີ້ນໄມ້ ຮ້ອຍໄມ້ຮວາດກໍ່ວ່າ.

     ມາດ ເປັນຄໍານາມ ໝາຍເຖິງທາດຢ່າງໜຶ່ງ ມີສີເຫລືອງກິ່ນເໝັນ ໃຊ້ເຮັດຢາ ຫລື ປະສົມເປັນໝື້ປືນ;  ເປັນຄໍາກໍາມະ ໝາຍເຖິງກໍານົດ, ກະ,  ປະມານ, ບອກ (ມັກພົບໃນໜັງສືບູຮານ ຫລື ຄໍາຜະຫຍາ ດັ່ງວ່າແມ່ ເຈົ້າມາດຄ່າກວ້າງ ຊ້າງສີ່ຄວາຍສາມ...); ເປັນຄໍານາມ ເຄົ້າມາຈາກພາສາປາລີ-ສັນສະກິດ ໝາຍເຖິງຄໍໍາ, ເດືອນ, ໝາກຖົ່ວ. ນອກນັ້ນ ເຮົາຍັງມີຄໍາສັບທີ່ມີຄໍາວ່າ “ມາດ”  ເປັນພະຍາງໜ້າຂອງຄໍາສອງພະຍາງ ເຊັ່ນ: ມາດຕາ ເປັນຄໍານາມ ມີເຄົ້າມາຈາກພາສາປາລີ-ສັນສະກິດ, ມີຄວາມໝາຍປະມານ, ແມ່ນວ່າ,  ເຄື່ອງວັດແທກ...ບໍ່ໝາດ ໝາຍເຖິງແຫລ່ງຢູ່ຂອງມາດ ເຊິ່ງມີການຂຸດຄົ້ນ; ໝາກມາດ ເປັນຕົ້ນໄມ້ແນວໜຶ່ງມີໝາກນ້ອຍໆ ເປັນພົ້ວ ມີກິ່ນຫອມ ໃຊ້ປະສົມອາຫານຄ້າຍຄື ກັບໝາກແຄ່ນ;  ມຸ່ງມາດໝາຍເຖິງໝາຍ, ປະສົງ, ປອງ, ຕັ້ງໃຈໄວ້...ຄໍາໝີດ ເປັນຄໍານາມ ໝາຍເຖິງສ່ວນຜົມ ທີ່ເປັນລັກສະນະແຖວລົງມາຈາກຫົວ ຢູ່ລະວ່າງກາງຕາ ແລະ ຫູ ເອ້ີນໝີດຜົມ, ສ່ວນຫົວເຂດນ້ັນ ກ່ໍເອີ້ນວ່າ ໝີດຂະໝັບ.

     ມີດ ເປັນຄໍານາມ ໝາຍເຖິງເຄື່ອງມືເຮັດດ້ວຍເຫລັກ, ມີຄົມ, ໃຊ້ສໍາລັບຟັນ, ຜ່າ, ຈັກ, ເຫລົາ, ຕັດ... ມີດ ມີຫລາຍຢ່າງ ເຊັ່ນມີດແຖ, ມີດ ມີຟັກໃຊ້ແລ້ວພັບໄວ້ ເອີ້ນມີດພັບ, ມີດສໍາລັບແຖຫົວ, ແຖໜວດ...ເອີ້ນ ມີດແຖ ແລະ ມີດອື່ນໆ.

   ທີ່ຍົກຂຶ້ນມາ ແມ່ນເພື່ອບໍ່ໃຫ້ຫລົງກັນ ໃນການຂຽນເພາະພະຍັນສອງຕົວ ໝ ແລະ ມ ມີສຽງໃຫ້ກັນທີ່ສຸດ, ຄໍາທີ່ຍົກຂຶ້ນບໍ່ສາມາດສະກົດ ໂດຍໃຊ້ພະຍັນຊະນະສອງຕົວແທນກັນໄດ້.ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ.

ຮິບໂຮມໂດຍ : ພະກາຮິບໂຮມໂດຍ : ພະກາ

KPL

ຂ່າວອື່ນໆ

ads
ads

Top