ຜົນເສຍຈາກຄອມພິວເຕີ ແລະ ມືຖື

22/08/2024 22:35
Email Print 274
ຂປລ ການນັ່ງເຮັດວຽກຢູ່ຕໍ່ໜ້າຄອມພິວເຕີ ຫລື ຈັບຈ້ອງຢູ່ໜ້າຈໍໂທລະສັບ, ແທັບເລັດ ແລະ ອື່ນໆ ອາດສົ່ງຜົນສະທ້ອນ ເຮັດໃຫ້ສາຍຕາເສື່ອມໂຊມ.

          ການນັ່ງເຮັດວຽກຢູ່ຕໍ່ໜ້າຄອມພິວເຕີ ຫລື ຈັບຈ້ອງຢູ່ໜ້າຈໍໂທລະສັບ, ແທັບເລັດ ແລະ ອື່ນໆ ອາດສົ່ງຜົນສະທ້ອນ ເຮັດໃຫ້ສາຍຕາເສື່ອມໂຊມເຊັ່ນ: ອາການປວດຮອບດວງຕາ, ເຈັບຫົວ, ຕາແຫ້ງ ແລະ ອື່ນໆ ຖ້າປະປ່ອຍໄວ້ນອກຈາກຈະເຮັດໃຫ້ປະສິດທິພາບການເຮັດວຽກຂອງດວງຕາຫລຸດລົງ ແລ້ວຍັງສົ່ງສະທ້ອນຕໍ່ສຸຂະພາບດວງຕາໃນໄລຍະຍາວ ດັ່ງນັ້ນ, ຄໍລໍາສຶກສາຫາຄວາມຮູ້ຈະພາມາຮູ້ຈັກກັບພະຍາດທາງສາຍຕາຈາກການນໍາໃຊ້ຄອມພິວເຕີ ແລະ ວິທີປ້ອງກັນວ່າຄວນເຮັດແນວໃດ.

            ພະຍາດຄອມພິວເຕີ Compu-ter Vision Syndrome (cvs) ເປັນກຸ່ມຂອງອາການທາງຕາ ແລະ ເບິ່ງເຫັນທີ່ມີຜົນ ມາຈາກການໃຊ້ຄອມພິວເຕີ ຕິດຕໍ່ກັນເປັນເວລາດົນ ເຊິ່ງຈະເຮັດໃຫ້ຄວາມຮຸນແຮງຂອງອາການ ເພີ່ມຂຶ້ນຕາມໄລຍະເວລາການນໍາໃຊ້ວຽກຄວາມຈິງແລ້ວ ເວລາເຮັດວຽກກັບຄອວພິວເຕີນັ້ນດວງຕາຂອງຄົນເຮົາ ຈະຖືກໃຊ້ວຽກແຕກຕ່າງຈາກການອ່ານຕົວອັກສອນຕາມໜ້າເຈ້ຍ ບໍ່ວ່າຈະເປັນໄລຍະການເບິ່ງເຫັນ ຫລື ມູມທີ່ຕ້ອງກົ້ມເວລາອ່ານ ແລະ ຫລາຍເທື່ອພົບວ່າຕົວອັກສອນ ຢູ່ໜ້າຈໍຄອມພິວເຕີນັ້ນມີຄວາມຈະແຈ້ງບໍ່ພຽງພໍ ລວມທັງຄວາມເຂັ້ມຄວາມແຈ້ງຂອງໜ້າຈໍທີ່ຖຶກປັບຕັ້ງໄວ້ທີ່ເໝາະສົມ ຕອນເຮັດວຽກ ປັດໄຈເຫລົ່ານີ້ ລ້ວນແຕ່ເຮັດໃຫ້ເຮົາຕ້ອງໃຊ້ສາຍຕາຫລາຍກວ່າປົກກະຕິ ແລະ ສົ່ງຜົນເຮັດໃຫ້ເກີດຄວາມອິດເມື່ອຍ, ອ່ອນ ເພຍຈາກການເຮັດວຽກດັ່ງກ່າວ ເປັນໄລຍະເວລາດົນ ເຊິ່ງພົບວ່າຜູ້ທີ່ໃຊ້ຄອມພິວເຕີຕິດຕໍ່ກັນເກີນ 2 ຊົ່ວໂມງຈະມີຄວາມສ່ຽງເປັນ Computer Vision Syndrome ໄດ້ສູງ ເຊິ່ງສາເຫດເກີດມາຈາກຫລາຍປັດໄຈເຊັ່ນ: ພາວະແສງໃນເວລາເຮັດວຽກບໍ່ພຽງພໍ, ແສງສະທ້ອນຈາກໜ້າຈໍຄອມພິວເຕີ, ຕໍາແໜ່ງຂອງໜ້າຈໍຄອມພິວເຕີ ຫລື ການຈັດທ່ານັ່ງທີ່ບໍ່ເໝາະສົມ, ພາວະສາຍຕາທີ່ບໍ່ໄດ້ຮັບການແກ້ໄຂ ໂດຍເພາະແມ່ນສາຍຕາຍາວ, ສາຍຕາງ່ຽງ. ອາການຂອງພະຍາດ Computer Vision Syndrome ປະກອບມີ: ອາການປວດບໍລິເວນຮອບດວງຕາ, ເຈັບຫົວ, ຕາມົວ, ຕາຝຶດແຫ້ງ, ອາດຈະມີອາການປວດຄໍ, ປວດບ່າຮ່ວມນໍາ ເຊິ່ງອາການ ເຫລົ່ານີ້ ຈະເປັນຊົ່ວຄາວ ແລະ ເຊົາເມື່ອໄດ້ພັກຈາກການນໍາໃຊ້ຄອມພິວເຕີ. ການປ້ອງກັນພະຍາດນີ້ ສິ່ງສໍາຄັນທີ່ສຸດຄືການຈັດລັກສະນະທ່າທາງ ແລະ ສິ່ງແວດລ້ອມ ໃນການນໍາໃຊ້ຄອມພິວເຕີໃຫ້ເໝາະສົມ ໂດຍໜ້າຈໍຄອມພິວເຕີຄວນຢູ່ຕໍ່າກວ່າລະດັບສາຍຕາ 15-20 ອົງສາ ແລະ ບໍລິເວນກາງໜ້າຈໍຄວນຢູ່ຫ່າງຈາກໃບໜ້າ 50-70 ຊັງຕີແມັດ. ຈັດວາງໜ້າຈໍຄອມໃຫ້ຢູ່ໃນມູມທີ່ບໍ່ມີແສງພາຍນອກມາກະທົບ ຫລື ເລືອກໃຊ້ໜ້າຈໍທີ່ຫລຸດແສງສະທ້ອນ, ປັບຕັ້ງຄວາມເຂັ້ມຂອງໜ້າຄອມ (Contrast) ຂອງໜ້າຈໍປະມານ 75 % , ຄວນພັກຜ່ອນສາຍຕາລະຫວ່າງການເຮັດວຽກທຸກໆ 20 ນາທີ ໂດຍການເບິ່ງອອກໄປໄລຍະໄກຢ່າງໜ້ອຍປະມານ 6 ແມັດເປັນເວລາ 20 ນາທີ ແລະ ຄວນຢຸດໃຊ້ສາຍຕາ 15 ນາທີ ຫລັງຈາກທີ່ໃຊ້ຄອມພິວເຕີຕິດຕໍ່ກັນ 2 ຊົ່ວໂມງ.

            ສໍາລັບຄົນທີ່ມີອາຍຸ 40 ປີຂຶ້ນໄປຄວນເລືອກໃຊ້ແວ່ນຕາ ແລະ ເລນທີ່ໄດ້ຮັບການເຄືອບສານເຄມີ ຈະຊ່ວຍຫລຸດການເກີດພະຍາດນີ້ໄດ້.  

            ໂດຍ: ສ ສັດຕະວັດ.

KPL

ຂ່າວອື່ນໆ

ads
ads

Top