ຂປລ
ໃນໄລຍະ 12 ເດືອນຜ່ານມາ, ພົນລະເມືອງ ນູແວນເຊລັງ ຈຳນວນ 72.684 ຄົນ ໄດ້ອອກຈາກປະເທດ ເພື່ອໄປເຮັດວຽກຢູ່ຕ່າງປະເທດ ທີ່ມີລາຍໄດ້ດີກວ່າ ເນື່ອງຈາກ ເສດຖະກິດຢຸດຈຶ້ງ.
ຂປລ.ສຳນັກຂ່າວ ອິນໂຟເຄວສ: ສຳນັກງານສະຖິຕິ ນູແວນເຊລັງ ລາຍງານ ໃນວັນທີ 13 ພະຈິກ ວ່າ: ໃນໄລຍະ 12 ເດືອນຜ່ານມາ, ພົນລະເມືອງ ນູແວນເຊລັງ ຈຳນວນ 72.684 ຄົນ ໄດ້ອອກຈາກປະເທດ ເພື່ອໄປເຮັດວຽກຢູ່ຕ່າງປະເທດ ທີ່ມີລາຍໄດ້ດີກວ່າ ເນື່ອງຈາກ ເສດຖະກິດຢຸດຈຶ້ງ. ໃນຂະນະທີ່ ມີພົນລະເມືອງ ເດີນທາງກັບເຂົ້າປະເທດ ຈຳນວນ 26.318 ຄົນ ສົ່ງຜົນເຮັດໃຫ້ ມີການໄຫລອອກ ສຸດທິ ຢູ່ທີ 46.366 ຄົນ. ການເດີນທາງເຂົ້າມາ ຂອງແຮງງານ ຕ່າງປະເທດ ເຮັດໃຫ້ຕົວເລກ ເຂົ້າເມືອງ ສຸດທິ ລາຍປີ ເພີ່ມຂຶ້ນ 12.434 ຄົນD ໃນໄລຍະ 6 ເດືອນຕົ້ນປີນີ້, ເສດຖະກິດ ນູແວນເຊລັງ ບໍ່ໄດ້ຂະຫຍາຍຕົວ ເຮັດໃຫ້ນັກເສດຖະສາດ ມີຄວາມກັງວົນວ່າ ການຟື້ນຕົວທີ່ຄາດຫວັງໄວ້ ໃນໄລຍະ 6 ເດືອນທ້າຍປີ ເປັນໄປຢ່າງຊັກຊ້າ. ເນື່ອງຈາກບໍລິສັດຕ່າງໆ ມີຄວາມກັງວົນ ກ່ຽວກັບ ການຈ້າງງານ ແລະ ອັດຕາການວ່າງງານທີ່ເພີ່ມຂຶ້ນ. ດັ່ງນັ້ນ, ຊາວນູແວນເຊລັງ ຈຳນວນ ຫລວງຫລາຍ ຈຶ່ງເລືອກທີ່ ຈະອອກໄປເຮັດວຽກຢູ່ຕ່າງປະເທດ ໂດຍສະເພາະ ປະເທດ ອົດສະຕຣາລີ. /
KPL