ຂປລ
: ກະຊວງ ຂໍ້ມູນຂ່າວສານ ແລະ ສະຖິຕິ ຂອງ ສ.ເກົາຫລີ ໄດ້ປະກາດໃນວັນທີ 13 ພະຈິກວ່າ: ຜົນຜະລິດເຂົ້າ ຂອງ ສ.ເກົາຫລີ ຫລຸດລົງ ເປັນປີທີ 4 ຕິດຕໍ່ກັນ ໃນປີ 2025
ຂປລ. ສຳນັກຂ່າວ ອິນໂຟເຄວສ: ກະຊວງ ຂໍ້ມູນຂ່າວສານ ແລະ ສະຖິຕິ ຂອງ ສ.ເກົາຫລີ ໄດ້ປະກາດໃນວັນທີ 13 ພະຈິກວ່າ: ຜົນຜະລິດເຂົ້າ ຂອງ ສ.ເກົາຫລີ ຫລຸດລົງ ເປັນປີທີ 4 ຕິດຕໍ່ກັນ ໃນປີ 2025, ໂດຍມີ ສາເຫດຫລັກ ມາຈາກ ການບໍລິໂພກທີ່ ປ່ຽນແປງໄປ ແລະ ພື້ນທີ່ປູກເຂົ້າຕໍ່າທີ່ສຸດ ເປັນປະຫວັດສາດ.
ການຜະລິດເຂົ້າ ຂອງ ສ.ເກົາຫລີ ລວມມີ 3,54 ລ້ານໂຕນ ຫລຸດລົງ 1,3% ເມື່ອທຽບກັບປີກາຍນີ້ ເຊິ່ງເປັນຕົວເລກຕໍ່າສຸດ ເປັນອັນດັບ 2 ນັບຕັ້ງແຕ່ ມີການບັນທຶກ ຂໍ້ມູນ, ຖັດຈາກ ລະດັບ 3,51 ລ້ານໂຕນ ເມື່ອປີ 2020. ປີນີ້ ເນື້ອທີການປູກເຂົ້າ ລວມມີ 678.000 ເຮັກຕາ, ຫລຸດລົງ 2,9% ເມື່ອທຽບກັບປີກາຍ ເຊິ່ງເປັນລະດັບຕໍ່າສຸດ ທີ່ບັນທຶກໄວ້ ນັບຕັ້ງແຕ່ໜ່ວຍງານ ເລີ່ມເກັບກຳຂໍ້ມູນທີ່ກ່ຽວຂ້ອງ ໃນປີ 1975./
KPL