ຂປລ
ທຳນຽບຂາວເປີດເຜີຍວ່າ ລັດຖະບານ ຂອງ ປະທານາທິບໍດີ ໂດນັນ ທຣຳຂອງ ສ.ອາເມລິກາ ໄດ້ບັນລຸຂໍ້ຕົກລົງ ການຄ້າ ທະວີພາຄີ ກັບ ອາກຊັງຕິນ , ກົວເຕມາລາ, ແອນຊານວາດໍ ແລະ ເອກວາດໍ. ຕາມຂໍ້ຕົກລົງດັ່ງກ່າວ ສ.ອາເມລິກາ ຈະຍົກເລີກ ມາດຕະການ ພາສີ ຕອບໂຕ້ ສິນຄ້າບາງປະເພດ
ຂປລ.ສຳນັກຂ່າວ ອິນໂຟເຄວສ: ທຳນຽບຂາວເປີດເຜີຍວ່າ ລັດຖະບານ ຂອງ ປະທານາທິບໍດີ ໂດນັນ ທຣຳຂອງ ສ.ອາເມລິກາ ໄດ້ບັນລຸຂໍ້ຕົກລົງ ການຄ້າ ທະວີພາຄີ ກັບ ອາກຊັງຕິນ , ກົວເຕມາລາ, ແອນຊານວາດໍ ແລະ ເອກວາດໍ. ຕາມຂໍ້ຕົກລົງດັ່ງກ່າວ ສ.ອາເມລິກາ ຈະຍົກເລີກ ມາດຕະການ ພາສີ ຕອບໂຕ້ ສິນຄ້າບາງປະເພດ ທີ່ບໍ່ສາມາດເພາະປູກ, ເຄື່ອງປ່າຂອງດົງ ຫລື ການຜະລິດໄດ້ ຕາມທຳມະຊາດ ໃນສ.ອາເມລິກາ. ຂະນະທີ່ ທັງ 4 ປະເທດ ໄດ້ຕົກລົງທີ່ຈະໃຫ້ ຄວາມຮ່ວມມືກັບ ສ.ອາເມລິກາ ຫລື ເປີດຕະຫລາດ ໃນຫລາຍດ້ານ.
ຕາມຂໍ້ຕົກລົງ ດັ່ງກ່າວ ຍັງລະບຸອີກວ່າ ສ.ອາເມລິກາ ຈະຍົກເລີກພາສີ ການຕອບໂຕ້ ສຳລັບ ສິນຄ້າປະເພດ ເສື້ອຜ້າ ແລະ ແຜ່ນແພ ຈາກກົວເຕມາລາ ແລະ ແອນຊານວາດໍ. ຢ່າງໃດກໍ່ຕາມ ສ.ອາເມລິກາ ຍັງສືບຕໍ່ຮັກສາ ອັດຕາພາສີ ນຳເຂົ້າ ສິນຄ້າ ສ່ວນໃຫຍ່ ຈາກ ອາກຊັງຕິນ, ກົວເຕມາລາ ແລະ ແອນຊານວາດໍ ໄວ້ທີ 10% ແລະ ສິນຄ້າສ່ວນໃຫຍ່ຈາກ ເອກວາດໍ ໄວ້ທີ 15% ./
KPL