ສ.ອາເມລິກາ ລົງນາມຮັບຮອງຮ່າງກົດໝາຍໄລຍະສັ້ນ

14/11/2025 09:47
Email Print 103
ຂປລ ປະທານາທິບໍດີ ໂດນັນ ທຣຳ ຂອງສ.ອາເມລິກາ ໄດ້ລົງນາມ ຮັບຮອງ ກົດໝາຍ ງົບປະມານ ໄລຍະສັ້ນ ເພື່ອຈະຊ່ວຍໃຫ້ ລັດຖະບານກາງ ມີງົບປະມານພຽງພໍ ໃນການໃຊ້ຈ່າຍ ຈົນເຖິງ 30 ມັງກອນ 2026

ຂປລ. ສຳນັກຂ່າວຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາ ເມື່ອວັນທີ 13 ພະຈິກວ່າ: ປະທານາທິບໍດີ ໂດນັນ ທຣຳ ຂອງສ.ອາເມລິກາ ໄດ້ລົງນາມ ຮັບຮອງ ກົດໝາຍ ງົບປະມານ ໄລຍະສັ້ນ ເພື່ອຈະຊ່ວຍໃຫ້ ລັດຖະບານກາງ ມີງົບປະມານພຽງພໍ ໃນການໃຊ້ຈ່າຍ ຈົນເຖິງ 30 ມັງກອນ 2026 ແລະ ຈະມີການຈັດງົບປະມານ ຖາວອນ ໃຫ້ໜ່ວຍງານ ສຳຄັນ ບາງແຫ່ງ ໄປເຖິງ ສິ້ນສຸດ ປີງົບປະມານ 2026 ເພື່ອປ້ອງກັນ ບໍ່ໃຫ້ໜ່ວຍງານດັ່ງກ່າວນັ້ນ ຕ້ອງຢຸດຈຶ້ງ ຖ້າຫາກ ເກີດການປິດ ລະບົບ (ຊັດດາວ) ຂຶ້ນອີກ ໃນອະນາຄົດ.

ທັ້ງນີ້ ໜ່ວຍງານ ແລະ ໂຄງການທີ່ ຈະບໍ່ໄດ້ຮັບຜົນກະທົບ ຫາກເກີດ ພາວະປິດ ລະບົບອີກ ພາຍຫລັງ ວັນທີ 30 ມັງກອນ ປີ 2026 ຄື ກະຊວງກິດຈະກຳ ການທະຫານ ຜ່ານເສິກ, ກະຊວງກະສິກຳ ສະພາຄອງເກຣສ ແລະ ໂຄງການກໍ່ສ້າງ ທັງໝົດ ທີ່ກ່ຽວຂ້ອງກັບ ການດຳເນີນການ ທາງທະຫານ. ຫລັງຈາກນີ້ ພະນັກງານພົນລະເຮືອນ ທີ່ຖືກສັ່ງພັກວຽກ ປະມານ 670.000 ຄົນ ຈະກັບໄປລາຍງານຕົວ ເພື່ອກັບເຂົ້າມາເຮັດວຽກ, ສ່ວນເຈົ້າໜ້າທີ່ລັດ ປະຕິບັດໜ້າທີ່ຕາມປົກກະຕິ ຕະຫລອດໄລຍະປິດລະບົບ ຈະທະຍອຍໄດ້ຮັບການຈ່າຍເງິນເດືອນ ຢ້ອນຫລັງ./

KPL

ຂ່າວອື່ນໆ

ads
ads

Top