ຂປລ
ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ(Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ; ທິດຕາເວັນອອກຕິດກັບ ຫວຽດນາມ, ໂດຍລວມແລ້ວ ກຳປູເຈຍ ມີຊາຍແດນຕິດກັບ ປະເທດ ເພື່ອນບ້ານ ມີໄລຍະທາງ 2.572 ກິໂລແມັດ ແລະ ມີເນື້ອທີ່ ປະມານ 181.035 ກິໂລຕາແມັດ ສ່ວນໃຫຍ່ ເປັນພື້ນທີ່ຕໍ່ານໍ້າຖ້ວມເຖິງ; ປະຊາກອນ 16,7 ລ້ານຄົນ (ປີ2024); ປະຊາຊົນສ່ວນໃຫຍ່ນັບຖືສາສະໜາພຸດ 96,9%; ໃຊ້ພາສາ ກຳປູເຈຍ ເປັນພາສາທາງການ; ຫົວໜ່ວຍສະກຸນເງິນ ແມ່ນຣຽວ(Riel).

ກຳປູເຈຍ ເປັນປະເທດໜຶ່ງທີ່ມີເສດຖະກິດ ຈະເລີນເຕີບໂຕຢ່າງວ່ອງໄວທີ່ສຸດຂອງໂລກ ໂດຍຂັບເຄື່ອນຈາກ ຂະແໜງອຸດສາຫະກຳ, ການບໍລິການ ແລະ ກະສິກໍາ, ປັດຈຸບັນ ກຳປູເຈຍ ເນັ້ນການພັດທະນາ ພື້ນຖານໂຄງລ່າງ ເພື່ອສົ່ງເສີມການຂະຫຍາຍຕົວ ຂອງ ເສດຖະກິດ ພາຍໃນປະເທດ ແລະ ຮອງຮັບການ ເຊື່ອມໂຍງເສັ້ນທາງຄົມມະນາຄົມ ກັບປະເທດເພື່ອນບ້ານໃຫ້ຫລາຍຂື້ນ ເພື່ອສ້າງລາຍໄດ້ໃຫ້ແກ່ປະເທດ, ຊຶ່ງເຮັດໃຫ້ລວມຍອດຜະລິດຕະພັນພາຍໃນປະເທດ(GDP) ລວມມີ 32 ຕື້ກວ່າໂດລາສະຫະລັດ (ໃນປີ 2024); ລາຍໄດ້ສະເລ່ຍ ຕໍ່ຫົວຄົນ 1.912 ກວ່າໂດລາສະຫະລັດ ຕໍ່ປີ; ອັດຕາການເຕີບໂຕ ດ້ານເສດຖະກິດ ສະເລ່ຍແມ່ນ 5,4% ຕໍ່ປີ. ສິນຄ້າ ການສົ່ງອອກແມ່ນ ເສື້ອຜ້າສຳເລັດຮູບ, ຊິ້ນສ່ວນເອເລັກໂຕຣນິກ, ທັນຍາພືດ, ຢາງພາລາ, ເຄື່ອງໃຊ້ໄຟຟ້າ, ເຂົ້າ ແລະ ສິນຄ້າການປະມົງ. ສ່ວນສິນຄ້າການນຳເຂົ້າ ແມ່ນວັດຖຸກໍ່ສ້າງ, ວັດຖຸດີບ ສຳລັບການຜະລິດນຳ້ມັ ເຊື້ອໄຟ ແລະ ຢາປິ່ນປົວພະຍາດ ຫລື ຢາສູບ ແລະ ເຄື່ອງດື່ມ ແອລກໍຮໍ, ເຄື່ອງໃຊ້ໄຟຟ້າ ແລະ ສ່ວນປະກອບ. ສຳລັບ ຄູ່ການຄ້າທີ່ສຳຄັນເຊັ່ນ: ຈີນ, ສະຫະພາບເອີຣົບ, ໄທ, ສ.ອາເມລິກາ, ຫວຽດນາມ, ສ.ເກົາຫລີ ແລະ ຍີ່ປຸ່ນ ຕາມລຳດັບ.

ນອກນີ້ ຍັງມີ ສະຖານທີ່ທ່ອງທ່ຽວ ສວຍງາມຫລາຍແຫ່ງ ເປັນຕົ້ນນະຄອນຫລວງ ພະນົມເປັນຄື: ພະລາສະວັງ; ນະຄອນວັດ ເປັນ1 ໃນ 7 ສິ່ງມະຫັດສະຈັນ ຂື້ນທະບຽນ ເປັນມໍລະດົກໂລກໃຫຍ່ສຸດມີຂະໜາດ 200.000 ກິໂລຕາແມັດ, ສູງ 60 ແມັດ; ປະສາດພະວິຫານ ແລະ ແຫລ່ງບູຮານຄະດີ ສົມບູນໄພຄຸກ ແລະ ອື່ນໆ.
ໂດຍປະເທດ ກຳປູເຈຍ ແລະ ປະເທດສປປລາວ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນ ໃນວັນທີ 15.06.1956, ຫລັງຈາກນັ້ນທັງສອງປະເທດ ໄດ້ພ້ອມກັນເສີມສ້າງສາຍພົວພັນ, ຊ່ວຍເຫລືອຊຶ່ງກັນ ແລະ ກັນ ຮ່ວມມືກັນພັດທະນາ ລະຫວ່າງສອງປະເທດ ໃຫ້ນັບມື້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງຂຶ້ນເລື້ອຍໆ ຊຶງເຫັນໄດ້ຈາກ ການໄປມາ ຫາສູ່ການມີການ ແລກປ່ຽນການຢ້ຽມຢາມ ລະດັບປະມຸກລັດ, ຫົວໜ້າລັດຖະບານ, ຂະແໜງ ການອື່ນໆ, ຕະຫລດເຖິງທ້ອງຖິ່ນ ທີ່ີມີຊາຍແດນຕິດຈອດກັນ .
ໂດຍ:ດາວັນ
KPL