ຂປລ
ຂປລ. ເມືອງອຸທຸມພອນ ແຂວງສະຫວັນນະເຂດ ພວມສືບຕໍ່ພັດທະນາແຫລ່ງທ່ອງທ່ຽວແບບວົງແຫວນ ຢູ່ພາຍໃນເມືອງ ຊຶ່ງມີຫລາຍຈຸດທີ່ໜ້າສົນໃຈ ເຂດທາງເລກ 10 ໂດຍສະເພາະ ແຫລ່ງທ່ອງທ່ຽວທາງທໍາມະຊາດ ແລະ ວັດທະນະທໍາ ທີ່ຕິດພັນກັບເຫດການທາງປະຫວັດສາດ.

ຂປລ. ເມືອງອຸທຸມພອນ ແຂວງສະຫວັນນະເຂດ ພວມສືບຕໍ່ພັດທະນາແຫລ່ງທ່ອງທ່ຽວແບບວົງແຫວນ ຢູ່ພາຍໃນເມືອງ ຊຶ່ງມີຫລາຍຈຸດທີ່ໜ້າສົນໃຈ ເຂດທາງເລກ 10 ໂດຍສະເພາະ ແຫລ່ງທ່ອງທ່ຽວທາງທໍາມະຊາດ ແລະ ວັດທະນະທໍາ ທີ່ຕິດພັນກັບເຫດການທາງປະຫວັດສາດ. ເມື່ອບໍ່ດົນມານີ້, ຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວ ເມືອງອຸທຸມພອນ ໄດ້ສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫລ່ງທ່ອງທ່ຽວແບບວົງແຫວນ ຫລື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນຂອງເມືອງ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ ນໍາພາໂດຍທ່ານ ຄໍາຜັ້ນ ສຸນີນຸວົງສາ ຫົວໜ້າຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວເມືອງ ພ້ອມດ້ວຍທີມງານນັກວິຊາການ ຈາກຫ້ອງການທີ່ກ່ຽວຂ້ອງອ້ອມຂ້າງເມືອງ ເຂົ້າຮ່ວມສໍາຫລວດ ຊຶ່ງແຜນການພັດທະນາຄັ້ງນີ້, ກວມເອົາໄລຍະທາງປະມານ 25 ກິໂລແມັດ ເລີ່ມຕົ້ນຈາກຈຸດຕົວເມືອງອຸທຸມພອນ 3 ຫລ່ຽມປີ້ງໄກ່ລາດເຊໂນ ຈົນເຖິງຈຸດລົງສໍາຫລວດ ສາລາພັກເຢັນນໍ້າບຸ້ຍ ບ້ານໜອງແປນ, ເຖິງແນວໃດກໍດີ, ເສັ້ນທາງທ່ອງທ່ຽວແບບວົງແຫວນນີ້, ມີຈຸດປະສົງເພື່ອເຊື່ອມໂຍງຈຸດທ່ອງທ່ຽວຕ່າງໆ ເຂົ້າໃນລະບົບດຽວກັນ ເຮັດໃຫ້ນັກທ່ອງທ່ຽວສາມາດໄດ້ປະສົບການທີ່ສົມບູນ ແລະ ຄົບຖ້ວນ.

ທ່ານ ຄໍາຜັ້ນ ສຸນີນຸວົງສາ ໄດ້ໃຫ້ທັດສະນະວ່າ: ຈຸດທີ່ລົງສໍາຫລວດກວດກາຄັ້ງນີ້ ແມ່ນໄດ້ລົງສໍາຫລວດສະຖານທີ່ບ່ອນ ຈະໄດ້ບຸກເບີກບ່ອນຈອດລົດໃຫຍ່ ພ້ອມທັງອະນາໄມຕາມທາງເຂົ້າສະຖານທີ່ ສາລາພັກເຢັນນໍ້າບຸ້ຍ ແລະ ບໍລິເວນພາຍໃນເດີ່ນ, ລົງກວດກາວັດແທກຄືນຂອບເຂດເນື້ອທີ່ດິນ ເພື່ອຈະອອກໃບຕາດິນເປັນດິນວັດທະນະທໍາ ໃນເນື້ອທີ່ 10 ກວ່າເຮັກຕາ. ພ້ອມນີ້, ກໍເພື່ອກະກຽມໃນການຈັດງານເປີດແຫລ່ງທ່ອງທ່ຽວ ສາລາພັກເຢັນນໍ້າບຸ້ຍ ທີ່ຈະຈັດຂຶ້ນໃນມໍ່ໆນີ້, ສະຖານທີ່ດັ່ງກ່າວເປັນຈຸດທ່ອງທ່ຽວ ທີ່ມີຄຸນຄ່າທາງດ້ານວັດທະນະທໍາ, ທໍາມະຊາດ ແລະ ມີຄວາມຕິດພັນກັບປະຫວັດສາດທ້ອງຖິ່ນຢ່າງເລິກເຊິ່ງ. ພື້ນທີ່ເຫລົ່ານີ້ມີທັດສະນີຍະພາບ ທີ່ສວຍສົດງົດງາມ ແລະ ມີຄວາມສໍາຄັນທາງປະຫວັດສາດ ທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ເປັນຢ່າງດີ, ຊຶ່ງສິ່ງທີ່ມະຫັດສະຈັນ ແລະ ຄົງໄວ້ຄວາມໂດດເດັ່ນທາງທໍາມະຊາດ ແມ່ນນໍ້າບຸ້ຍ ຫລື ນໍ້າອອກບໍ່.

(ແຫລ່ງຂ່າວຈາກແຂວງສະຫວັນນະເຂດ)
KPL