ຂປລ
ຂປລ. “ຍຶດໝັ້ນການເປີດປະຕູສູ່ພາຍນອກ, ການຮ່ວມມື ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດເປັນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຂອງຄວາມທັນສະໄໝແບບຈີນ” ນີ້ແມ່ນໜຶ່ງໃນຫລາຍຈຸດສໍາຄັນ

ຂປລ. “ຍຶດໝັ້ນການເປີດປະຕູສູ່ພາຍນອກ, ການຮ່ວມມື ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດເປັນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຂອງຄວາມທັນສະໄໝແບບຈີນ” ນີ້ແມ່ນໜຶ່ງໃນຫລາຍຈຸດສໍາຄັນ “ຂໍ້ສະເໜີ” ກ່ຽວກັບແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 15 (ປີ 2026-2030) ທີ່ໄດ້ຮັບຄວາມສົນໃຈ ແລະ ຕີລາຄາຢ່າງໃກ້ຊິດຈາກທົ່ວໂລກ ພາຍຫລັງກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ XX ໄດ້ຈັດຂຶ້ນ ລະຫວ່າງວັນທີ 20-23 ຕຸລາ 2025 ຜ່ານມາ ຢູ່ນະຄອນຫລວງປັກກິ່ງ.
ຈຸດສໍາຄັນທີ່ວ່ານັ້ນແມ່ນນອນໃນ“ຂໍ້ສະເໜີ” ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 15 (ປີ 2026-2030) ຕໍ່ກອງປະຊຸມດັ່ງກ່າວ ຊຶ່ງໄດ້ສະເໜີ ແລະ ຍົກໃຫ້ເຫັນເນື້ອໃນຈິດໃຈສໍາຄັນທີ່ມີລັກສະນະຄວບຄຸມຮອບດ້ານວ່າ: ການເປີດກວ້າງການເປີດປະຕູສູ່ພາຍນອກ ດ້ານລະບຽບການຢ່າງໝັ້ນທ່ຽງ, ປົກປ້ອງລະບົບການຄ້າຫລາຍຝ່າຍ, ເປີດກວ້າງຮອບໝູນວຽນເສດຖະກິດສາກົນ, ຊຸກຍູ້ການປະຕິຮູບ ແລະ ການພັດທະນາດ້ວຍການເປີດປະຕູສູ່ພາຍນອກ, ຊົມໃຊ້ໂອກາດຮ່ວມກັນ ແລະ ພັດທະນາຮ່ວມກັນກັບບັນດາປະເທດຕ່າງໆໃນໂລກ. ຕັ້ງໜ້າເປີດກວ້າງການເປີດປະຕູ ສູ່ພາຍນອກຢ່າງເປັນເຈົ້າຕົນເອງ; ເຊື່ອມຕໍ່ກັບລະບຽບການດ້ານເສດຖະກິດການຄ້າສາກົນທີ່ມີມາດຕະຖານສູງ, ເປີດກວ້າງການອະນຸຍາດເຂົ້າເຖິງຕະຫລາດ ແລະ ຂົງເຂດເປີດປະຕູສູ່ພາຍນອກທີ່ຖືເອົາອຸດສາຫະກຳການບໍລິການເປັນຈຸດສຸມ, ເປີດກວ້າງຂົງເຂດ ແລະ ເຂດແຄວ້ນສູ່ພາຍນອກພຽງຝ່າຍດຽວ. ເລັ່ງລັດຊຸກຍູ້ຂະບວນການບັນລຸສັນຍາວ່າດ້ວຍການຄ້າ,ການລົງທຶນຂອງເຂດແຄວ້ນ ແລະ ສອງຝ່າຍ, ຂະຫຍາຍເຄືອຂ່າຍເຂດການຄ້າເສລີທີ່ມີມາດຕະຖານສູງ. ປັບປຸງການຈັດວາງການເປີດປະຕູສູ່ພາຍນອກຂອງເຂດແຄວ້ນ, ສ້າງສູນເປີດປະຕູສູ່ພາຍນອກທີ່ມີຄວາມຫລາກຫລາຍຮູບແບບ. ປະຕິບັດຍຸດທະສາດຍົກລະດັບເຂດທົດລອງການຄ້າເສລີ, ສ້າງທ່າການຄ້າເສລີໄຫຫລຳຕາມມາດຕະຖານສູງ. ວາງແຜນລວມສ້າງເວທີການເປີດປະຕູສູ່ພາຍນອກ ແລະ ການຮ່ວມມືທີ່ສຳຄັນຕ່າງໆ ໃນການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ, ການຄ້າການບໍລິການ, ການພັດທະນາອຸດສາຫະກຳ ແລະ ອື່ນໆ. ຊຸກຍູ້ຂະບວນການຫັນເປັນສາກົນຂອງເງິນຢວນຈີນ, ຍົກສູງລະດັບການຄຸ້ມຄອງ ແລະ ການເປີດປະຕູສູ່ພາຍນອກຂອງໂຄງການທຶນຮອນ, ສ້າງລະບົບຊຳລະຂ້າມຊາດດ້ວຍເງິນຢວນຈີນທີ່ເປັນເຈົ້າຕົນເອງ ແລະ ສາມາດຄວບຄຸມໄດ້. ຊຸກຍູ້ການປະຕິຮູບດ້ານເສດຖະກິດ ແລະ ການທະນາຄານທົ່ວໂລກ, ຊຸກຍູ້ການສ້າງ ແລະ ປົກປັກຮັກສາລະບຽບການດ້ານເສດຖະກິດສາກົນທີ່ຍຸຕິທໍາ, ມີຄວາມເປັນທຳ, ເປີດປະຕູສູ່ພາຍນອກ, ກວມລວມ, ຮ່ວມມື ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ຊຸກຍູ້ການພັດທະນາແບບມີການປະດິດສ້າງໃໝ່ດ້ານການຄ້າ: ຊຸກຍູ້ການຄ້າກັບຕ່າງປະເທດຍົກສູງຄຸນນະພາບ ແລະ ປະສິດທິພາບ, ເລັ່ງລັດກໍ່ສ້າງປະເທດເຂັ້ມແຂງດ້ານການຄ້າ. ຊຸກຍູ້ຄວາມຫລາກຫລາຍໃນຕະຫລາດ ແລະ ຊຸກຍູ້ໃຫ້ການຄ້າພາຍໃນກັບການຄ້າຕ່າງປະເທດພັດທະນາແບບເຊື່ອມໂຍງເຂົ້າກັນ, ປັບປຸງ ແລະ ຍົກລະດັບການຄ້າທີ່ເປັນສິນຄ້າປະເພດຈັບຕ້ອງໄດ້, ເປີດກວ້າງການຄ້າຜະລິດຕະພັນກ່ອນສຳເລັດຮູບ ແລະ ການຄ້າສີຂຽວ, ຊຸກຍູ້ໃຫ້ການນຳເຂົ້າ-ການສົ່ງອອກພັດທະນາຢ່າງດຸນດ່ຽງ. ອອກແຮງພັດທະນາການຄ້າການບໍລິການ, ສົ່ງເສີມການສົ່ງອອກການບໍລິການ, ບູລະນະລະບຽບການຄຸ້ມຄອງບັນຊີທາງລົບດ້ານການຄ້າການບໍລິການຂ້າມຊາດໃຫ້ສົມບູນ, ຍົກສູງລະດັບການຫັນເປັນມາດຕະຖານຂອງການຄ້າການບໍລິການ. ພັດທະນາການຄ້າດີຈິຕອນຢ່າງມີຫົວຄິດປະດິດສ້າງ, ເປີດກວ້າງປະຕູສູ່ພາຍນອກຂອງຂົງເຂດດີຈິຕອນຢ່າງເປັນລະບຽບແບບແຜນ. ຍົກສູງບົດບາດຂອງເວທີສົ່ງເສີມການຄ້າ, ສະໜັບສະໜູນການພັດທະນາທຸລະກິດເອເລັກໂຕຣນິກຂ້າມຊາດ ແລະ ຮູບແບບໃໝ່ ແລະ ຂະແໜງການໃໝ່ອື່ນໆ. ບູລະນະກົນໄກຄວບຄຸມການສົ່ງອອກ ແລະ ການກວດກາຄວາມປອດໄພໃຫ້ສົມບູນຂຶ້ນ.
ເປີດກວ້າງພື້ນທີ່ການຮ່ວມມືດ້ານການລົງທຶນຕໍ່ກັນ: ເສີມສ້າງທ່າແຮງໃໝ່ທີ່ດຶງດູດການລົງທຶນຈາກຕ່າງປະເທດ, ປະຕິບັດ “ທັງອະນຸຍາດໃຫ້ເຂົ້າ ທັງອະນຸຍາດໃຫ້ດຳເນີນທຸລະກິດ”, ຫລຸດບັນຊີທາງລົບໃນການອະນຸມັດໃຫ້ທຶນຕ່າງປະເທດເຂົ້າເຖິງຕະຫລາດ, ຊຸກຍູ້ໃຫ້ທຶນຕ່າງປະເທດທີ່ຢູ່ພາຍໃນປະເທດຈີນດຳເນີນການລົງທຶນຕື່ມອີກ. ບູລະນະລະບົບການບໍລິການ ແລະ ຮັບປະກັນການລົງທຶນຂອງນັກທຸລະກິດຕ່າງປະເທດໃຫ້ສົມບູນ, ປະຕິບັດຄວາມສະເໝີພາບລະຫວ່າງພົນລະເມືອງຈີນກັບນັກລົງທຶນຕ່າງປະເທດຢ່າງຮອບດ້ານ, ຊຸກຍູ້ໃຫ້ຂໍ້ມູນເຄື່ອນໄຫວຂ້າມຊາດຢ່າງມີປະສິດທິພາບສູງ, ສະດວກ ແລະ ປອດໄພ, ສ້າງສະພາບແວດລ້ອມດ້ານລະບຽບການທີ່ໂປ່ງໃສ, ໝັ້ນທ່ຽງ ແລະ ສາມາດຄາດຄະເນໄດ້. ປະຕິບັດການຄຸ້ມຄອງຕໍ່ການລົງທຶນຢູ່ຕ່າງປະເທດຢ່າງມີປະສິດທິຜົນ, ບູລະນະລະບົບການບໍລິການສັງລວມຢູ່ຕ່າງປະເທດໃຫ້ສົມບູນ, ຊຸກຍູ້ໃຫ້ການຄ້າ ແລະ ການລົງທຶນເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນ, ນຳພາຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງໃຫ້ຈັດວາງຂ້າມຊາດຢ່າງເປັນລະບຽບແບບແຜນ.
ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ: ເພີ່ມທະວີການເຊື່ອມຕໍ່ດ້ານຍຸດທະສາດກັບບັນດາປະເທດຄູ່ຮ່ວມ “ໜຶ່ງແລວໜຶ່ງເສັ້ນທາງ”, ເພີ່ມທະວີການຄຸ້ມຄອງການວາງແຜນກ່ຽວກັບການຮ່ວມມື. ລົງເລິກການເຊື່ອມຈອດກັນດ້ານພື້ນຖານໂຄງລ່າງ ແລະ ການເຊື່ອມຈອດກັນດ້ານລະບຽບການ ແລະ ມາດຕະຖານ, ບັນລຸການເຊື່ອມສານຈິດໃຈປະຊາຊົນກັບບັນດາປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ບູລະນະການຈັດວາງເຄືອຂ່າຍການເຊື່ອມໂຍງເຊື່ອມຈອດຢ່າງຮອບດ້ານໃຫ້ສົມບູນ, ວາງແຜນລວມເພື່ອຊຸກຍູ້ການກໍ່ສ້າງໂຄງການທີ່ເປັນສັນລະຍັກ ແລະ ໂຄງການດ້ານຊີວິດການເປັນຢູ່ຂອງປະຊາຊົນທີ່ “ນ້ອຍ ແລະ ງາມ”. ຍົກສູງລະດັບການພັດທະນາຂອງຂະບວນລົດໄຟຈີນ-ເອີຣົບ, ຈີນ-ອາຊີ. ເລັ່ງສ້າງແລວທາງໃໝ່ທາງບົກ ແລະ ທາງທະເລຢູ່ເຂດພາກຕາເວັນຕົກ. ລົງເລິກການຮ່ວມມືທີ່ຕິດແທດກັບສະພາບຕົວຈິງໃນດ້ານການຄ້າ, ການລົງທຶນ, ອຸດສາຫະກຳ ແລະ ວັດທະນະທຳ, ເປີດກວ້າງພື້ນທີ່ການຮ່ວມມືໃນດ້ານການພັດທະນາແບບສີຂຽວ, ປັນຍາປະດິດ, ເສດຖະກິດດີຈິຕອນ, ສຸຂະພາບ ແລະ ສາທາລະນະສຸກ, ການທ່ອງທ່ຽວ, ກະສິກຳ ແລະ ຂົງເຂດອື່ນໆ. ບູລະນະລະບົບການລົງທຶນ ແລະ ການລະດົມທຶນທີ່ມີຄວາມຫລາກຫລາຍ, ມີຄວາມຍືນຍົງ ແລະ ສາມາດຄວບຄຸມຄວາມສ່ຽງ. ເພີ່ມທະວີການປົກປ້ອງຜົນປະໂຫຍດຢູ່ຕ່າງປະເທດ.

ຕໍ່ຂໍ້ສະເໜີກ່ຽວກັບການເປີດກວ້າງການເປີດປະຕູ ສູ່ພາຍນອກຢ່າງເປັນເຈົ້າຕົນເອງນັ້ນ, ບັນດານັກວິເຄາະ ໄດ້ສະທ້ອນທັດສະນະ ແລະ ບາງຄໍາເຫັນທີ່ໜ້າສົນໃຈວ່າ: ພັກກອມມູນິດຈີນພາຍໃຕ້ການນໍາພາອັນສະຫລາດສ່ອງໃສ ແລະ ປີຊາສາມາດຂອງ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ, ປະທານປະເທດຈີນກໍາລັງເພີ່ມຄວາມເຂັ້ມຂຸ້ນຍົກລະດັບພະລັງ ມະຫາສາມັກຄີ ແລະ ຈິດໃຈຄວາມຮັກຊາດ, ຮັກພັດທະນາ, ປັບປຸງໂຄງສ້າງພາຍໃນຢ່າງເປັນລະບົບຮອບດ້ານເພື່ອຮອງຮັບຄວາມທ້າທາຍພາຍໃນ ແລະ ພາຍນອກເຊັ່ນ: ການບຸກທະລຸຜ່ານຜ່າເສດຖະກິດຫຍຸ້ງຍາກໄດ້ຮັບຜົນກະທົບຈາກພາຍນອກ, ຂໍ້ຈໍາກັດດ້ານເຕັກໂນໂລຊີພາຍໃຕ້ຄວາມກົດດັນ ແລະ ການຮີບຮັດຈາກບາງຊາດຕາເວັນຕົກ, ການເລັ່ງລັດການພັດທະນາໄປສູ່ຄຸນນະພາບໃໝ່, ການພັດທະນາສີຂຽວຍືນຍົງ, ສ້າງຄູ່ຮ່ວມມືທີ່ ໝັ້ນຄົງກັບວົງຄະນະຍາດສາກົນ ແລະ ອື່ນໆ ຊຶ່ງລ້ວນແຕ່ແມ່ນມີຜົນຕໍ່ການສ້າງແຮງຂັບເຄື່ອນ ແລະ ໂອກາດໃໝ່ໃຫ້ກັບເສດຖະກິດໂລກ ໃນຖານະທີ່ຈີນໄດ້ກ້າວຂຶ້ນມາມີຂະໜາດເສດຖະກິດໃຫຍ່ອັນດັບຕົ້ນໆຂອງໂລກ. ໃນປັດຈຸບັນ ເນື່ອງຈາກນະໂຍບາຍເນັ້ນ “ຄຸນນະພາບຫລາຍກວ່າປະລິມານ” ຂອງການເຕີບໂຕ ໂດຍການປ່ຽນຜ່ານສູ່ “ຜະລິດຕະພັນຄຸນນະພາບສູງ”,ອີກທັງດ້ວຍ ກຳລັງຊື້ ແລະ ຂະໜາດໃຫຍ່ຂອງຕະຫລາດຈີນຍ່ອມຈະສ້າງໂອກາດດີສຸດຕໍ່ກັບການຄ້າ, ການລົງທຶນ ແລະ ຕະຫລາດ ໃຫ້ກັບປະເທດຕ່າງໆທົ່ວໂລກ, ຍິ່ງຈີນຈະມີການເປີດປະເທດລະດັບສູງກໍຍ່ອມສະທ້ອນໃຫ້ເຫັນວ່າອາດມີຊ່ອງທາງການຮ່ວມລົງທຶນ ແລະ ການຄ້າໃໝ່ໆເກີດຂຶ້ນ ຈາກການທີ່ຈີນຈະເພີ່ມໂອກາດໃຫ້ບໍລິສັດຕ່າງປະເທດເຂົ້າມາລົງທຶນ ແລະ ຄ້າຂາຍກັບຈີນໄດ້ຫລາຍຂຶ້ນກວ່າເກົ່າຢ່າງບໍ່ເຄີຍເຫັນມາກ່ອນ.
ສໍາລັບຜົນຕໍ່ ອາຊຽນ ແລະ ຊາດອື່ນໆໃນໂລກຈາກຂໍ້ສະເໜີແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 15 ປີ (2026-2030) ໃນແງ່ບວກຍ່ອມໝາຍຄວາມວ່າໂອກາດທາງການຄ້າ, ການລົງທຶນ, ເຕັກໂນໂລຊີ, ການທ່ອງທ່ຽວ, ການສຶກສາ, ການເຊື່ອມໂຍງ ເຊື່ອມຈອດພື້ນຖານໂຄງລ່າງຄຸນນະພາບໃໝ່ຈາກການເປີດປະເທດໃນລະດັບສູງຂອງຈີນ ໂດຍສະເພາະ ສປປ ລາວຈະໄດ້ຮັບຜົນປະໂຫຍດຮ່ວມກັນຈາກເສັ້ນທາງລົດໄຟລາວ-ຈີນພາຍໃຕ້ຂໍ້ລິເລີ່ມ “ ໜຶ່ງແລວໜຶ່ງເສັ້ນທາງ ” ຈະກາຍເປັນ “ປະຕູຄໍາຄຸນນະພາບໃໝ່” ເຊັ່ນກັນທີ່ເຊື່ອມໂຍງລະຫວ່າງອາຊຽນ,ຈີນ ແລະ ເຂດຢູຣາເຊຍສອງທະວີບອາຊີ-ເອີຣົບ; ເຄືອຂ່າຍຄົມມະນາຄົມຂົນສົ່ງທາງບົກ-ທາງອາກາດຂອງລາວກໍຈະໄດ້ຮັບການຍົກລະດັບດ້ວຍຄຸນນະພາບສູງຂຶ້ນຕາມລໍາດັບຄູ່ຂະໜານກັບປະເທດເພື່ອນບ້ານໃກ້ຄຽງ; ລະບົບການຄ້າ-ການຊໍາລະສະສາງລະຫວ່າງປະເທດຈະສະດວກສະບາຍກວ່າເກົ່າຜ່ານເຄື່ອງມືທັນສະໄໝ ແລະ ກ້າວໄປຫາການຫັນເປັນເສດຖະກິດດີຈິຕອນຮອບດ້ານ; ຈະໄດ້ຮັບໂອກາດການລົງທຶນທີ່ມີຄຸນນະພາບໃໝ່ຈາກຂະແໜງການຕ່າງໆເຊັ່ນ ພະລັງງານທາງເລືອກທີ່ເປັນມິດກັບສິ່ງແວດລ້ອມຈາກຈີນເພີ່ມຂຶ້ນ ເຊັ່ນ: ພະລັງງານລົມ, ພະລັງງານແສງຕາເວັນ ແລະ ຮ່ວມກັນປະຕິບັດການພັດທະນາສີຂຽວຢ່າງຍືນຍົງ; ຜູ້ຜະລິດສິນຄ້າ ແລະ ຊາວກະສິກໍາຂອງລາວຈະໄດ້ຮັບການຊຸກຍູ້ໃຫ້ມີການແຂ່ງຂັນດ້ານການພັດທະນາສີມື, ຄຸນນະພາບການຜະລິດ ແລະ ສ້າງມາດຕະຖານທີ່ແນ່ນອນເພື່ອສົ່ງອອກຕະຫລາດຈີນ ລວມທັງຕະຫລາດຕ່າງປະເທດຫລາຍຂຶ້ນ; ຫລາຍແຂວງຫລາຍເມືອງທົ່ວປະເທດລາວ ຈະມີໜໍ່ແໜງການຜະລິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດໃຫຍ່ເກີດເປັນຂະບວນຟົດຟື້ນກວ້າງຂວາງ ຊຶ່ງຈະປະກອບສ່ວນສໍາຄັນເຂົ້າໃນພັດທະນາເສດຖະກິດ, ສ້າງວຽກເຮັດງານທໍາ ແລະ ແກ້ໄຂຄວາມທຸກຍາກຢ່າງຕັ້ງໜ້າ; ນັກສຶກສາລາວຈະຫລັ່ງໄຫລເຂົ້າໄປສຶກສາຮໍ່າຮຽນໃນປະເທດຈີນຫລາຍຂຶ້ນເພື່ອແລກປ່ຽນ ແລະ ຄົ້ນຄວ້າເອົາບົດອັນຍອດຍິ່ງ ຂອງຈີນໃນດ້ານເຕັກໂນໂລຊີ, ການບໍລິຫານທຸລະກິດ, ກົດໝາຍ,ການຄ້າ, ການແພດ..; ຄົນລາວຈະໄດ້ຊົມໃຊ້ວັດຖຸສິ່ງຂອງ, ເຄື່ອງມືການຜະລິດ, ເຄື່ອງໃຊ້ໄຟຟ້າ, ພາຫະນະ ແລະ ອື່ນໆດ້ວຍຄຸນນະພາບໃໝ່.
ນັກວິເຄາະຍັງເວົ້າວ່າຕະຫລອດຫລາຍຊຸມປີຜ່ານມາ,ຈີນມີສ່ວນຮ່ວມສໍາຄັນທີ່ສຸດປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາປະຊາຄົມໂລກຢ່າງຫລວງຫລາຍ ແລະ ມີລັກສະນະຂ້ອນ ຂ້າງເຮັດໄດ້ດີກວ່າບາງຊາດຕາເວັນຕົກ. ນອກຈາກນັ້ນ, ຈີນຍັງຍຶດໝັ້ນຖືເອົາການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ, ຕິດພັນກັບການສ້າງຄວາມສາມັກຄີຮັກແພງ, ສ້າງສັນຕິພາບ-ຄວາມສະຫງົບ, ແກ້ໄຂຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຂອງມວນມະນຸດທົ່ວໂລກຜ່ານໂຄງການຕ່າງໆເຊັ່ນ: ບຸກເບີກເສັ້ນທາງສາຍໄໝທາງບົກ-ທາງທະເລໂດຍສະເພາະເຄືອຂ່າຍເສັ້ນທາງ ລົດໄຟເຊື່ອມຕໍ່ກັນລະຫວ່າງປະເທດຄວບຄຸມເກືອບທົ່ວໂລກ, ຂະຫຍາຍໂອກາດການຄ້າ ແລະ ການລົງທຶນຮ່ວມກັບຊາດອື່ນເພີ່ມຂຶ້ນຢ່າງກ້າວກະໂດດ, ແບ່ງປັນນໍ້າຈິດນໍ້າໃຈໃນການສະໜອງທຶນຊ່ວຍເຫລືອລ້າໃຫ້ປະເທດພວມພັດທະນາ ແລະ ດ້ອຍພັດທະນາຢ່າງຫລວງຫລາຍເພື່ອຫລຸດຜ່ອນຄວາມທຸກຍາກແຕກໂຕນກັນ, ໃຫ້ທຶນການສຶກສາ ແລະ ຝຶກອົບຮົມສ້າງບຸກຄະລາກອນເປັນຈໍານວນຫລາຍຕໍ່ບັນດາປະເທດຕ່າງໆທົ່ວໂລກ ແລະ ອື່ນໆ. ສະນັ້ນ, ຖ້າປຽບທຽບກັນລະຫວ່າງຈີນກັບບາງຊາດຕາເວັນຕົກເຫັນວ່າມີຄວາມແຕກຕ່າງກັນຫລາຍໃນດ້ານພຶດຕິກໍາ ເຊັ່ນ: ຈີນບໍ່ມັກສົງຄາມ, ບໍ່ມັກສ້າງຄວາມຂັດແຍ່ງກັນ ແລະ ບໍ່ແຊກແຊງກິດຈະການພາຍໃນຂອງປະເທດອື່ນ ແຕ່ຈີນຊໍ້າພັດເນັ້ນການຮ່ວມມືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ການພັດທະນາເພື່ອຄວາມຈະເລີ່ນຮຸ່ງເຮືອງ, ການຢູ່ດີກິນດີ,ສັນຕິພາບ ແລະ ຄວາມສະຫງົບສຸກໄປພ້ອມໆກັນທົ່ວໂລກ. ຍ້ອນແນວນັ້ນ, ຈຶ່ງເຫັນວ່າບັນດາໂຄງການຕ່າງໆທີ່ຮ່ວມມືກັນລະຫວ່າງຈີນ-ອາຊຽນ ລວມທັງຊາດອື່ນໆຈຶ່ງເກີດດອກອອກຜົນສູງ ແລະ ຂະຫຍາຍຕົວຢ່າງໜ້າພາກພູມໃຈ.
ດັ່ງທີ່ຮູ້ນໍາກັນ, ເມື່ອທ້າຍເດືອນຕຸລາຜ່ານມານີ້ ກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ກອງປະຊຸມສຸດຍອດອາຊຽນ-ຈີນຄັ້ງທີ 28, ໂດຍເປັນເຈົ້າພາບ ຂອງປະເທດມາເລເຊຍ ໄດ້ຍົກໃຫ້ເຫັນວ່າການພົວພັນສະເພາະດ້ານການຄ້າລະຫວ່າງຈີນ ແລະ ອາຊຽນພຽງ 9 ເດືອນຂອງປີ 2025 ໄດ້ບັນລຸເຖິງ 785 ຕື້ໂດລາ, ເພີ່ມຂຶ້ນ 9,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການຂະຫຍາຍຕົວດັ່ງກ່າວ ບໍ່ພຽງແຕ່ສະທ້ອນໃຫ້ເຫັນເຖິງການຜະລິດຮ່ວມໃນລະບົບຕ່ອງໂສ້ການສະໜອງທີ່ຕິດພັນກັນເທົ່ານັ້ນ, ແຕ່ຍັງລວມເຖິງສິນຄ້າເຮັດສຳເລັດຮູບຈາກຈີນ ທີ່ຖືກສົ່ງອອກໄປຍັງຜູ້ບໍລິໂພກໃນອາຊີຕາເວັນອອກສຽງໃຕ້ ແລະ ສະມາຊິກອາຊຽນສົ່ງອອກຕະຫລາດຈີນຫລາຍຂຶ້ນອີກດ້ວຍ. ລະຫວ່າງກອງປະຊຸມຄັ້ງນີ້, ບັນດາຜູ້ນໍາອາຊຽນ ແລະ ສປ ຈີນຍັງໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມສັນຍາເຂດການຄ້າເສລີອາຊຽນ-ຈີນ ສະບັບປັບປຸງ 3.0 ຊຶ່ງສັນຍາດັ່ງກ່າວ ໄດ້ກວມເອົາບັນດາຂົງເຂດການຮ່ວມມືດ້ານເສດຖະກິດທີ່ສໍາຄັນ ເປັນຕົ້ນແມ່ນ ເສດຖະກິດດິຈິຕອນ, ເສດຖະກິດສີຂຽວ, ການເຊື່ອມຈອດຕ່ອງໂສ້ການສະໜອງຂອງພາກພື້ນ ແລະ ອື່ນໆ.
ເຖິງແມ່ນວ່າ “ຂໍ້ສະເໜີ” ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 15 ຂອງຈີນ (ປີ 2026-2030) ຫາກໍໄດ້ເຜີຍແຜ່ສູ່ສາຍຕາຊາວໂລກໃນເວລາບໍ່ເຖິງເດືອນກໍຕາມ ແຕ່ໃນຄວາມຈິງຂໍ້ສະເໜີດັ່ງກ່າວໄດ້ສົ່ງສັນຍານບວກ ແລະ ເປັນຄວາມຫວັງອັນຍິ່ງໃຫຍ່ຕໍ່ຊາວໂລກຈະສໍາຜັດໄດ້ເຖິງການຟື້ນຕົວເສດຖະກິດຂອງໂລກ; ຈຸດຢືນຂອງຈີນໃນຄວາມພະຍາຍາມຈະນໍາພາໃຫ້ຕ່ອງໂສ້ການຜະລິດ ແລະ ສະໜອງສິນຄ້າໃນຕະຫລາດໂລກສືບຕໍ່ໝູນໄປຢ່າງໝັ້ນທ່ຽງ, ການຍຶດຖືຫລັກໝັ້ນ ດ້ານຮັກສາສັນຕິພາບ ຄວາມຍຸຕິທໍາ ແລະ ການຄ້າ-ການຮ່ວມມືແບບຫລາຍຝ່າຍຢ່າງໜັກແໜ້ນ.
ໂດຍ: ເກີດຂວັນໃຈ ມາລີຈັນສີ
KPL