ຜັກຄາວທອງ ມີຄຸນປະໂຫຍດຫລາຍ ບໍ່ຄວນເບິ່ງຂ້າມ

18/09/2024 08:44
ຂປລ ຜັກຄາວທອງເປັນພືດທີ່ປູກ ງ່າຍໃຫຍ່ໄວໂດຍສ່ວນໃຫຍ່ຈະມັກ ຢູ່ບ່ອນປຽກຊຸ່ມ ເຊິ່ງເປັນຜັກທີ່ປະຊາຊົນນິຍົມກັນປູກໄວ້ຕາມບ້ານ, ເຮືອນ, ຮົ້ວ, ສວນ ທີ່ມີຄວາມຊຸ່ມຊື່ນ.

*ຜັກຄາວທອງເປັນພືດທີ່ປູກ ງ່າຍໃຫຍ່ໄວໂດຍສ່ວນໃຫຍ່ຈະມັກ ຢູ່ບ່ອນປຽກຊຸ່ມ ເຊິ່ງເປັນຜັກທີ່ປະຊາຊົນນິຍົມກັນປູກໄວ້ຕາມບ້ານ, ເຮືອນ, ຮົ້ວ, ສວນ ທີ່ມີຄວາມຊຸ່ມຊື່ນ ​​ເພື່ອນໍາປຸງແຕ່ງເປັນອາຫານ ໂດຍສະເພາະແມ່ນເຮັດເປັນເຫຍື່ອເຂົ້າປຸນ, ກີນກັບຕໍາໝາກຫຸ່ງ ແລະ ອື່ນໆ. ນອກນີ້, ຜັກຄາວທອງຍັງມີຄຸນປະໂຫຍດທາງ​​ຢາຫລາຍຢ່າງ ທີ່ເຮົາຄິດບໍ່ເຖິງແລະ ບໍ່ຄວນເບິ່ງຂ້າເຊິ່ງມີດັ່ງນີ້:

1. ຊ່ວຍຕ້ານພະຍາດມະເຮັງ ເພາະ ຜັກຄາວທອງມີສານທີ່ຊ່ວຍຢຸດການຈະເລີນເຕີບໂຕຂອງເຊື້ອມະເຮັງ 2. ຊ່ວຍບຳບັດ ແລະ ຟື້ນຟູພະຍາດຄວາມດັນເລືອດສູງ 3. ຊ່ວຍສ້າງພູມຕ້ານທານໃຫ້ກັບຮ່າງກາຍຕໍ່ພະຍາດຕ່າງໆ. 4. ຢຸດພະຍາດເບົາຫວານ, ຮັກສາຄວາມສົມດຸນຂອງຮ່າງກາຍ 5.ເຮັດໃຫ້ກະດູກຕິດກັນໄວຂຶ້ນ(ຕົ້ນສົດ) 6. ຊ່ວຍຮັກສາປະລິມານຂອງແຫລວໃນຮ່າງກາຍ 7. ຊ່ວຍຮັກສາອາການຫູຊັ້ນກາງອັກເສບ (ທັງຕົ້ນ) 8. ຊ່ວຍແກ້ໄຂ້ (ໃບ) 9. ຊ່ວຍປິ່ນປົວພະຍາດ ໄຂ້ມາລາ ເລຍ (ຕົ້ນ) 10. ຊ່ວຍແກ້ ແລະ ບັນເທົາອາ ການໄອ (ໝົດຕົ້ນ) 11. ມີສ່ວນຊ່ວຍກະຕຸ້ນການແບ່ງໂຕຂອງເຊວເມັດເລືອດຂາວຊ່ວຍ ບັນເທົາອາການພູມແພ້ຫອບຫືດ 12. ຊ່ວຍປິ່ນປົວອາການອັກເສບ ບໍລິເວນແກ້ວຕາ.

ເມື່ອຮູ້ຜົນດີຂອງຜັກຄາວທອງຄືແນວນີ້ແລ້ວ ກໍຄວນປູກໄວ້ໃນເຮືອນ ເພື່ອຈະໄດ້ນຳໃຊ້ຢ່າງມີຄຸນປະໂຫຍດຕໍ່ຮ່າງກາຍ ແລະ ຄວນກິນເປັນປະຈຳກໍຈະມີຜົນດີຕໍ່ຮ່າງກາຍ.

ໂດຍ: ມາລິດາ

KPL

ຂ່າວອື່ນໆ

ads
ads

Top