ການບໍລິການເປັນຫົວໃຈສຳຄັນ

08/08/2024 09:14
Email Print 629
ຂປລ ຄໍລໍາສົ່ງເສີມທຸລະກິດຫລາຍສະບັບຜ່ານມາ ບ່ໍຄ່ອຍໄດ້ນໍາສະເໜີທຸລະກິດກ່ຽວກັບໂຮງແຮມສະນັ້ນ, ນີ້ມື້ຈຶ່ງພາບັນດາທ່ານອອກຈາກນະຄອນຫລວງວຽງຈັນ ເຖິງນະຄອນຫລວງພະບາງ ເພື່ອຮູ້ຈັກໂຮງແຮມຫລວງຜາສຸກເປັນອີກໂຮງ ແຮມໜຶ່ງທີ່ມີຊື່ສຽງໃນພາກເໜືອຂອງລາວ.

     *ຄໍລໍາສົ່ງເສີມທຸລະກິດຫລາຍສະບັບຜ່ານມາ ບ່ໍຄ່ອຍໄດ້ນໍາສະເໜີທຸລະກິດກ່ຽວກັບໂຮງແຮມສະນັ້ນ, ນີ້ມື້ຈຶ່ງພາບັນດາທ່ານອອກຈາກນະຄອນຫລວງວຽງຈັນ ເຖິງນະຄອນຫລວງພະບາງ ເພື່ອຮູ້ຈັກໂຮງແຮມຫລວງຜາສຸກເປັນອີກໂຮງ ແຮມໜຶ່ງທີ່ມີຊື່ສຽງໃນພາກເໜືອຂອງລາວ  ທ່ີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ນິຍົມພັກເຊົາເພາະມີຄວາມສວຍງາມດ້ານການຕົບແຕ່ງທີ່ສື່ເຖິງເອກະລັກວັດທະນະທໍາລາວ, ຄວາມສະອາດ, ປອດໄພ ແລະ ການບໍລິການທີ່ຈິງໃຈ ຈຶ່ງເຮັດໃຫ້ຄອງໃຈນັກທ່ອງທ່ຽວມາຍາວນານ.

    ທ່ານ ນາງ ວິດາລີ ຈັນທະຜາສຸກ ຜູ້ບໍລິຫານໂຮງແຮມຫລວງຜາສຸກ ໄດ້ໃຫ້ສໍາພາດວ່າ:  ໂຮງແຮມຫລວງຜາສຸກ ເປັນໂຮງແຮມທີ່ຕັ້ງຢູ່ໃຈກາງນະຄອນຫລວງພະບາງ ທີ່ຖືກອອກແບບໃຫ້ຄົງໄວ້ເອກະລັກຂອງຄວາມເປັນລາວ ມີຫ້ອງພັກທີ່ສະດວກສະບາຍການຕົບແຕ່ງລົົງຕົວ ຫ້ອງນ້ຳສະອາດເໝາະສຳລັບຄອບຄົວ ແລະ ຄູ່ຮັກເຂົ້າພັກແຮມບັນຍາກາດພາຍໃນ ແລະ ອ້ອມຮອບເປັນເອກະລັກສະເພາະຂອງເມືອງມໍລະດົກໂລກ ເນື່ອງຈາກຕັ້ງຢູ່ຈຸດໃຈກາງເຂດມໍລະດົກ ເຮັດໃຫ້ໂຮງ ແຮມຫລວງຜາສຸກ ໃກ້ກັບສະຖານທີ່ທ່ອງທ່ຽວ ແລະ ວັດສຳຄັນຕ່າງໆເຊັ່ນ: ພູສີ, ພະຣາຊະວັງ, ວັດຊຽງທອງ, ເຮືອນຈັນ, ທ່າເຮືອ ໂດຍສະເພາະຕະຫລາດກາງຄືນ ແລະ ຕະຫລາດເຊົ້າທີ່ຕັ້ງຫ່າງຈາກໂຮງແຮມປະມານ 200 ແມັດ. 

    ໂດຍຮູບແບບການບໍລິການ ແມ່ນເນັ້ນໃສ່ບໍລິການດ້ວຍຄວາມຈິງໃຈອົບອຸ່ນໃຫ້ຄວາມເປັນກັນເອງກັບແຂກທຸກທ່ານ  ແລະ ເປັນເອກະລັກຂອງຄວາມເປັນວັດທະນະທໍາລາວດ້ວຍໄມຕິຈິດມິດຕະພາບ ຈຶ່ງເຮັດໃຫ້ລູກຄ້າທີ່ເຄີຍມາໃຊ້ບໍລິການແລ້ວເກີດຄວາມປະທັບໃຈຫລາຍຄົນ ກໍກາຍມາເປັນຄົນຮັກແພງ ພ້ອມທັງບອກຕໍ່ໆກັບໜູ່ເພື່ອນຍາດພີ່ນ້ອງ ຈຶ່ງເຮັດໃຫ້ໂຮງແຮມເປັນທ່ີຮູ້ຈັກຢ່າງກວ້າງຂວາງ. ສໍາລັບຫ້ອງພັກມີ 2 ປະເພດຄື: ຫ້ອງມາດຕະຖານ (Standard Room); ຫ້ອງພິເສດ (Superior Room) ນອກຈາກວຽກຕ້ອນຮັບ ລູກຄ້າແລ້ວທາງໂຮງແຮມຫລວງ ຜາສຸກ ຍັງມີການປະກອບສ່ວນຊ່ວຍ ເຫລືອອົງການຈັດຕັ້ງ ແລະ ສັງຄົມ ຕ່າງໆ ບໍ່ວ່າຈະເປັນທາງດ້ານເຫື່ອ ແຮງ ແລະ ປັດໄຈ ພ້ອມທັງໃຫ້ເປັນສະຖານທີ່ສຳລັບການສຶກສາຮຽນຮູ້ໃຫ້ຂໍ້ມູນແກ່ນັກສຶກສາທີ່ລົງມາຝຶກງານຫລາຍຊຸດທີ່ກຽມເສັງຈົບດ້ານການໂຮງແຮມ.

    ທ່ານ ນາງ ວິດາລີ ຈັນທະຜາສຸກ ຝາກເຖິງຖ້າທ່ານໃດໄດ້ມາທ່ຽວແຂວງຫລວງພະບາງສາມາດໄປພັກເຊົາໄດ້ຊຶ່ງໂຮງແຮມຫລວງຜາສຸກ ຕັ້ງຢູ່ໃຈກາງນະຄອນຫລວງພະບາງ ຕັ້ງຢູ່ບ້ານຈູມຄ້ອງ ນະຄອນຫລວງພະບາງ ສາມາດຕິດຕໍ່ໄດ້ເບີໂທລະສັບ +856 20 5150 4922; +856 20 5884 4446.

ໂດຍ: ມາລິດາ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top