ລມຕ ກະຊວງຍຸຕິທຳ ເນັ້ນໃຫ້ຄະນະນໍາ ຍຸຕິທໍາ ຈຳປາສັກ ກວດກາຄືນ ການ​ປະຕິບັດ​ຄໍາ​ຕັດສິນ​ຂອງ​ສານ

06/08/2024 15:08
Email Print 909
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ທ່ານ ໄພວີ ສີບົວລິພາ​ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທຳ​ ພ້ອມດ້ວຍຄະນະ ພົບປະໂອ້ລົມຄະນະພັກ-ຄະນະນໍາ,​ ສະມາຊິກພັກ​ ແລະ​ ພະນັກງານ ​ພະແນກ​ຍຸຕິທໍາ ແຂວງຈໍາປາສັກ ໃນວັນທີ​ 5 ສິງຫາ​ 2024​

 

  ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ທ່ານ ໄພວີ ສີບົວລິພາ​ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທຳ​ ພ້ອມດ້ວຍຄະນະ ພົບປະໂອ້ລົມຄະນະພັກ-ຄະນະນໍາ,​ ສະມາຊິກພັກ​ ແລະ​ ພະນັກງານ ​ພະແນກ​ຍຸຕິທໍາ ແຂວງຈໍາປາສັກ ໃນວັນທີ​ 5 ສິງຫາ​ 2024​ ທີ່ນະຄອນປາກເຊ ໂດຍມີທ່ານ​ ບຸນຄົງ ພັນວົງສາ ກໍາມະການພັກແຂວງ ຫົວໜ້າ​ພະແນກຍຸຕິທໍາແຂວງ​ ພ້ອມດ້ວຍຄະນະພັກ-ຄະນະນໍາ,​ ສະມາຊິກພັກ​ ແລະ​ ພະນັກງານ​ພາຍໃນພະແນກ, ກອງຈັດຕັ້ງປະຕິບັດຄໍາຕັດສິນຂອງສານ, ສະຖາບັນຍຸຕິທໍາພາກໃຕ້ ແລະ​ ຫ້ອງການສະພາທະນາຍຄວາມ​ແຂວງ​ ເຂົ້າຮ່ວມ.​  ໂອກາດນີ້, ທ່ານ ໄພວີ ສີບົວລິພາ​ ​ໄດ້ເນັ້ນໜັກໃຫ້ຄະນະພັກ-​ຄະນະນໍາພະແນກຍຸຕິທໍາແຂວງ, ກອງຈັດຕັ້ງປະຕິບັດຄໍາຕັດສິນຂອງສານປະຈໍາແຂວງ, ສະຖາບັນຍຸຕິທໍາພາກໃຕ້ ແລະ​ ຫ້ອງການສະພາທະນາຍຄວາມ​ແຂວງ ເອົາໃຈໃສ່ສໍາຫລວດກວດກາຄືນ ການຈັດຕັ້ງ​ປະຕິບັດ​ຄໍາ​ຕັດສິນ​ຂອງ​ສານ, ການໂຄສະນາເຜີຍແຜ່ກົດໝາຍ, ເອົາໃຈໃສ່ໃນການ​ນໍາພາ​ ສູ້ຊົນ ໃຫ້ຈັດຕັ້ງປະຕິບັດຕາມພາລະບົດບາດ ຂອງຂະແໜງຍຸຕິທໍາ ໃຫ້ມີຄຸນນະພາບ ແລະມີຜົນສໍາເລັດ.​    ນອກນີ້,​ ການນໍາພາດ້ານການເມືອງ-ແນວຄິດ,​ ການຈັດຕັ້ງ,​ ແບບແຜນວິທີນໍາພາ ແລະ​ ແບບແຜນວິທີເຮັດວຽກ​ ກໍຕ້ອງໃຫ້ລະອຽດຈະແຈ້ງ,​ ເຕົ້າໂຮມຄວາມສາມັກຄີພາຍໃນ ໃຫ້ເປັນປຶກແຜ່ນແໜ້ນໜາ​ ມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ,​ ເອົາໃຈໃສ່ປະສານສົມທົບກັບການນໍາແຂວງ,​ ການນໍາ​ນະຄອນ-ເມືອງ ເພື່ືອສູ້ຊົນເຮັດໃຫ້ຈໍານວນຄະດີ ທີ່ສານຕັດສິນແລ້ວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີຜົນສໍາເລັດ​ ແລະ​ ນັບມື້ຫລຸດໜ້ອຍຖອຍລົງ​ ໂດຍນໍາໃຊ້ມາດຕະການທາງກົດໝາຍຢ່າງເຂັ້ມງວດ, ສືບຕໍ່ເອົາໃຈໃສ່ສ້າງຄວາມເຂັ້ມແຂງ ໃຫ້ສະພາທະນາຍຄວາມ ຍົກສູງພາລະບົດບາດຂອງທະນາຍຄວາມ ໃຫ້ມີຄວາມຮູ້ຄວາມສາມາດ,​ ເຊື່ອມຊຶມ​ກໍາແໜ້ນບັນດານິຕິກໍາທີ່ກ່ຽວຂ້ອງ,​ ມີຈັນຍາບັນ-​ຈັນຍາ​ທໍາ​ ແລະ​ ມີຄວາມທ່ຽງທໍາ,​ ມີຄວາມຮູ້ດ້ານພາສາຕ່າງປະເທດ​ ເພື່ອສາມາດເຄື່ອນໄຫວວຽກງານຮ່ວມມືກັບສາກົນ ແລະ​ ພາກພື້ນ ທັງນີ້ກໍເພື່ອເຮັດສໍາເລັດໜ້າທີ່ການ​ເມືອງ​ ທີ່ພັກ-ລັດ​ ແລະ​ ການຈັດຕັ້ງມອບໝາຍໃຫ້.​

ຂ່າວ​-ພາບ​: ທູນທອງໃຈ
KPL

ຂ່າວອື່ນໆ

ads
ads

Top