ບໍລິສັດທ່ອງທ່ຽວພັດທະນາຈໍາປາໃໝ່ ໃຫ້ບໍລິການທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ

05/08/2024 17:12
Email Print 1343
ຂປລ ຂປລ. ໃນງານຕະຫລາດນັດສາກົນ, ການຄ້າ, ການທ່ອງທ່ຽວ ແລະ ການລົງທຶນ ຕາມແລວເສັ້ນທາງເສດ ຖະກິດຕາເວັນອອກ-ຕາເວັນຕົກ ໄດ້ຈັດຫລາຍກິດຈະກໍາ ໃຫ້ບັນດາຜູ້ປະກອບການທຸລະກິດການທ່ອງທ່ຽວ ແລະ ທຸລະກິດປິ່ນອ້ອມ ໄດ້ມີໂອກາດແລກປ່ຽນຂໍ້ມູນຂ່າວສານ ການທ່ອງທ່ຽວ ໂດຍສະເພາະ ຄູ່ທຸລະກິດການທ່ອງທ່ຽວລາວ-ຫວຽດນາມ.



ຂປລ. ໃນງານຕະຫລາດນັດສາກົນ
, ການຄ້າ, ການທ່ອງທ່ຽວ ແລະ ການລົງທຶນ ຕາມແລວເສັ້ນທາງເສດ ຖະກິດຕາເວັນອອກ-ຕາເວັນຕົກ ໄດ້ຈັດຫລາຍກິດຈະກໍາ ໃຫ້ບັນດາຜູ້ປະກອບການທຸລະກິດການທ່ອງທ່ຽວ ແລະ ທຸລະກິດປິ່ນອ້ອມ ໄດ້ມີໂອກາດແລກປ່ຽນຂໍ້ມູນຂ່າວສານ ການທ່ອງທ່ຽວ ໂດຍສະເພາະ ຄູ່ທຸລະກິດການທ່ອງທ່ຽວລາວ-ຫວຽດນາມ. ໃນນັ້ນ, ບໍລິສັດທ່ອງທ່ຽວພັດທະນາຈໍາປາໃໝ່ ກໍເປັນບໍລິສັດໜຶ່ງທີ່ໄດ້ຮ່ວມງານໃນຄັ້ງນີ້ ເຊິ່ງບໍລິສັດດັ່ງກ່າວ ແມ່ນໃຫ້ບໍລິການນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງເທດ ທີ່ມີຄວາມສົນໃຈ ຢາກເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ແລະ ນັກທ່ອງທ່ຽວລາວ ຢາກໄປທ່ອງທ່ຽວຕ່າງປະເທດ.



ທ່ານ ນາງ ສຸດທິດາ ອຸນາພົມ ຜູ້ອໍານວຍການ ບໍລິສັດທ່ອງທ່ຽວພັດທະນາຈໍາປາໃໝ່ ໄດ້ໃຫ້ຮູ້ວ່າ: ບໍລິສັດທ່ອງທ່ຽວພັດທະນາຈໍາປາໃໝ່ ເລີ່ມດໍາເນີນທຸລະກິດແຕ່ປີ 2003 ເປັນຕົ້ນມາ ແລະ ໄດ້ລົງທຶນພັດທະນາສະຖານທີ່ທ່ອງທ່ຽວຢູ່ 2 ແຫ່ງຄື: ສະຖານທີ່ທ່ອງທ່ຽວນໍ້າຕົກຕາດເຍືອງ ເມືອງຊ່ອງ ແຂວງຈໍາປາສັກ ແລະ ສະຖານທີ່ທ່ອງທ່ຽວຕາດເລາະ-ຕາດຮັງ ແຂວງສາລະວັນ. ການເຂົ້າຮ່ວມງານຕະຫລາດນັດສາກົນ
, ການຄ້າ, ການທ່ອງທ່ຽວ ແລະ ການລົງທຶນ ຢູ່ສສ ຫວຽດນາມ ໃນຄັ້ງນີ້ ຖືວ່າເປັນໂອກາດອັນດີ ທີ່ບໍລິສັດພວກເຮົາ ຈະໄດ້ແລກປ່ຽນຂໍ້ມູນຂ່າວ ສານການທ່ອງທ່ຽວ, ໂຄສະນາແຫລ່ງທ່ອງທ່ຽວ ແລະ ບໍລິສັດທ່ອງທ່ຽວ ເພື່ອຫາຕະຫລາດການນໍາເຂົ້ານັກທ່ອງທ່ຽວ, ຮູບແບບການຈັດລາຍການທ່ອງທ່ຽວ, ການຮັບ-ສົ່ງນັກທ່ອງທ່ຽວ ແລະ ກ້າວໄປເຖິງການຊື້-ຂາຍລາຍການທ່ອງ ທ່ຽວເຊິ່ງກັນ ແລະ ກັນ ເປັນຕົ້ນ ບັນດາແຂວງທີ່ມີ ສາຍແດນຕິດຈອດກັບ ສປປ ລາວ ໃຫ້ເຂົ້າເຈົ້າໄດ້ຮູ້ຈັກຖະສະທີ່ທ່ອງທ່ຽວ ທີ່ມີຄວາມຫລາກຫລາຍທາງດ້ານວັດທະນະທໍາ, ທໍາມະຊາດ ແລະ ປະຫວາດສາດ ທີ່ມີຄວາມສວຍສົດງົດງາມ.



ທ່ານ ນາງ ສຸດທິດາ ອຸນາພົມ ຍັງໃຫ້ຮູ້ອີກວ່າ: ປັດຈຸບັນ
, ບໍລິສັດທ່ອງທ່ຽວພັດທະນາ ຈໍາປາໃໝ່ ນອກຈາກບໍລິການໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງເທດແລ້ວ, ຍັງມີສະຖານທີ່ທ່ອງທ່ຽວນໍ້າຕົກຕາດເຍືອງ ແລະ ສະຖານທີ່ທ່ອງທ່ຽວ ນໍ້າຕົກຕາດເລາະ-ຕາດຮັງ, ມີການບໍລິການ ຮ້ານອາຫານ ແລະ ຮ້ານກາເຟ ເມື່ອນັກທ່ອງທ່ຽວ ໄດ້ເຂົ້າໄປ ສໍາພັດເຖິງກິ່ນອາຍຂອງທໍາມະຊາດ, ອາກາດບໍລິສຸດ, ເຫັນນໍ້າຕົກຕາດ ທີ່ມີຄວາມສວຍສົດງົດງາມ ທີ່ທໍາມະຊາດສ້າງຂຶ້ນ.

ຂ່າວ-ພາບ: ວີລະວັນ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top