ລາວ-ກໍາປູເຈຍ ເພີ່ມທະວີການຮ່ວມມືວຽກງານໄອຍະການ

01/08/2024 19:36
Email Print 908
ຂປລ ຂປລ. ວັນທີ 31 ກໍລະກົດ 2024 ຜ່ານມາ, ທີ່​ນະຄອນຫລວງ​ພະນົມ​ເປັນ ຮາ​ສະ​ອານາຈັກ​ກຳປູ​ເຈຍ, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາ ຊົນສູງສຸດ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ ໄດ້ພົບປະກັບ ທ່ານ ນາງ ເຈຍ ລຽງ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ຣາຊະອານາ ຈັກກໍາປູເຈຍ ໂດຍມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.



ຂປລ. ວັນທີ
31 ກໍລະກົດ 2024 ຜ່ານມາ, ທີ່​ນະຄອນຫລວງ​ພະນົມ​ເປັນ ຮາ​ສະ​ອານາຈັກ​ກຳປູ​ເຈຍ, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາ ຊົນສູງສຸດ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ ໄດ້ພົບປະກັບ ທ່ານ ນາງ ເຈຍ ລຽງ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ຣາຊະອານາ ຈັກກໍາປູເຈຍ ໂດຍມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.



ໃນວາລະດັ່ງກ່າວ
, ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຂອບໃຈ ທີ່ໄດ້ຮັບເຊື້ອເຊີນ ແລະ ຮັບຕ້ອນຢ່າງອົບອຸ່ນ, ພ້ອມຕີລາຄາສູງ ຕໍ່ຜົນສໍາເລັດຂອງການຮ່ວມມື ລະຫວ່າງ ອົງການໄອຍະການສອງປະເທດ ໃນການຈັດຕັ້ງປະຕິບັດບົດບັນທຶກຮ່ວມ ທີ່ໄດ້ລົງນາມກັນໃນປີ 2014 ທີ່ ຣາຊະອາ ນາຈັກກໍາປູເຈຍ ແລະ ເຫັນດີເປັນເອກະພາບລົງນາມບົດບັນທຶກຊ່ວຍຈໍາ ໃນການປຶກສາຫາລືວຽກງານ ໄອຍະການຂອງສອງປະເທດ ໃນຊຸມປີຕໍ່ໜ້າ ແລະ ພ້ອມກັນລົງນາມໃນບົດບັນທຶກຊ່ວຍຈໍາ ໂດຍມີເນື້ອໃນຕົ້ນຕໍ ຄື: ສືບຕໍ່ແລກປ່ຽນໄປມາຢ້ຽມຢາມ ຄະນະຜູ້ແທນຂັ້ນສູງ, ຂັ້ນວິຊາການ ແລະ ຈັດກອງປະຊຸມອົງການໄອຍະການ ລາວ-ກໍາປູເຈຍ ກ່ຽວກັບການຮ່ວມມືສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດ; ເຫັນດີຈະຈັດກອງປະຊຸມຊາຍແດນ ລະຫວ່າງ ອົງການໄອຍະການຂອງສອງປະເທດ ຢູ່ ສປປ ລາວ ໃນປີ 2025 ເພື່ອເປັນການສະເຫລີມສະຫລອງ ວັນສ້າງຕັ້ງອົງການ ໄອຍະການປະຊາຊົນ ແຫ່ງ ສປປ ລາວ ຄົບຮອບ 35 ປີ ກໍຄື ການສະເຫລີມສະຫລອງວັນຊາດແຫ່ງ ສປປ ລາວ ຄົບຮອບ 50 ປີ ເພື່ອເປັນການຍົກສູງສາຍພົວພັນມິດຕະພາບ ແລະ ການຮ່ວມມືວຽກງານ ໄອຍະການຂອງສອງຝ່າຍ; ເພີ່ມທະວີການພົວພັນຮ່ວມມື ລະຫວ່າງປະເທດທາງອາຍາ ແລະ ການສົ່ງຜູ້ຮ້າຍຂ້າມແດນ; ເພີ່ມທະວີການຮ່ວມມືລະຫວ່າງ ອົງການໄອຍະການບັນດາແຂວງ ທີ່ມີຊາຍແດນຕິດຈອດກັນ ກ່ຽວບັນຫາອາຊະຍາກຳຂ້າມຊາດຢ່າງມີປະສິດທິພົນ.



ການພົ​ບປະຢ້ຽມຢາມຂອງຄະນະຜູ້ແທນໃນຄັ້ງນີ້, ໄດ້ເປັນພື້ນຖານສໍາຄັນທີ່ເຮັດໃຫ້ ວຽກງານໄອຍະການຂອງສອງປະເທດ ໄດ້ຮັບການພັັດທະນາ
, ຍົກສູງບົດບາດຄວາມສັກສິດຂອງກົດໝາຍ ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມຂອງສອງປະເທດດ ຕ້ານອາຊະຍາກຳຂ້າມຊາດ, ປະກອບສ່ວນ ສໍາຄັນ ເຮັດໃຫ້ສອງປະເທດ ມີຄວາມສະຫງົບ ​ແລະ ຄວາມເປັນລະບຽບຮຽບຮ້ອຍ ເປັນຢ່າງດີ.



ຂ່າວ-ພາບ: ອອປສ

KPL

ຂ່າວອື່ນໆ

ads
ads

Top