ກາເຟນະພາ ຊ່ວຍຮັກສາສຸຂະພາບໃຫ້ແຂງແຮງ

01/08/2024 10:39
Email Print 406
ຂປລ ປັດຈຸບັນຄົນລາວເຮົາ ມີຈຳນວນບໍ່ໜ້ອຍໄດ້ຄົ້ນຄິດນຳເອົາສະໝູນໄພຈາກທີ່ປູກຂຶ້ນເອງ, ສະໝູນໄພຈາກທຳມະຊາດມາປຸງແຕ່ງ ເປັນຜະລິດຕະພັນສຳເລັດຮູບ ເພື່ອຕອບສະໜອງໃຫ້ແກ່ສັງຄົມໄດ້ເລືອກໃຊ້ຮັກສາສຸຂະພາບໃຫ້ມີຄວາມແຂງແຮງ ປາສະຈາກພະຍາດຕ່າງໆ.


 

          ປັດຈຸບັນຄົນລາວເຮົາ ມີຈຳນວນບໍ່ໜ້ອຍໄດ້ຄົ້ນຄິດນຳເອົາສະໝູນໄພຈາກທີ່ປູກຂຶ້ນເອງ, ສະໝູນໄພຈາກທຳມະຊາດມາປຸງແຕ່ງ ເປັນຜະລິດຕະພັນສຳເລັດຮູບ ເພື່ອຕອບສະໜອງໃຫ້ແກ່ສັງຄົມໄດ້ເລືອກໃຊ້ຮັກສາສຸຂະພາບໃຫ້ມີຄວາມແຂງແຮງ ປາສະຈາກພະຍາດຕ່າງໆ. ແນວໃດກໍດີ ມື້ນີ້ຂໍພາທ່ານຜູ້ອ່ານໄປຮູ້ກັບສະໝູນໄພກາເຟນະພາ ເຊິ່ງເປັນກາເຟ ຮັກສາສຸພາບທີ່ສາມາດຊ່ວຍໄດ້ຫລາຍໆອາການພາຍໃນຮ່າງກາຍຂອງເຮົາ.

ທ່ານ ນາງ ສອນທິດາ ແສນຫົວພັນ ຜູ້ບໍລິຫານຜະລິດຕະພັນກາເຟ ນະພາ ເລົ່າສູ່ຟັງວ່າ: ຍ້ອນສະມາຊິກພາຍໃນຄອບຄົວມີຄວາມນິຍົມດື່ມກາເຟເປັນປະຈຳ. ຂະນະທີ່ພໍ່ຂອງຕົນກໍມີບັນຫາທາງສາຍຕາ ແລະ ມັກດື່ມກາເຟເປັນປະຈຳ ກໍເລີຍຄິດຄົ້ນວ່າຈະເຮັດແນວໃດໃຫ້ພໍ່ດື່ມກາເຟທັງຮັກສາສຸຂະພາບໄປພ້ອມໆກັນ ເພາະວ່າກາເຟທົ່ວໄປຕາມຕະຫລາດແມ່ນມີນ້ຳຕານ (ພໍ່ມີບັນຫາກິນນ້ຳຕານບໍ່ໄດ້) ເຊິ່ງນີ້ແມ່ນແຮງບານດານໃຈ ທີ່ພາໃຫ້ເກີດມີແນວຄິດຜະລິດກາເຟນະພາຂຶ້ນ ເພື່ອບໍລິໂພກພາຍໃນຄອບຄົວ ແລະ ກໍສາ ມາດຮັກສາສຸພາບໄດ້ດີແທ້. ດັ່ງນັ້ນ, ຈຶ່ງຜະລິດກາເຟນະພາເປັນຜະລິດຕະພັນຂອງຄອບຄົວອອກຮັບໃຊ້ສັງຄົມ.

ທ່ານ ນາງ ສອນທິດາ ຍັງກ່າວຕື່ມວ່າ: ສຳລັບຄຸນປະໂຫຍດຂອງກາເຟນະພາ ແມ່ນມີສະໝູນໄພຫລາຍຢ່າງທີ່ສາມາດຮັກສາສຸຂະພາບໄດ້ ໂດຍສະເພາະແມ່ນບຳລຸງສາຍຕາສຳລັບຜູ້ທີ່ເຮັດວຽກກັບຄອມພິວເຕີ, ຕາມົວ, ແສບຕາ, ຕາແພ້ແສງ, ເຈັບຫລັງ, ເຈັບແອວ, ຊ່ວຍປັບສົມດຸນຂອງລະບົບຄວາມດັນເລືອດ, ຊ່ວຍຫລຸດຜ່ອນການເສື່ອມຂອງຈຸລັງໃນຮ່າງກາຍ, ປິ່ນປົວບາດແຜໃນກະເພາະອາຫານ, ຊ່ວຍຂັບຂີ້ກະເທິ, ແກ້ໄອ, ຊ່ວຍບຳລຸງປະສາດ, ຊ່ວຍລົດການດູດຊຶມນ້ຳຕານໃນອາຫານ, ຊ່ວຍປ້ອງກັນການຖອກທ້ອງ, ຊ່ວຍປັບສົມດຸນລະບົບຂັບຖ່າຍ, ຄວບຄຸມໄຂມັນໃນເສັ້ນເລືອດ, ປ້ອງກັນກະດູກເສື່ອມບຳລຸງສະໝອງ, ຊ່ວຍບັນເທົາອາ, ການເມື່ອຍຈາກການເຮັດວຽກ,ນອນລັບດີ ແລະ ອື່ນໆ... ສຳລັບສ່ວນປະສົບຂອງກາເຟນະພາ ນອກຈາກໝາກກາເຟແລ້ວ, ຍັງມີສະໝູນໄພອື່ນໆເຊັ່ນ: ໂສມ, ຫາງທາວ, ມີງາດຳ ແລະ ອື່ນໆ.

ແນວໃດກໍດີ ໂດຍລວມແລ້ວກາເຟນະພາ ລ້ວນແຕ່ຊ່ວຍບຳລຸງຮ່າງກາຍ, ຮັກສາສຸຂະພາບໃຫ້ແຂງແຮງ ໂດຍສະເພາະແມ່ນບັນດາອາການທີ່ກ່າວມາຂັ້ນເທິງສາມາດຊ່ວຍໄດ້ ແລະ ຖ້າທ່ານໃດມີບັນຫາທາງສຸຂະພາບສາມາດປຶກສາຫາເຈົ້າຂອງກາເຟນະພາ ໄດ້ດ້ວຍເບີໂທ: 02055166594 ໄດ້ທຸກເວລາ.

KPL

ຂ່າວອື່ນໆ

ads
ads

Top