ລາວ-ຈີນ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

25/07/2024 22:08
Email Print 569
ຂປລ ຂປລ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ສະຫາຍ ຫວັງ ອີ້ ຫົວໜ້າຫ້ອງການຄະນະກໍາມະການ ກິດຈະການຕ່າງປະເທດ ສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນທີ່ກ່ຽວຂ້ອງ

ຂປລ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ສະຫາຍ ຫວັງ ອີ້ ຫົວໜ້າຫ້ອງການຄະນະກໍາມະການ ກິດຈະການຕ່າງປະເທດ ສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 24-28 ກໍລະກົດ 2024 ເພື່ອສືບຕໍ່ເສີມຂະຫຍາຍ ສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ກໍຄື ການພົວພັນທີ່ສະນິດແໜ້ນ ຂອງສອງກະຊວງການຕ່າງປະເທດ ລາວ ແລະ ຈີນ ໃຫ້ເລິກເຊິ່ງກວ່າເກົ່າ.

ກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 25 ກໍລະກົດ 2024, ທີ່ ໂຮງແຮມ ສຸພັດຕຣາ, ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ຫວັງ ອີ້ ຫົວໜ້າຫ້ອງການຄະນະກໍາມະການ ກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປ ຈີນ. ກອງປະຊຸມຄັ້ງນີ້, ສອງຝ່າຍ ໄດ້ທົບທວນຄືນການຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນ ການຮ່ວມມືໃນຕໍ່ໜ້າ ເພື່ອຊຸກຍູ້ສົ່ງເສີມການພົວພັນ ຮ່ວມມືສອງຝ່າຍໃນດ້ານຕ່າງໆ ເປັນຕົ້ນ ການຈັດຕັ້ງຜັນຂະຫຍາຍການຕົກລົງທີ່ເປັນເອກະພາບກັນຂອງການນໍາສູງສຸດຂອງ ສອງປະເທດ ກໍຄື ແຜນແມ່ນບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວສະບັບໄໝ (2024-2028) ໂດຍສະເພາະແມ່ນ ການອໍານວຍຄວາມສະດວກໃຫ້ແກ່ ການດໍາເນີນໂຄງການລົດໄຟລະຫວ່າງປະເທດ ລາວ-ຈີນ, ການພັດທະນາບັນດາໂຄງການທີ່ປິ່ນອ້ອມຕາມແລວເສດຖະກິດລາວ-ຈີນ ໃຫ້ເປັນຮູບປະທໍາເທື່ອລະກ້າວ. ນອກຈາກນັ້ນ, ສອງຝ່າຍເຫັນດີ ທີ່ຈະສືບຕໍ່ ຮ່ວມມືກັນ ໃນການສ້າງຕັ້ງກົນໄກການປຶກສາຫາລື ການຮ່ວມມືດ້ານການທູດເສດຖະກິດ ລາວ-ຈີນ; ວຽກງານການແກ້ໄຂບັນຫາເສດຖະກິດມະຫາພາກ; ການຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການທ່ອງທ່ຽວ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ກັບສະພາບ ການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.


ພາຍຫລັງສໍາເລັດການພົບປະ, ສະຫາຍ ສະເຫລີມໄຊ ກົມມະສິດ ແລະ ສະຫາຍ ຫວັງ ອີ້ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານຮ່ວມກັນ 3 ສະບັບ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສປ ຈີນ ຄື: ໜັງສືມອບ-ຮັບໂຄງການ ຊ່ວຍເຫລືອລ້າເພື່ອຍົກລະດັບ ແລະ ປັບປຸງໂຮງໝໍແຂວງຫລວງພະບາງ; ສານແລກປ່ຽນ ໂຄງການຊ່ວຍເຫລືອລ້າເພື່ອຍົກລະດັບ ແລະ ປັບປຸງໂຮງຮຽນມັດທະຍົມສົມບູນ ສະຫວັນນະເຂດ ແລະ  ໜັງສືມອບ-ຮັບໂຄງການຊ່ວຍເຫລືອພາຫະນະ ແລະ ອຸປະກອນເພື່ອຮັບໃຊ້ໃນ ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໃສທົ່ວປະເທດໃນ ສປປ ລາວ ຄັ້ງທີ 5 ປີ 2025.

ໃນວັນດຽວກັນ, ສະຫາຍ ຫວັງ ອີ້  ແລະ ຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່, ປະທານປະເທດ, ທີ່ ຫ້ອງວ່າການສູນກາງພັກ ແລະ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ເຂົ້າຮ່ວມງານລ້ຽງຕ້ອນຮັບ ຈັດໂດຍ ສະຫາຍ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ອີກດ້ວຍ.

KPL

ຂ່າວອື່ນໆ

    • ມອບ-ຮັບ ລາງວັນມາດຕະຖານ ການທ່ອງທ່ຽວອາຊຽນ ປະຈຳປີ 2025ການເມືອງ

      ມອບ-ຮັບ ລາງວັນມາດຕະຖານ ການທ່ອງທ່ຽວອາຊຽນ ປະຈຳປີ 2025

      2/5/2025 6:36:24 PM

      ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດພິທີມອບ-ຮັບລາງ ວັນມາດຕະຖານ ການທ່ອງທ່ຽວອາຊຽນ ປະຈຳປີ 2025 ໃນວັນທີ 5 ກຸມພາ 2025 ໃຫ້ພາກສ່ວນຕ່າງໆຈາກພາກລັດ, ພາກທຸລະກິດ ແລະ ຜູ້ປະກອບການຂອງຊຸມຊົນທ້ອງຖິ່ນ ໃນ ສປປ ລາວ ທີ່ສາມາດປະຕິບັດໄດ້ ຕາມເງື່ອນໄຂຕ່າງໆ ທີ່ໄດ້ກຳນົດໄວ້ ຢູ່ໃນແຕ່ລະມາດຕະຖານ ການທ່ອງທ່ຽວອາຊຽນ, ຕາງໜ້າມອບໂດຍ ​ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີຮອງລັດຖະ ມົນຕີ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ຖວທ ຈາກບັນດາແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

    • ນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນ ກອງປະຊຸມໂຕະມົນ ປະຈຳປີ 2024ການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນ ກອງປະຊຸມໂຕະມົນ ປະຈຳປີ 2024

      2/5/2025 6:27:10 PM

      ຂປລ. ໃນຕອນບ່າຍ ວັນທີ 5 ກຸມພາ 2025 ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນກອງປະ ຊຸມໂຕະມົນ ປະຈຳປີ 2024 ນຳພາຄະນະໂດຍ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເພື່ອລາຍງານໂດຍສັງເຂບຜົນສຳເລັດກອງປະຊຸມໂຕະມົນ ປະຈໍາປີ 2024

    • ສະຫລຸບການຈັດຕັ້ງປະຕິບັດ ໂຄງການ ຮ່ວມມືດ້ານສະຖິຕິ ລາວ-ລຸກຊຳບວກ ໄລຍະ IIການເມືອງ

      ສະຫລຸບການຈັດຕັ້ງປະຕິບັດ ໂຄງການ ຮ່ວມມືດ້ານສະຖິຕິ ລາວ-ລຸກຊຳບວກ ໄລຍະ II

      2/5/2025 6:20:18 PM

      ຂປລ. ກອງປະຊຸມຄະນະຊີ້ນໍາໂຄງການ ຄັ້ງທີ 4 ຂອງໂຄງການຮ່ວມມື ດ້ານສະຖິຕິລາວ-ລຸກຊໍາບວກ ໄລຍະ II ຈັດຂຶ້ນວັນທິ 5 ກຸມພາ 2025 ເພື່ອສະຫລຸບຕີລາຄາ ຜົນການຈັດຕັ້ງປະຕິບັດໂຄງການໃນປີ 2024, ພ້ອມທັງປະເມີນຕີລາຄາໂຄງການ ກາງສະໄໝ ແລະ ແຜນການຈັດຕັ້ງປະຕິບັດ ໂຄງການປີ 2025.

    • ປະທານອົງການກວດກາແຫ່ງລັດ ເນັ້ນເພີ່ມ ທະວີຕິດຕາມ-ກວດກາການຄຸ້ມຄອງບໍລິຫານລັດການເມືອງ

      ປະທານອົງການກວດກາແຫ່ງລັດ ເນັ້ນເພີ່ມ ທະວີຕິດຕາມ-ກວດກາການຄຸ້ມຄອງບໍລິຫານລັດ

      2/5/2025 6:14:56 PM

      ຂປລ. ໃນໂອກາດເຂົ້າກອງປະຊຸມ ວຽກງານກວດກາທົ່ວປະເທດປະຈຳປີ 2024 ວັນທີ 4 ກຸມພາ 2025 ນີ້, ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາ ທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານ ການສໍ້ລາດ ບັງຫລວງຂັ້ນສູນກາງ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ເພີ່ມທະວີ ການຕິດຕາມ-ກວດກາການຄຸ້ມຄອງບໍລິຫານລັດ ຕາມພາລະບົດບາດຂອງອົງການກວດກາລັດ

    • ລັດຖະບານຍີ່ປຸ່ນ ຊ່ວຍເຫລືອກໍ່ສ້າງຂົວ ບ້ານນາຮັງນ້ອຍ ເມືອງອາດສະພອນການເມືອງ

      ລັດຖະບານຍີ່ປຸ່ນ ຊ່ວຍເຫລືອກໍ່ສ້າງຂົວ ບ້ານນາຮັງນ້ອຍ ເມືອງອາດສະພອນ

      2/5/2025 6:07:33 PM

      ຂປລ. ພິທີມອບ-ຮັບ ແລະ ເປີດການນຳໃຊ້ໂຄງການກໍ່ສ້າງຂົວເບຕົງ ເສີມເຫລັກອັດແຮງ ຂ້າມຫ້ວຍລະຮັງ ຢູ່ບ້ານນາຮັງນ້ອຍ ເມືອງອາດສະພອນ ແຂວງສະຫວັນນະເຂດ, ພາຍໃຕ້ທຶນຊ່ວຍເຫລືອລ້າ ຈາກລັດຖະບານຍີ່ປຸ່ນ ຈັດຂຶ້ນໃນວັນທີ 4 ກຸມພາ 2025

ads
ads

Top