ຂປລ
ຂປລ. ໃນວັນທີ 25 ກໍລະກົດ 2024 ນີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫວັງ ອີ້ ຫົວໜ້າຫ້ອງການຄະນະກໍາມະການ ກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 24-28 ກໍລະກົດ 2024.

ຂປລ. ໃນວັນທີ 25 ກໍລະກົດ 2024 ນີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫວັງ ອີ້ ຫົວໜ້າຫ້ອງການຄະນະກໍາມະການ ກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 24-28 ກໍລະກົດ 2024.
ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນທີ່ກ່ຽວຂ້ອງ ແລະ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຍິນດີ ທີ່ຈະໄດ້ຕ້ອນຮັບ ສະຫາຍ ຫລີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ທີ່ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ໃນເດືອນຕຸລາ 2024 ແລະ ຖືໂອກາດດັ່ງກ່າວຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເຊິ່ງຈະເປັນ ການປະກອບສ່ວນສໍາຄັນ ເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດ ຮອບດ້ານໝັ້ນຍົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ຜົນສຳເລັດຂອງການດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 3 ສະໄໝທີ 20 ຂອງຄະນະກໍາມະການສູນກາງພັກກອມມູນິດຈີນ ທີ່ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນອາທິດທີ່ຜ່ານມາ ໂດຍສະເພາະ ໃນປີ 2024 ນີ້ ເປັນປີແຫ່ງການສະຖາປະນາ ສປ ຈີນ ຄົບຮອບ 75 ປີ. ນອກຈາກນັ້ນ, ໄດ້ສະແດງຄວາມຍິນດີຕໍ່ຜົນສໍາເລັດ ໃນການຈັດຕັ້ງຜັນຂະຫຍາຍ ຜົນຂອງການຕົກລົງເປັນ ເອກະພາບກັນຂອງການນໍາຂັ້ນສູງຂອງ ສອງປະເທດ ໃນໄລຍະຜ່ານມາ, ພ້ອມທັງໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫລືອອັນລໍ້າຄ່າ ແລະ ປະກອບສ່ວນສໍາຄັນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມຂອງລາວ ກໍຄື ການສະໜັບສະໜູນ ການເປັນປະທານໝູນວຽນອາຊຽນຂອງ ສປປ ລາວ ໃນປີ 2024 ນີ້. ນອກນັ້ນ, ສະຫາຍນາຍົກລັດຖະມົນຕີ ຍັງໄດ້ສະເໜີ ແລະ ເນັ້ນໜັກບາງຈຸດ ກ່ຽວກັບການຊຸກຍູ້ເສີມ ຂະຫຍາຍການພົວພັນຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ການເລັ່ງລັດຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມື ແລະ ການສ້າງສິ່ງອໍານວຍຄວາມສະດວກ ໃຫ້ແກ່ການດໍາເນີນໂຄງການລົດໄຟ ລະຫວ່າງ ປະເທດລາວ-ຈີນ, ການຂະຫຍາຍ ແລະ ການອໍານວຍຄວາມສະດວກ ໃຫ້ແກ່ການຜ່ານດ່ານທາງບົກ ບໍ່ເຕ່ນ-ບໍ່ຫານ, ການພັດທະນາບັນດາໂຄງການປິ່ນອ້ອມ ຕາມແລວທາງລົດໄຟລາວ-ຈີນ, ການຮ່ວມມືດ້ານເສດຖະກິດມະຫາພາກ, ຂົງເຂດພະລັງງານໄຟຟ້າ, ການຊຸກຍູ້ສົ່ງເສີ່ມ ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນຂອງປະຊາຊົນ ໃຫ້ຫລາຍຂຶ້ນ ໂດຍສະເພາະ ໃນປີທ່ອງທ່ຽວລາວ 2024 ເຊິ່ງລັດຖະບານລາວ ໄດ້ປະກາດຍົກເວັ້ນວີຊາໃຫ້ແກ່ພົນລະເມືອງຈີນ ທີ່ເດີນທາງເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ດ້ວຍຮູບແບບກຸ່ມນັກທ່ອງທ່ຽວ ນັບແຕ່ວັນທີ 1 ກໍລະກົດ 2024 ເປັນຕົ້ນມາ.

ໃນໂອກາດດຽວກັນ, ສະຫາຍ ຫວັງ ອີ້ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຢືນຢັນວ່າ ຈະສືບຕໍ່ຜັນຂະຫຍາຍຂໍ້ຕົກລົງ ຂອງການນໍາຂັ້ນສູງຂອງສອງປະເທດ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີໝາກຜົນ ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍ ບັນດາເອກະສານສໍາຄັນ ທີ່ການນໍາຂັ້ນສູງສອງຝ່າຍ ໄດ້ເປັນສັກຂີພິຍານໃນການລົງນາມ ໃນໂອກາດຢ້ຽມຢາມລັດຖະກິດທີ່ ສປ ຈີນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດຂອງການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ໃນທ້າຍປີ 2023 ທີ່ຜ່ານມາ ແລະ ແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ, ລາວ-ຈີນ ສະບັບໃໝ່ ໄລຍະປີ 2024-2028 ໃຫ້ປະກົດຜົນເປັນຈິງ ເທື່ອລະກ້າວ.
ໃນໂອກາດດັ່ງກ່າວ, ສະຫາຍ ຫວັງ ອີ້ ຍັງໄດ້ລາຍງານໃຫ້ຊາບ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 3 ສະໄໝທີ 20 ຂອງຄະນະກໍາມະການສູນກາງພັກກອມມູນິດຈີນ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ຂອງການດໍາເນີນກອງປະຊຸມດັ່ງກ່າວ ແລະ ການຮັບຮອງເອົາບັນດາມະຕິທີ່ກອງປະຊຸມ ເພື່ອ ແນໃສ່ການປະຕິຮູບຢ່າງຮອບດ້ານ ແລະ ການຫັນເປັນທັນສະໄໝແບບຈີນ ອີກບາດກ້າວໜຶ່ງ.
KPL