ຂປລ
ພິທີເປີດສັບປະດາ ການອອກແບບ ອຸດສາຫະກໍາຈີນ(ກວາງຊີ)-ອາຊຽນປີ 2026 ໄດ້ຈັດຂຶ້ນຢູ່ ນະຄອນໜານໜິງ ເຂດປົກຄອງຕົນເອງ ເຜ່າຈວ້າງກວາງຊີ ຂອງ ສປ ຈີນ ພາຍໃຕ້ຫົວຂໍ້ “ເຊື່ອມໂຍງອາຊຽນ ດ້ວຍຄວາມອັດສະລິຍະ, ການສ້າງສັນຮ່ວມກັນ ຜ່ານການອອກແບບ”

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ພິທີເປີດສັບປະດາ ການອອກແບບ ອຸດສາຫະກໍາຈີນ(ກວາງຊີ)-ອາຊຽນປີ 2026 ໄດ້ຈັດຂຶ້ນຢູ່ ນະຄອນໜານໜິງ ເຂດປົກຄອງຕົນເອງ ເຜ່າຈວ້າງກວາງຊີ ຂອງ ສປ ຈີນ ພາຍໃຕ້ຫົວຂໍ້ “ເຊື່ອມໂຍງອາຊຽນ ດ້ວຍຄວາມອັດສະລິຍະ, ການສ້າງສັນຮ່ວມກັນ ຜ່ານການອອກແບບ” ໂດຍມີ ຈຸດປະສົງ ເພື່ອລົງເລິກການຮ່ວມມື ໃນຂົງເຂດການອອກແບບລະຫວ່າງ ສປ ຈີນ-ອາຊຽນ, ສົ່ງເສີມການເຊື່ອມໂຍງເຂົ້າກັນ ແບບແມ່ນຢໍາ ລະຫວ່າງ ອຸດສາຫະກໍາ, ຊຸກຍູ້ການເຊື່ອມໂຍງລະຫວ່າງ ປັນຍາປະດິດ ແລະ ການອອກແບບ ອຸດສາຫະກໍາ ໃຫ້ເຂົ້າສູ່ລວງເລິກ ເພື່ອເພີ່ມຂີດ ຄວາມສາມາດ ໃຫ້ແກ່ການພັດທະນາ ແບບປະດິດສ້າງໃໝ່ ຂອງອຸດສາຫະກໍາ. ສັບປະດາຄັ້ງນີ້ ຈະດໍາເນີນໄປຮອດ ວັນທີ 21 ກັນຍານີ້ ແລະ ພາຍຫລັງ ສັບປະດານີ້ສິ້ນສຸດລົງ ຍັງຈະຈັດກິດຈະກໍາຕ່າງໆ ເຊັ່ນ: ກິດຈະກໍາແລກປ່ຽນ ທາງດ້ານວິຊາການ, ກິດຈະກໍາສໍາຜັດກັບການອອກແບບ ໃນອະນາຄົດ ດ້ວຍປັນຍາປະດິດ, ການວາງ ສະແດງຜົນງານການອອກແບບ ອຸດສາຫະກໍາດີເດັ່ນ ໃນງານວາງສະແດງ ສິນຄ້າຈີນ-ອາຊຽນ ແລະອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL