ສປ ຈີນ-ສ.ອາເມລິກາ ຈະຈັດການເຈລະຈາ ດ້ານເສດຖະກິດການຄ້າ ຮອບໃໝ່

21/09/2026 07:48
ຂປລ ​ຕາມການຕົກ​ລົງ​ຂອງ ສປ ​ຈີນ-ສ.ອາ​ເມ​ລິກາ​, ​ທ່ານ​ ເຮີ​ລີ້​ເຟີ່ງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ກອມ​ມູ​ນິດ​ຈີນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ​ຈະ​ນຳ​ພາ​ຄະ​ນະ​ເດີນ​ທາງ​ໄປ ສ.​ອາ​ເມ​ລິກາ ເພື່ອ​ດຳ​ເນີນ​ການ​ເຈ​ລະ​ຈາ​​ ດ້ານເສດ​ຖະ​ກິດ​ການ​ຄ້າ​ໃນ​ ລະ​ຫວ່າງ ວັນ​ທີ 19 ຫາ 23 ກັນ​ຍາ​ນີ້.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ອີງ​ຕາມ​ການ​ປະ​ກາດ ​ຫລ້າ​ສຸດ ​ຈາກກະ​ຊວງ​ການ​ຄ້າ​ຈີນ ​​ປະ​ກາດ​ໃຫ້​ຮູ້ວ່າ: ​ຕາມການຕົກ​ລົງ​ຂອງ ສປ ​ຈີນ-ສ.ອາ​ເມ​ລິກາ​, ​ທ່ານ​ ເຮີ​ລີ້​ເຟີ່ງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ກອມ​ມູ​ນິດ​ຈີນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ​ຈະ​ນຳ​ພາ​ຄະ​ນະ​ເດີນ​ທາງ​ໄປ ສ.​ອາ​ເມ​ລິກາ ເພື່ອ​ດຳ​ເນີນ ​ການ​ເຈ​ລະ​ຈາ​​ ດ້ານເສດ​ຖະ​ກິດ​ການ​ຄ້າ​ໃນ​ ລະ​ຫວ່າງ ວັນ​ທີ 19 ຫາ 23 ກັນ​ຍາ​ນີ້. ສອງ​ຝ່າຍ​ຈະ​​ອີງ​ໃສ່​ຄວາມ​ຮັບ​ຮູ້ ​ທີ່​ເປັນ​ເອ​ກະ​ພາບກັນ ​ອັນ​ສຳ​ຄັນ ​ລະ​ຫວ່າງ​ ປ​ະ​ມຸກ​ລັດ​ສອງ​ປະ​ເທດ ​ເພື່ອດຳ​ເນີນ​ການ​ເຈ​ລະ​ຈາ​ ກ່ຽວ​ກັບ ​ບັນ​ຫາ​ເສດ​ຖະ​ກິດ ​ການ​ຄ້າ​ທີ່​ສອງ​ຝ່າຍ ​ສົນ​ໃຈ​ຮ່ວມ​ກັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ເປີດສັບປະດາໂຄງການພັດທະນາຊາວໜຸ່ມ ຈີນ-ອາຊຽນຂ່າວຕ່າງປະເທດ

      ເປີດສັບປະດາໂຄງການພັດທະນາຊາວໜຸ່ມ ຈີນ-ອາຊຽນ

      9/21/2026 8:43:14 AM

      ພິ​ທີ​ເປີດ​ສັບ​ປະ​ດາ​ ໂຄງ​ການ​ພັດ​ທະ​ນາ​ຊາວ​ໜຸ່ມ​ຈີນ-ອາ​ຊຽນ​ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ໜິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີຂອງ ສປ ​ຈີນ ໂດຍ​ມີ ​​ຫົວ​ໜ້າ​ອົງ​ການ​ຈັດ​ຕັ້ງ​ຊາວ​ໜຸ່ມ ແລະ ຜູ້​ຕາງ​ໜ້າ​ໂຄງ​ການ​ພັດ​ທະ​ນາ​ຊາວ​ໜຸ່ມ​ຈາກ​ຈີນ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ປະ​ມານ 120 ຄົນ​ເຂົ້​າ​ຮ່ວມ.

    • ຟີລິບປິນ ຈັດກອງປະຊຸມລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 58ຂ່າວຕ່າງປະເທດ

      ຟີລິບປິນ ຈັດກອງປະຊຸມລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 58

      9/21/2026 7:49:34 AM

      ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ​ ເສດ​ຖະ​ກິດ​ ອາ​ຊຽນ ​ຄັ້ງ​ທີ 58 ແລະ ກອງ​ປະ​ຊຸມ​ຕ່າງໆ ​ທີ່​ປິ່ນ​ອ້ອມ ໄດ້​ຈັດ​ຂຶ້ນ ເມື່ອບໍ່ດົນ ມານີ້ ​ຢູ່ຟີ​ລິບ​ປິນ ​ເຊິ່ງ​ເປັນ​ປະ​ເທດ ​ປະ​ທານ​ໝູນ​ວຽນ ອາ​ຊຽນ. ​ໂດຍທຸ​ກຝ່າຍ​ ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ ຂອງ​ເສດ​ຖະ​ກິດ​ພາກ​ພື້ນ, ການ​ຄ້າ ແລະ ການ​ລົງ​ທຶນ, ເສດ​ຖະ​ກິດ ​ດີ​ຈີ​ຕອນ, ການ​ປະ​ດິດ​ສ້າງ​ໃໝ່, ການ​ພັດ​ທະ​ນາ ​ແບບ​ຍືນ​ຍົງ ແລະ ຫົວ​ຂໍ້​ອື່ນໆ.

    • ເປີດສັບປະດາ ການອອກແບບອຸດສາຫະກໍາຈີນ(ກວາງຊີ)-ອາຊຽນປີ 2026 ຂ່າວຕ່າງປະເທດ

      ເປີດສັບປະດາ ການອອກແບບອຸດສາຫະກໍາຈີນ(ກວາງຊີ)-ອາຊຽນປີ 2026

      9/21/2026 7:49:12 AM

      ພິທີເປີດສັບປະດາ ການອອກແບບ ອຸດສາຫະກໍາຈີນ(ກວາງຊີ)-ອາຊຽນປີ 2026 ໄດ້ຈັດຂຶ້ນຢູ່ ນະຄອນໜານໜິງ ເຂດປົກຄອງຕົນເອງ ເຜ່າຈວ້າງກວາງຊີ ຂອງ ສປ ຈີນ ພາຍໃຕ້ຫົວຂໍ້ “ເຊື່ອມໂຍງອາຊຽນ ດ້ວຍຄວາມອັດສະລິຍະ, ການສ້າງສັນຮ່ວມກັນ ຜ່ານການອອກແບບ”

    • ສປ ຈີນ ມີການນຳເຂົ້າສິນຄ້າ ຈະບັນລຸລະດັບສູງສຸດ ເປັນປະຫວັດສາດອີກຄັ້ງຂ່າວຕ່າງປະເທດ

      ສປ ຈີນ ມີການນຳເຂົ້າສິນຄ້າ ຈະບັນລຸລະດັບສູງສຸດ ເປັນປະຫວັດສາດອີກຄັ້ງ

      9/21/2026 7:48:48 AM

      ໃນຖານະເປັນປະເທດການຄ້າສິນຄ້າ ທີ່ໃຫຍ່ທີ່ສຸດໃນໂລກ, ສປ ຈີນ ຍັງ​ສືບ​ຕໍ່​ເປັນ​ແຮງ​ຂັບ​ເຄື່ອນ​ ທີ່​ສຳ​ຄັນ​ໃນ​ການ​ເຕີບ​ໂຕ​​ ຂອງການຄ້າໂລກ. ຜູ້​ຮັບ​ຜິດ​ຊອບ​ດັ່ງ​ກ່າວ ກ່າວວ່າ: ນັບ​ແຕ່​ເດືອນ​ມັງ​ກອນ ​ຫາ​ເດືອນ​ສິງ​ຫາ​ປີ​ນີ້, ການນຳ ເຂົ້າສິນ​ຄ້າຂອງ ສປ ຈີນ ​ໄດ້ເພີ່ມຂຶ້ນ 22%, ເຊິ່ງເປັນຈັງຫວະ ທີ່ໄວທີ່ສຸດ ນັບຕັ້ງແຕ່ປີ 2021 ເປັນ​ຕົ້ນ​ມາ

    • ງານມະຫະກໍາກິລາເອຊຽນເກມ ຄັ້ງທີ 20 ເປີດຂຶ້ນຢ່າງເປັນທາງການຂ່າວຕ່າງປະເທດ

      ງານມະຫະກໍາກິລາເອຊຽນເກມ ຄັ້ງທີ 20 ເປີດຂຶ້ນຢ່າງເປັນທາງການ

      9/21/2026 7:46:59 AM

      ພິທີເປີດງານມະຫະກໍາກິລາ ເອຊຽນເກມ ຄັ້ງທີ 20 ໄດ້ຈັດຂຶ້ນຢູ່ນະຄອນນາໂກຢາ ປະເທດຍີ່ປຸ່ນ. ສໍາລັບ ຄະນະນັກກິລາ ຈີນ ທີ່ເຂົ້າຮ່ວມ ແຂ່ງຂັນໃນ ງານກິລາເອຊຽນເກມ ຄັ້ງນີ້ມີທັງໝົດ 815 ຄົນ ຈະເຂົ້າຮ່ວມການແຂ່ງຂັນ 38 ປະເພດ ກິລາ ແລະ 369 ລາຍການ.

ads
ads

Top