ຂປລ
ກອງປະຊຸມ ຄົບຄະນະ ຄັ້ງທີ 3 ຂອງຄະນະ ກຳມະການ ສູນກາງພັກ ກອມມູນິດຈີນ ສະໄໝທີ 20 ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ກອງປະຊຸມ ຄົບຄະນະ ຄັ້ງທີ 3 ຂອງຄະນະ ກຳມະການ ສູນກາງພັກ ກອມມູນິດຈີນ ສະໄໝທີ 20 ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ. ກອງປະຊຸມໃນຄັ້ງນີ້ ໄດ້ພິຈາລະນາ ແລະ ຜ່ານການຮັບຮອງ “ຂໍ້ຕົກລົງ ຂອງຄະນະກຳມະການ ສູນກາງພັກ ກອມມູນິດຈີນ ກ່ຽວກັບ ການລົງເລິກການປະຕິຮູບ ຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ”. ວາລະສານ “ການທູດສະໄໝປັດຈຸບັນ” ຂອງເອີຣົບຊີ້ອອກວ່າ: “ຄວາມໝາຍ ຂອງກອງປະຊຸມດັ່ງກ່າວ ແມ່ນໄຮ້ຊາຍແດນ”. “ຂໍ້ຕົກລົງ ຂອງຄະນະກຳມະການສູນກາງພັກ ກອມມູນິດຈີນ ກ່ຽວກັບ ການລົງເລິກ ການປະຕິຮູບ ຢ່າງຮອບດ້ານ ຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ” ໄດ້ກຳນົດເປົ້າໝາຍລວມ ຂອງການລົງເລິກ ການປະຕິຮູບ ຢ່າງຮອບດ້ານ ຕື່ມອີກ ແມ່ນສືບຕໍ່ປັບປຸງ ແລະ ພັດທະນາ ລະບອບ ສັງຄົມນິຍົມ ທີ່ມີສີສັນ ພິເສດ ຂອງ ສປ ຈີນ, ຊຸກຍູ້ການຫັນເປັນ ທັນສະໄໝ ຂອງລະບົບ ການປົກຄອງປະເທດ ແລະ ຄວາມສາມາດ ການບໍລິຫານ, ພ້ອມທັງ ໄດ້ກຳນົດ ຈຸດເວລາ 2 ຈຸດ ຄື: ໜຶ່ງ, ບັນລຸຄວາມທັນສະໄໝ ສັງຄົມນິຍົມ ໂດຍພື້ນຖານ ເມື່ອຮອດປີ 2035; ສອງ, ສຳເລັດ ໜ້າທີ່ ການປະຕິຮູບ ທີ່ກຳນົດໄວ້ ໃນຂໍ້ຕົກລົງ ດັ່ງກ່າວ ເມື່ອຮອດປີ 2029 ທີ່ເປັນການສະຖາປະນາ ສປ ຈີນ ຄົບຮອບ 80 ປີ. ນອກນີ້, ຂໍ້ຕົກລົງ ດັ່ງກ່າວ ຍັງໄດ້ສະເໜີ ມາດຕະການ ປະຕິຮູບ ອັນສຳຄັນ 300 ກວ່າລາຍການ ໂດຍມີ ຈຸດປະສົງ ເພື່ອທັບມ້າງແນວຄິດ ແລະ ຂໍ້ບົກພ່ອງ ດ້ານລະບົບກົນໄກ ທີ່ກີດຂວາງ ການຊຸກຍູ້ ຄວາມທັນສະໄໝ ແບບຈີນ. ໃນການຈັດສັນ ວຽກງານ ຢ່າງເປັນລະບົບ ເພື່ອລົງເລິກການປະຕິຮູບ ຢ່າງຮອບດ້ານຕື່ມອີກ ໃນກອງປະຊຸມ ຄົບຄະນະຄັ້ງທີ 3 ຂອງຄະນະ ກຳມະການ ສູນກາງພັກ ກອມມູນິດຈີນ ສະໄໝທີ 20 ນີ້, ວຽກງານ ທີ່ຢູ່ອັນດັບ ທຳອິດ ກໍຄື “ສ້າງລະບົບ ເສດຖະກິດ ຕະຫລາດ ສັງຄົມນິຍົມ ທີ່ມີລະດັບສູງ”. ໃນ 6 ເດືອນທຳອິດປີນີ້, ຈຳນວນວິສາຫະກິດ ຕ່າງປະເທດ ທີ່ສ້າງຕັ້ງໃໝ່ຢູ່ ສປ ຈີນ ໄດ້ເພີ່ມຂຶ້ນ 14,2% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ, ມູນຄ່າການລົງທຶນ ຈາກຕ່າງປະເທດ ແມ່ນຢູ່ໃນລະດັບສູງສຸດໃນຮອບ 10 ປີຜ່ານມາ, ນີ້ເປັນການສ່ອງແສງ ໃຫ້ເຫັນເຖິງ ຄວາມສາມາດ ການດຶງດູດ ຂອງຕະຫລາດ ແລະ ສະພາບແວດລ້ອມ ການດຳເນີນທຸລະກິດຂອງຈີນ. ກອງປະຊຸມໃນຄັ້ງນີ້ ຍັງໄດ້ສະເໜີ ມາດຕະການ ຢ່າງຫລວງຫລາຍ ເພື່ອສ້າງລະບົບ ເສດຖະກິດ ຕະຫລາດ ສັງຄົມນິຍົມ ໃນລະດັບສູງ ເຊິ່ງຈະສ້າງ ພະລັງຊີວິດ ອັນໃໝ່ ໃຫ້ແກ່ ວິສາຫະກິດຕ່າງປະເທດ ທີ່ມາດຳເນີນ ທຸລະກິດຢູ່ ສປ ຈີນ.ຄວາມທັນສະໄໝ ແບບຈີນ ແມ່ນກຳລັງກ້າວໄປ ຂ້າງໜ້າ ຢ່າງບໍ່ຢຸດຢັ້ງ ໃນຂະບວນການ ປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ຍ່ອມຈະສ້າງອະນາຄົດ ອັນກວ້າງຂວາງ ໃນຂະບວນການ ດັ່ງກ່າວ ເພື່ອເຮັດໃຫ້ໂລກ ຊົມໃຊ້ ຜົນປະໂຫຍດ ຈາກໂອກາດຂອງ ສປ ຈີນ ໃຫ້ຫລາຍກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL