ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສະຫລອງ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ

19/07/2024 13:23
Email Print 1189
ຂປລ ຂປລ. ສະຫະພັນແມ່ຍິງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດພິທີສະເຫລີມສະຫລອງ ວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ (20 ກໍລະກົດ 1955-20 ກໍລະກົດ 2024) ໃນວັນທີ 18 ກໍລະກົດ 2024 ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການ ເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, 4 ຫ້ອງການ, 2 ກອງພັນ, ຫົວໜ້າພະແນກສະຫະພັນແມ່ຍິງ, ຊາວໜຸ່ມ ແລະ ສະມາຊິກສະຫະພັນແມ່ຍິງ ທົ່ວໂຮງຮຽນ ເຂົ້າຮ່ວມ.

ຂປລ. ສະຫະພັນແມ່ຍິງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດພິທີສະເຫລີມສະຫລອງ ວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ (20 ກໍລະກົດ 1955-20 ກໍລະກົດ 2024) ໃນວັນທີ 18 ກໍລະກົດ 2024 ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການ ເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, 4 ຫ້ອງການ, 2 ກອງພັນ, ຫົວໜ້າພະແນກສະຫະພັນແມ່ຍິງ, ຊາວໜຸ່ມ ແລະ ສະມາຊິກສະຫະພັນແມ່ຍິງ ທົ່ວໂຮງຮຽນ ເຂົ້າຮ່ວມ.

ສະຫາຍ ພັນເອກ ນາງ ຄຳມີ ບົດນາ ຫົວໜ້າຫ້ອງການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ ປາຖະກະຖາຫວນຄືນ ມູນເຊື້ອປະຫວັດການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງອົງ ການຈັດຕັ້ງສະຫະພັນແມ່ຍິງລາວບັນດາເຜົ່າ, ໃນຕະຫລອດໄລຍະເວລາການຕໍ່ສູ້ກູ້ຊາດ ແມ່ຍິງລາວ ໄດ້ຄຽງບ່າຄຽງ ໄຫລ່ກັບເພດຊາຍ ເພື່ອໃຫ້ລູກຜົວຂອງຕົນຫລຸດພົ້ນ ອອກຈາກການເກນໄປເປັນກູລີ ໂດຍບໍ່ໄດ້ຮັບຄ່າຈ້າງ ຊໍ້າບໍ່ພໍຍັງ ຖືກທຸບຕີທໍລະມານ ຢ່າງໂຫດຮ້າຍປ່າເຖື່ອນ. ດັ່ງນັ້ນ, ແມ່ຍິງລາວຈໍານວນຫລວງຫລາຍ ໄດ້ເຂົ້າຮ່ວມຂະບວນການ ລຸກຮືຂຶ້ນຍຶດອໍານາດຈາກພວກລ່າເມືອງຂຶ້ນ, ຂະບວນການເຄື່ອນໄຫວຂອງແມ່ຍິງລາວ ກໍໄດ້ຂະຫຍາຍຕົວອອກສູ່ ທຸກຫົນແຫ່ງໃນຂອບເຂດທົ່ວປະເທດ ພາຍໃຕ້ການນໍາພາຂອງຄະນະພັກແຄວ້ນລາວ ເພື່ອເຮັດໃຫ້ແມ່ຍິງລາວ ໄດ້ຫລຸດພົ້ນອອກຈາກການກົດຂີ່ຂູດຮີດ ຂອງພວກສັກດີນາ ແລະ ນາຍທຶນ. ມາໃນວັນທີ 20 ກໍລະກົດ 1955 ພັກ ໄດ້ແຕ່ງຕັ້ງຄົ້ນຄວ້າວຽກງານ ແມ່ຍິງຂຶ້ນຢ່າງເປັນທາງການ, ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ ອົງການຈັດຕັ້ງແມ່ຍິງ ກໍໄດ້ ເຄື່ອນໄຫວຕາມພາລະບົດບາດ ທີ່ກໍານົດໄວ້ໃນກົດລະບຽບ, ໂຄງການດໍາເນີນງານຂອງຕົນ ແລະ ໄດ້ປັບປຸງໃຫ້ສອດຄ່ອງກັບ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ ການເມືອງຂອງພັກໃນແຕ່ລະໄລຍະ.

ໂອກາດນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດ ມາໄດ້ໃນໄລຍະຜ່ານມາ ຂອງອົງການຈັດຕັ້ງສະມາຊິກສະຫະພັນແມ່ຍິງກອງທັບ ກໍຄື ສະຫະພັນແມ່ຍິງແຕ່ລະສະ ຫາຍ ຈົ່ງກຳແໜ້ນໄດ້ພາລະບົດບາດ, ໜ້າທີ່ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອຜົນງານການເຄື່ອນໄຫວ ຂອງບັນ ດາແມ່ຍິງຮຸ່ນກ່ອນສ້າງມາ ເຂົ້າໃນການເຄື່ອນໄຫວ ປະຕິບັດໜ້າທີ່ໃນປັດຈຸບັນ ຢ່າງມີວິທະຍາສາດ, ປະດິດສ້າງ ເຮັດໃຫ້ບົດບາດຊື່ສຽງຂອງແມ່ຍິງລາວ ກໍຄື ແມ່ຍິງກອງທັບສູງເດັ່ນຂຶ້ນ.

ຂ່າວ: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ

ads
ads

Top