ຂປລ
ສະພາຜູ້ແທນປະຊາຊົນ ສ.ອາເມລິກາ ໄດ້ລົງມະຕິ ດ້ວຍຄະແນນສຽງ 417 ຕໍ່ 3 ສຽງ ໃນວັນທີ 16 ກັນຍາ ໂດຍເຫັນດີ ຮ່າງກົດໝາຍ ຄຸ້ມຄອງ ຜູ້ໃຊ້ໄຟຟ້າ (Ratepayer Protection Act) ເຊິ່ງມີ ເປົ້າໝາຍ ເພື່ອປົກປ້ອງ ຜູ້ໃຊ້ໄຟຟ້າ ພາກຄົວເຮືອນ
ຂປລ. ສຳນັກຂ່າວ ອິນໂຟເຄວສ: ສະພາຜູ້ແທນປະຊາຊົນ ສ.ອາເມລິກາ ໄດ້ລົງມະຕິ ດ້ວຍຄະແນນສຽງ 417 ຕໍ່ 3 ສຽງ ໃນວັນທີ 16 ກັນຍາ ໂດຍເຫັນດີ ຮ່າງກົດໝາຍ ຄຸ້ມຄອງ ຜູ້ໃຊ້ໄຟຟ້າ (Ratepayer Protection Act) ເຊິ່ງມີ ເປົ້າໝາຍ ເພື່ອປົກປ້ອງ ຜູ້ໃຊ້ໄຟຟ້າ ພາກຄົວເຮືອນ ຈາກການປັບຂຶ້ນ ຄ່າໄຟຟ້າ ທີ່ກ່ຽວຂ້ອງ ກັບການຂະຫຍາຍຕົວ ຂອງ ສູນຂໍ້ມູນ (Data Center).
ຮ່າງກົດໝາຍ ດັ່ງກ່າວ ໄດ້ກຳນົດໃຫ້ ອົງການ ຄຸ້ມຄອງ ສາທາລະນູປະໂພກ ຂອງ ແຕ່ລະລັດ ປະເມີນວ່າ ຜູ້ໃຊ້ໄຟຟ້າ ລາຍໃຫຍ່ ເຊິ່ງລວມເຖິງ ສູນຂໍ້ມູນ ຄວນເປັນ ຜູ້ຮັບຜິດຊອບ ຄ່າໂຄງສ້າງ ພື້ນຖານ ດ້ານໄຟຟ້າ ເພີ່ມເຕີມ ທີ່ຈຳເປັນ ຕໍ່ການຮອງຮັບ ການດຳເນີນງານ ຂອງ ສູນຂໍ້ມູນດັ່ງກກ່າວ.
ການລົງມະຕິ ໃນຄັ້ງນີ້ ຖືເປັນ ຄັ້ງທຳອິດ ທີ່ ສະພາຜູ້ແທນປະຊາຊົນ ສ.ອາເມລິກາ ໃຫ້ຄວາມເຫັນດີ ຮ່າງກົດ ໝາຍ ທີ່ເນັ້ນໜັກ ການຈັດການກັບ ຂໍ້ກັງວົນ ດ້ານເສດຖະກິດ ໂດຍກົງ ຈາກ ການຂະຫຍາຍຕົວ ຂອງອຸດສາຫະກຳ ສູນຂໍ້ມູນ.
ສະມາຊິກສະພາ ນິຕິບັນຍັດ ຈາກ ທັງສອງ ພັກການເມືອງ ໄດ້ຮັບຄໍາສະເໜີ ຈາກ ປະຊາຊົນເພີ່ມຂຶ້ນ ກ່ຽວກັບຄ່າໄຟຟ້າທີ່ສູງຂຶ້ນ ເຊິ່ງເຊື່ອມໂຍງກັບ ການໃຊ້ໄຟຟ້າ ທີ່ເພີ່ມຂຶ້ນຂອງອຸດສາຫະກຳ ສູນຂໍ້ມູນ. ໃນຂະນະທີ່ ປະທານາທິບໍດີ ໂດນັລ ທຣຳ ສະໜັບສະໜູນ ການພັດທະນາ ສູນຂໍ້ມູນຢ່າງຫລວງຫລາຍ ຊຶ່ງເຫັນວ່າ ສຳຄັນຕໍ່ການ ຮັກສາ ຄວາມເປັນຜູ້ນຳ ຂອງ ສ.ອາເມລິກາ ດ້ານປັນຍາປະດິດ (AI). /
KPL