ຂປລ
ທ່ານ ຟ້າມຢາຕຸກ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳ ການລັດຖະບານ ຫວຽດນາມ ໄດ້ເດີນທາງໄປ ປະເທດ ຈີນ ເພື່ອເຂົ້າຮ່ວມ ງານຕະຫລາດນັດ ຈີນ-ອາຊຽນ (CAEXPO) ແລະ ກອງປະຊຸມ ສຸດຍອດ ການຄ້າ ແລະ ການລົງທຶນ ຈີນ-ອາຊຽນ
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ ລາຍງານວ່າ: ວັນທີ 16 ກັນຍາ, ທ່ານ ຟ້າມຢາຕຸກ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳ ການລັດຖະບານ ຫວຽດນາມ ໄດ້ເດີນທາງໄປ ປະເທດ ຈີນ ເພື່ອເຂົ້າຮ່ວມ ງານຕະຫລາດນັດ ຈີນ-ອາຊຽນ (CAEXPO) ແລະ ກອງປະຊຸມ ສຸດຍອດ ການຄ້າ ແລະ ການລົງທຶນ ຈີນ-ອາຊຽນ (CABIS) ຄັ້ງທີ 23, ຢູ່ເມືອງໜານໜິງ, ແຂວງກວາງຊີ (ປະເທດ ຈີນ).
ໃນງານ ຕະຫລາດນັດ ປີນີ້, ເຂດວາງສະແດງ ຂອງ ຫວຽດນາມ ກວມເອົາ ຂອບເຂດໃຫຍ່ທີ່ສຸດ ໃນບັນດາປະເທດ ອາຊຽນ, ໃນນັ້ນ ລວມມີ ວິສາຫະກິດ ຈຳນວນ 120 ແຫ່ງ ມາຈາກ 22 ແຂວງ ແລະ ນະຄອນ ໃນທົ່ວປະເທດຫວຽດນາມ ເຂົ້າຮ່ວມ. ທ່ານນາງ ຫງວຽນທິທູຮ່າ, ຜູ້ຕາງໜ້າ ວິສາຫະກິດ ແຫ່ງໜຶ່ງຂອງ ຫວຽດນາມ ກ່າວວ່າ: ຍ້ອນມີການເຂົ້າຮ່ວມ ງານຕະຫລາດນັດ, ລູກຄ້າ ໄດ້ພົບກັບ ສິນຄ້າ ໂດຍກົງ ແລະ ຕີລາຄາ ຂັ້ນຕອນ ການຜະລິດ ຂອງ ວິສາຫະກິດ. ຜົນຕອບຮັບ ຈາກ ການຕີລາຄາ ຂອງ ເຂົາເຈົ້າ ແມ່ນມີຄວາມຕັ້ງໜ້າ ທີ່ສຸດ ແລະ ມີຫລາຍຄູ່ຮ່ວມມື ທີ່ສະແດງຄວາມຫວັງ ຢາກຮ່ວມມືຢ່າງຍາວນານ ກັບ ພວກເຂົາເຈົ້່າ.
ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມື ການຄ້າໃຫຍ່ສຸດ ຂອງ ແຂວງ ກວາງຊີ ໃນຕະຫຼອດ 27 ປີຢ່າງລຽນຕິດ, ດ້ວຍວົງເງິນ ການຄ້າ ສອງຝ່າຍ ຫລາຍກວ່າ 300 ຕື້ຢວນ (ເທົ່າກັບ 44,7 ຕື້ໂດລາ ສະຫະລັດ) ເປັນຄັ້ງທຳອິດ ໃນປີ 2025./
KPL