ເຜີຍແຜ່ ການກະກຽມກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 57 ໃຫ້ແກ່ບັນດາທູຕານຸທູດ

12/07/2024 22:46
Email Print 1740
ຂປລ ຂປລ. ໃນວັນທີ 12 ກໍລະກົດ 2024 ນີ້, ກະຊວງການຕ່າງປະເທດ ໃນນາມອະນຸກໍາມະການ ກອງເລຂາຄະນະຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ປີ 2024 ຈັດເຜີຍແຜ່ ຽວກັບການກະກຽມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນວັນທີ 21-27 ກໍລະກົດ 2024 ທີ່ຈະມາເຖິງນີ້, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ



ຂປລ. ໃນວັນທີ 12 ກໍລະກົດ 2024 ນີ້
, ກະຊວງການຕ່າງປະເທດ ໃນນາມອະນຸກໍາມະການ ກອງເລຂາຄະນະຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ປີ 2024 ຈັດເຜີຍແຜ່ ຽວກັບການກະກຽມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນວັນທີ 21-27 ກໍລະກົດ 2024 ທີ່ຈະມາເຖິງນີ້, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ໃຫ້ແກ່ບັນດາທູຕານຸທູດ ປະເທດສະມາຊິກອາຊຽນ, ຄູ່ຮ່ວມເຈລະຈາອາຊຽນ ແລະ ຄູ່ຮ່ວມມືພາຍນອກອາຊຽນ ທີ່ຈະເຂົ້າຮ່ວມ       ບັນດາກອງປະຊຸມດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ຈາຕຸລົງ ບົວສີສະຫວັດ ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ ໂດຍມີຜູ້ຕາງໜ້າຈາກກົມພິທີການທູດ, ກົມການຂ່າວ, ກົມກົງສຸນ ແລະ ກົມເສດຖະກິດ, ກະ ຊວງການຕ່າງປະເທດ ແລະ ກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ ເຂົ້າຮ່ວມບັນຍາຍ.



ການຈັດເຜີຍແຜ່ໃນຄັ້ງນີ້
, ເພື່ອແຈ້ງກ່ຽວກັບການກະກຽມດ້ານພາລະທິການຕ່າງໆເຊັ່ນ: ສະຖານທີ່ຈັດກອງປະຊຸມ, ສະຖານທີ່ພັກເຊົາ, ພາຫະນະຮັບໃຊ້, ຂັ້ນຕອນການຂໍວິຊາເຂົ້າ-ອອກປະເທດ, ການກຽມຄວາມພ້ອມຂອງສະໜາມບິນ, ຄວາມພ້ອມຂອງສູນຂ່າວ ແລະ ແຜນການເຄື່ອນໄຫວ ອື່ນໆ.

ພາຍຫລັງໄດ້ຮັບຟັງການເຜີຍແຜ່ ຄວາມຄືບໜ້າດ້ານຕ່າງໆແລ້ວ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ໄປຢ້ຽມຊົມ ສະຖານທີ່ປະຊຸມຕົວຈິງຢູ່ ຫໍປະຊຸມແຫ່ງຊາດ ໂດຍສະເພາະບັນດາຫ້ອງປະຊຸມ, ຫ້ອງຮັບແຂກ, ຫ້ອງທີ່ຈັດໃຫ້ແຕ່ລະປະເທດ, ຫ້ອງອາຫານ, ຫ້ອງງານລ້ຽງ ແລະ ຫ້ອງອື່ນໆ ທີ່ຈະຮັບໃຊ້ໃນໄລຍະກອງປະຊຸມ ລັດຖະມົນ ຕີຕ່າງປະເທດອາຊຽນ ໃນຄັ້ງນີ້. 

ໃນໂອກາດກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ຄັ້ງນີ້, ຈະມີກອງປະຊຸມລະດັບລັດຖະ ມົນຕີຕ່າງປະເທດປິ່ນອ້ອມອື່ນໆ ກັບປະເທດຄູ່ເຈລະຈາ, ຄູ່ຮ່ວມມືຂະແໜງການ ແລະ ຄູ່ຮ່ວມມືໃນຂອບແມ່ນໍ້າຂອງ, ລວມແລ້ວຈະມີກອງປະຊຸມ ລະດັບລັດຖະມົນຕີ ປະມານ 25 ກອງປະຊຸມ ແລະ ມີລັດຖະມົນຕີຕ່າງປະເທດ ແລະ ຕາງໜ້າ 35 ປະເທດເຂົ້າຮ່ວມ. ຄະນະຜູ້ແທນທີ່ຈະເດີນທາງ ມາເຂົ້າຮ່ວມກອງປະຊຸມ ແມ່ນມີຫລາຍກວ່າ 1.000 ທ່ານ ແລະ ມີນັກຂ່າວຈາກພາຍໃນ ແລະ ຕ່າງປະເທດ ມາເກັບກຳຂ່າວ ຫລາຍກ່ວາ 500 ທ່ານ.

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ປະເທດ ລາຊະອານາຈັກໄທອາຊຽນ ASEAN

      ປະເທດ ລາຊະອານາຈັກໄທ

      12/19/2025 9:33:38 AM

      ປະເທດລາຊະອານາຈັກໄທ (The Kingdom of Thailand) ມີນະຄອນຫລວງຊື່ວ່າ: ບາງກອກ (Bang kok), ຊຶ່ງເປັນປະເທດ ເພື່ອນບ້ານ ຮັກແພງຊ່ວຍເຫລືອ ເຊິ່ງກັນ ແລະ ກັນມາໂດຍຕະຫລອດກັບ ປະເທດລາວ ແລະ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນກັບ ປະເທດ ສປປ ລາວ ເມື່ອວັນທີ 19.12.1950 ເປັນຕົ້ນມາ.

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

ads
ads

Top