ສປຈີນ-ຝຣັ່ງ ເເພີ່ມທະວີຮ່ວມມື ດ້ານດາວທຽມດວງໃໝ່

24/06/2024 16:34
Email Print 351
ຂປລ ຈະຫລວດ ລອງມາດ ທູຊີ ຂອງ ອົງການ ອາວະກາດແຫ່ງຊາດຈີນ (ຊີເອນເອສເອ)ໄດ້ເຄື່ອນ ອອກຈາກ ຖານປ່ອຍຈະຫລວດ ຢູ່ເຂດປົກຄອງຕົນເອງ ຊີຊາງ ແຂວງ ເສສວນ ທາງພາກ ຕາເວັນຕົກ ສຽງໃຕ້ຂອງຈີນ ເພື່ອນຳສົ່ງດາວທຽມ ສັງເກດການ

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນຫລວງ ປັກກິງ ປະເທດຈີນ ເມື່ອວັນທີ 22 ມິຖຸນາ ວ່າ: ຈະຫລວດ ລອງມາດ ທູຊີ ຂອງ ອົງການ ອາວະກາດແຫ່ງຊາດຈີນ (ຊີເອນເອສເອ)ໄດ້ເຄື່ອນ ອອກຈາກ ຖານປ່ອຍຈະຫລວດ ຢູ່ເຂດປົກຄອງຕົນເອງ ຊີຊາງ ແຂວງ ເສສວນ ທາງພາກ ຕາເວັນຕົກ ສຽງໃຕ້ຂອງຈີນ ເພື່ອນຳສົ່ງດາວທຽມ ສັງເກດການ Space Variable Objects Monitor ຫລື ເອສວີໂອເອັມ ທັງນີ້ ດາວທຽມດັ່ງກ່າວ ເປັນການຮ່ວມມື ລະຫວ່າງ  ຈີນ ກັບ ຝຣ່ັ່ງ ໂດຍມີ ໜ້າທີ່ສຳຄັນ ເພື່ອຄົ້ນຫາຂໍ້ມູນ ກ່ຽວກັບ ການລະເບີດຂອງ ຣັງສີແກມມາ. ນີ້ຖືວ່າ ເປັນຄັ້ງທຳອິດ ນັບແຕ່ ສ.ອາເມລິກາ ອອກກົດໝາຍ ບໍ່ອະນຸຍາດ ໃຫ້ອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດ (ນາຊາ) ມີການຮ່ວມມື ດ້ວຍທຸກຮູບແບບກັບຈີນ  ເມືອ ປີ 2011 ຜ່ານມາ./.

KPL

ຂ່າວອື່ນໆ

ads
ads

Top