ຂປລ
ທ່ານ ຊັກຕີ ວາຢູ ເທຣງໂກໂນ ລັດຖະມົນຕີ ກະຊວງກິດຈະການທາງທະເລ ແລະ ປະມົງຂອງ ອິນໂດເນເຊຍ ເປີດເຜີຍວ່າ:ອິນໂດເນເຊຍ ຕັ້ງເປົ້າໝາຍຢຸດນໍາເຂົ້າ ເກືອພາຍໃນປີ 2027, ເຖິງວ່າ ປັດຈຸບັນ ມີການນໍາເຂົ້າເກືອຫລາຍລ້ານໂຕນຕໍ່ປີ.
ຂປລ.ສຳນັກຂ່າວຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້ ທ່ານ ຊັກຕີ ວາຢູ ເທຣງໂກໂນ ລັດຖະມົນຕີ ກະຊວງກິດຈະການທາງທະເລ ແລະ ປະມົງຂອງ ອິນໂດເນເຊຍ ເປີດເຜີຍວ່າ:ອິນໂດເນເຊຍ ຕັ້ງເປົ້າໝາຍຢຸດນໍາເຂົ້າ ເກືອພາຍໃນປີ 2027, ເຖິງວ່າ ປັດຈຸບັນ ມີການນໍາເຂົ້າເກືອຫລາຍລ້ານໂຕນຕໍ່ປີ.
ທ່ານ ປຣາໂບໂວ ຊູບຽນໂຕ ປະທານາທິບໍດີ ອິນໂດເນເຊຍ ສັ່ງໃຫ້ກະຊວງ ເລັ່ງເພີ່ມການຜະລິດເກືອ ພາຍໃນປະເທດ ແລະ ຫລຸດຜ່ອນ ການນຳເຂົ້າ ເກືອ. ຊຶ່ງຄວາມຕ້ອງການ ໃຊ້ເກືອພາຍໃນປະເທດ ອິນໂດເນເຊຍ ຢູ່ທີ່ປະມານ 5 ລ້ານໂຕນຕໍ່ປີ, ຂະນະທີ່ ການຜະລິດ ພາຍໃນປະເທດ ຍັງບໍ່ພຽງພໍ ຕໍ່ຄວາມຕ້ອງການ, ໂດຍສະເພາະ ເກືອອຸດສາຫະກຳ. ໂດຍລັດຖະ ບານ ອິນໂດເນເຊຍ ກຽມສ້າງໂຮງງານ ຜະລິດເກືອທີ່ໃຊ້ ເຕັກໂນໂລຊີ ລວມເຖິງໂຄງການ ແປຮູບນໍ້າທະເລ ເພື່ອເພີ່ມຜົນຜະລິດ ແລະ ຮັບປະກັນຄວາມຕ້ອງການ ທີ່ໝັ້ນຄົງ ສຳລັບຕອບສະ ໜອງ ຄວາມຕ້ອງການ ໃນຂົງເຂດອາຫານ ແລະ ອຸດສາຫະກຳ.
KPL