ຂປລ
ຈີນ ແລະ ຫລາຍປະເທດ ໃນອາຊີກາງ ໄດ້ລົງນາມໃນຂໍ້ຕົກລົງ ຮ່ວມມືພັດທະນາ ກຸ່ມດາວທຽມ ເພື່ອແບ່ງປັນຂໍ້ມູນ ການສຳຫລວດ ໄລຍະໄກ (remote sensing) ແລະ ເສີມສ້າງສັກກະຍະພາບ ໃນການຮັບມືກັບ ໄພຄຸກຄາມຮ່ວມກັນ
ຂປລ.ສຳນັກຂ່າວ ອິນໂຟເຄວສ: ຈີນ ແລະ ຫລາຍປະເທດ ໃນອາຊີກາງ ໄດ້ລົງນາມໃນຂໍ້ຕົກລົງ ຮ່ວມມືພັດທະນາ ກຸ່ມດາວທຽມ ເພື່ອແບ່ງປັນຂໍ້ມູນ ການສຳຫລວດ ໄລຍະໄກ (remote sensing) ແລະ ເສີມສ້າງສັກກະຍະພາບ ໃນການຮັບມືກັບ ໄພຄຸກຄາມຮ່ວມກັນ ເຊັ່ນ: ແຜ່ນດິນໄຫວ, ສັດຕູພືດທີ່ທຳລາຍ ຜົນຜະລິດກະສິກຳ ແລະ ນໍ້າຖ້ວມຈາກການ ລະລາຍ ຂອງນໍ້າກ້ອນ.
ຂໍ້ຕົກລົງດັ່ງກ່າວ ໄດ້ຮັບການລົງນາມ ເມື່ອບໍ່ກົນມານີ້, ໃນງານມະຫາກຳ ຈີນ-ຢູເຣເຊຍ (China-Eurasia Expo) ຄັ້ງທີ 9 ທີ່ເມືອງອຸຣຸມຊີ ເມືອງເອກຂອງເຂດ ປົກຄອງຕົນເອງ ຊິນຈຽງອຸຍກູຣ. ໂດຍນັກວິທະຍາສາດ ຜູ້ຮ່ວມໂຄງການ ໄດ້ເປີດເຜີຍວ່າ ກຸ່ມດາວທຽມນີ້ ໃຊ້ຊື່ວ່າ “ທຽນອູ່ ຄອນສະເຕວເລຊັນ” (Tianwu Constellation) ແລະ ໃນໄລຍະທຳອິດ ຈະປະກອບມີ ດາວທຽມ 5 ດວງ.
ນັກວິທະຍາສາດ ລະບຸວ່າ ໂຄງການນີ້ ບໍ່ແມ່ນພຽງແຕ່ ການສົ່ງດາວທຽມ ຂຶ້ນສູ່ອະວະກາດເທົ່ານັ້ນ ແຕ່ແມ່ນລະບົບບູລະນາການ ລະຫວ່າງອາກາດ, ອະວະກາດ ແລະ ພາກພື້ນດິນ ທີ່ເຮັດວຽກຮ່ວມກັນ ດ້ວຍລະບົບ ອັດສະລິຍະ. ຂໍ້ມູນຈາກດາວທຽມ ຈະຖືກສົ່ງໄປປະມວນຜົນ ຢູ່ສູນຄອມພິວເຕີ ໃນຊິນຈຽງ ເພື່ອພັດທະນາ ແບບຈຳລອງປັນຍາປະດິດ (AI) ສຳລັບຄາດຄະເນ ໄພພິບັດ ທາງທໍລະນີວິທະຍາ, ກວດຈັບສັດຕູພືດ ທາງການກະສິດຳ ແລະ ຕິດຕາມການລະລາຍ ຂອງນໍ້າກ້ອນ./.
KPL