ສພຊ ສະເໜີ 8 ບັນຫາສຳຄັນ ຮັບປະກັນການປະຕິບັດ ວຽກພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກໃນຕໍ່ໜ້າ

13/06/2024 11:25
Email Print 450
ຂປລ ຂປລ. ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 12 ມິຖຸນາ 2024 ນີ້, ທ່ານ ຄໍາຈັນ ໂສຕາປະເສີດ ກຳມະການຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການບັນດາເຜົ່າ ​ໄດ້​ຕາງໜ້າ​ຄະນະຈຳສະພາແຫ່ງຊາດ ມີ​ຄຳ​ເຫັນຕໍ່​ບົດ​ລາຍ​ງານ​ຂອງ​ລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດ ໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກ




ຂປລ. ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ
7 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 12 ມິຖຸນາ 2024 ນີ້, ທ່ານ ຄໍາຈັນ ໂສຕາປະເສີດ ກຳມະການຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການບັນດາເຜົ່າ ​ໄດ້​ຕາງໜ້າ​ຄະນະຈຳສະພາແຫ່ງຊາດ ມີ​ຄຳ​ເຫັນຕໍ່​ບົດ​ລາຍ​ງານ​ຂອງ​ລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດ ໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຕິດພັນກັບການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 82/ສພຊ, ລົງວັນທີ 30 ທັນວາ 2022 ​ໂດຍ​ທ່ານ​ໄດ້​ສະ​ເໜີ 8 ບັນຫາ​ສຳຄັນ ​ຕໍ່​ລັດຖະບານ ພິຈາລະນາ ເພື່ອຮັບປະກັນ​ການຈັດ​ຕັ້ງ​ປະຕິບັດ​ ວຽກ​ງານ​ພັດທະນາ​ຊົນນະບົດ ​ແລະ ການ​ແກ້​ໄຂ​ຄວາມທຸກ​ຍາກ​ໃນ​ຕໍ່ໜ້າ ​ໃຫ້​ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ​ດີ​ຂຶ້ນ​ກວ່າ​ເກົ່າ.

ສຳລັບ 8 ບັນຫາ​ສຳຄັນ ທີ່​ສະພາ​ແຫ່ງ​ຊາດສະເໜີໃຫ້ ລັດຖະບານພິຈາລະນາ ປະ​ກອບ​ມີ: ໜຶ່ງ. ກວດກາ ແລະ ປັບປຸງຄືນການແຕ່ງຕັ້ງ ຄະນະຮັບຜິດຊອບ ແລະ ກົງຈັກເສນາທິການຂອງວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂັ້ນສູນກາງ ແລະ ທ້ອງຖິ່ນ ເປັນລະບົບຄົບຊຸດຕາມບົດແນະນໍາ ຂອງຫ້ອງວ່າການສູນກາງພັກ ເລກທີ 02/ຫສພ, ລົງວັນທີ 21/02/2023 ແລະ ແຈ້ງການຂອງຫ້ອງວ່າການສູນກາງພັກ ເລກທີ 106/ຫສພ, ລົງວັນທີ 09/03/2023 ເພື່ອຍົກສູງປະສິດທິພາບ ແລະ ປະສິດທິຜົນການເຄື່ອນໄຫວວຽກງານ ຄວບຄູ່ກັບການປັບປຸງກົນໄກການປະສານງານ ເພື່ອເອກະພາບດ້ານຄາດໝາຍ ຕາມມະຕິຂອງສະພາແຫ່ງຊາດ ແລະ ມະຕິຂອງສະພາປະຊາຊົນແຂວງ, ການຈັດສັນງົບປະມານ, ວິທີການຈັດຕັ້ງປະຕິບັດ ໃຫ້ໄປລວງດຽວກັນ ລວມສູນຢ່າງມີຈຸດສຸມແທ້ ແລະ ການນໍາພາ-ຊີ້ນໍາ ວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ ໄປພ້ອມໆກັນ; ສອງ. ຈັດສັນງົບປະມານສະເພາະ ໃຫ້ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ແຕ່ລະແຂວງ ແລະ ນະຄອນຫລວງ ຫລື ຈັດສັນງົບປະມານສ່ວນໜຶ່ງ ເພື່ອຮອງຮັບບາງມາດຖານຂອງຂະແໜງການ ທີ່ຄາດຄະເນຈະບໍ່ສາມາດ ບັນລຸຕາມແຜນການ ເປັນຕົ້ນ ແມ່ນຂົວທາງ, ຄູ-ແພດອາສາສະໝັກ ແລະ ວິຊາການນໍາພາການຜະລິດ, ທັງຊຸກຍູ້ໃຫ້ແຂວງທີ່ມີລາຍຮັບເກີນແຜນ, ຈັດສັນງົບປະມານໃສ່ 45 ຈຸດສຸມ ຕາມຂໍ້ຕົກລົງຂອງ ທ່ານນາຍົກລັດຖະມົນຕີ ສະບັບເລກທີ 72/ນຍ, ລົງວັນທີ 11/08/2022 ວ່າດ້ວຍການຮັບຮອງເອົາຈຸດສຸມພັດທະນາ ທີ່ເປັນບຸລິມະສິດ ລະ ຫວ່າງ ສູນກາງ ແລະ ທ້ອງຖິ່ນ ໄລຍະປີ 2021- 2025 ທີ່ຕັ້ງຢູ່ແຂວງຂອງຕົນ ເປັນບູລິ ມະສິດ; ສາມ. ຈັດສັນງົບປະມານເພື່ອສ້າງໃໝ່ ຫລື ປັບປຸງ ສູນສົ່ງເສີມເຕັກນິກການ ກະສິກຳທີ່ມີແລ້ວ ຕາມການສະເໜີຂອງອໍານາດການປົກຄອງຂັ້ນຮາກຖານ ກໍຄື ປະຊາຊົນບັນດາເຜົ່າ ທີ່ມີຄວາມປະສົງ ຢາກທໍາການຜະລິດ ແຕ່ຂາດວິຊາການລົງຊີ້ນໍາ-ນໍາພາ ທໍາການຜະລິດ ເພື່ອບໍລິໂພກ ແລະ ກາຍເປັນສິນຄ້າ; ສີ່. ກວດການຜົນການນໍາໃຊ້ທຶນກູ້ຢືມ, ທຶນຊ່ວຍເຫລືອລ້າ ແລະ ທຶນອື່ນໆ ທີ່ຈັດສັນເຂົ້າໃນວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ​ເຊິ່ງສະຫລຸບໄດ້ໃນຂະແໜງກ່ຽວຂ້ອງ ແຕ່ບໍ່ລວມສູນ; ຫ້າ. ປັບປຸງເງື່ອນໄຂຂອງທະນາຄານນະໂຍບາຍ ເພື່ອໃຫ້ປະຊາຊົນຢູ່ບ້ານ, ກຸ່ມບ້ານເປົ້າໝາຍ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ສາມາດເຂົ້າເຖິງສິນເຊື່ອ ໄດ້ສະດວກ, ວ່ອງໄວ ກວ່າເກົ່າ; ຫົກ. ແຍກການລາຍງານ ຜົນຂອງການຈັດຕັ້ງປະຕິບັດ ວຽກງານພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ອອກຈາກບົດລາຍງານຜົນຂອງ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໃນກອງປະຊຸມສະໄໝສາມັນປະຈຳປີ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ ແຂວງ ຈົນກວ່າ ປະເທດຊາດຈະຫລຸດພົ້ນ ອອກຈາກສະຖານະດ້ວຍພັດທະນາ; ​ເຈັດ. ສ້າງແຜນແມ່ບົດ ແລະ ຍຸດທະສາດກ່ຽວກັບວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ເປັນລະບົບ ຄົບຊຸດ ເພື່ອເປັນບ່ອນອີງ ແລະ ສະດວກ ໃນການຈັດຕັ້ງປະຕິບັດ ແຕ່ລະໄລຍະ ​ແລະ ​ແປດ. ສ້າງກົນໄກການປະສານງານ ໃຫ້ສະພາແຫ່ງຊາດ ກໍຄື ສະພາປະຊາຊົນແຂວງ ໄດ້ປະຕິບັດສິດ ແລະ ໜ້າທີ່ຂອງຕົນ ໃນການຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາຄາດໝາຍ ຂອງວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມມະຕິກອງປະຊຸມສະພາ.

  ທ່ານ ຄໍາຈັນ ໂສຕາປະເສີດ ຍັງ​ໃຫ້ຮູ້​ອີກວ່າ: ຕາມການປະເມີນໃນປີ 2022 ບ້ານທີ່ມີເສັ້ນ ທາງຄົມມະນາຄົມ ແລະ ຂົນສົ່ງເຂົ້າເຖິງ ແລະ ທຽວໄດ້ຕະຫລອດປີມີ 7.812 ບ້ານ, ກວມ 84,80%; ມີໄຟຟ້າລະບົບຕາຂ່າຍໃຊ້ 7.767 ບ້ານ, ກວມ 92,44%; ມີແຫລ່ງນໍ້າສະອາດໃຊ້ 8.049 ບ້ານ,ກວມ 95,80%; ເຂົ້າເຖິງການບໍລິການດ້ານໂທລະຄົມ ແລະ ການສື່ສານ 7.812 ບ້ານ, ກວມ 92,98%; ເຂົ້າເຖິງການຊື້-ຂາຍຫລື ຕະຫລາດ 7.671 ບ້ານ, ກວມ 91,30%; ເຂົ້າເຖິງໂຮງຮຽນປະຖົມ ຫລື ມັດທະຍົມຕົ້ນ 8.367 ບ້ານ, ກວມ 99,58%; ເຂົ້າເຖິງສຸກສາລາ ຫລື ການບໍລິການສຸຂະພາບຂັ້ນພື້ນຖານ 8.246 ບ້ານ,ກວມ 98,14% ຂອງຈໍານວນບ້ານທັງໝົດໃນທົ່ວປະເທດ. ສ່ວນຜົນການປະເມີນຈັດຕັ້ງປະຕິບັດມາດຖານພົ້ນທຸກ ແລະ ມາດຖານພັດທະນາ ຕາມດໍາລັດ 348/ລບ, 9 ຄາດໝາຍຂອງວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນປີ 2023 ຕາມມະຕິ 82/ສພຊ, ລົງວັນທີ 30/12/2022 ມີ 6 ຄາດໝາຍ ທີ່ປະຕິບັດໄດ້ລື່ນຄາດໝາຍຄື: ການສ້າງຄອບຄົວພົ້ນທຸກ, ການສ້າງບ້ານ ພົ້ນທຸກ, ການສ້າງຄອບຄົວພັດທະນາ, ການສ້າງບ້ານພັດທະນາ, ການສ້າງບ້ານໃຫຍ່ ເປັນຕົວເມືອງໃນຊົນນະບົດ, ການຈັດສັນພູມລໍາເນົາ ແລະ ບ່ອນຢູ່ອາໄສ, ຈັດສັນດິນທຳການຜະ ລິດ, ຈັດສັນອາຊີບ ແລະ ມີ 3 ຄາດໝາຍທີ່ປະຕິບັດ ບໍ່ບັນລຸຕາມຄາດໝາຍ ຄື: ການສ້າງເມືອງພົ້ນທຸກ, ການສ້າງເມືອງເຂັ້ມແຂງຮອບດ້ານ ​ແລະ ການຂະຫຍາຍກອງທຶນ ພັດທະນາບ້ານບ້ວງ 500 ລ້ານກີບໃຫ້ບ້ານຂອງເມືອງທຸກຍາກ.

ຂ່າວ: ວຽງ​ສະຫວັນ

ພາບ: ​ເກດສະໜາ

KPL

ຂ່າວອື່ນໆ

    • ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາການເມືອງ

      ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ

      6/19/2025 4:21:28 PM

      ຂປລ. ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຈັດຂຶ້ນວັນທີ 19 ມິຖຸນາ 2025 ທີ່ກະຊວງສຶກສາທິການ ແລະ ກິລາ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງ ສູນກາງພັກ ຜູ້ປະຈຳການຄະນະເລ ຂາທິການສູນກາງພັກ, ຮອງປະທານປະເທດ, ມີຄະນະພັກກະຊວງ, ຫົວໜ້າກົມ, ຮອງກົມ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳຫລັກແຫລ່ງແຂວງວຽງຈັນການເມືອງ

      ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳຫລັກແຫລ່ງແຂວງວຽງຈັນ

      6/19/2025 4:17:01 PM

      ຂປລ. ຕອນບ່າຍວັນທີ 18 ມິຖຸນາ 2025 ທີ່ສະໂມສອນເມືອງເຟືອງ ແຂວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມການນຳ ແລະ ພະນັກງານຫລັກແຫລ່ງແຂວງວຽງຈັນ ຊຶ່ງນຳພາຄະນະຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ໂດຍທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ.

    • ທູດລາວຍື່ນສານຕາຕັ້ງຕໍ່ ປະທານາທິບໍດີແຫ່ງສະມາພັນທະລັດສະວິດການເມືອງ

      ທູດລາວຍື່ນສານຕາຕັ້ງຕໍ່ ປະທານາທິບໍດີແຫ່ງສະມາພັນທະລັດສະວິດ

      6/19/2025 3:58:28 PM

      ຂປລ. ໃນຕອນບ່າຍ ວັນທີ 17 ມິຖຸນາ 2025, ທີ່ນະຄອນຫລວງເບີນ, ສະມາພັນທະລັດ ສະວິດ, ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ນາງ ກາຣິນ ແຄເລີຊຸດເຕີ(Karin Keller Sutter) ປະທານາທິບໍດີແຫ່ງ ສະມາພັນທະລັດ ສະວິດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາສະມາພັນທະລັດສະວິດ

    • ປະກາດການຈັດຕັ້ງກະຊວງກະສິກໍາ ແລະ ສິ່ງແວດລ້ອມການເມືອງ

      ປະກາດການຈັດຕັ້ງກະຊວງກະສິກໍາ ແລະ ສິ່ງແວດລ້ອມ

      6/19/2025 3:54:13 PM

      ຂປລ. ພິທີປະກາດການຈັດຕັ້ງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈັດຂຶ້ນໃນວັນທີ 18 ມິຖຸ ນາ 2025 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ

    • ກະຊວງ ພບ ສະຫລຸບການປະຕິບັດວຽກງານ ແລະ ຜ່ານເອກະສານປັບປຸງກົງຈັກການຈັດຕັ້ງການເມືອງ

      ກະຊວງ ພບ ສະຫລຸບການປະຕິບັດວຽກງານ ແລະ ຜ່ານເອກະສານປັບປຸງກົງຈັກການຈັດຕັ້ງ

      6/19/2025 3:49:40 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ຈັດກອງປະຊຸມສະຫລຸບການ ຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ຜ່ານເອກະສານການປັບປຸງກົງຈັກການຈັດຕັ້ງ ພັກ-ລັດ ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີຄະນະພັກ, ຄະນະນຳກະຊວງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນກະຊວງ ພບ ເຂົ້າຮ່ວມ.

ads
ads

Top