ເມືອງໝື່ນ ສະຫລອງວັນເດັກນ້ອຍສາກົນ ຕິດພັນກັບວັນປູກຕົ້ນໄມ້ ແລະ ວັນສິ່ງແວດລ້ອມ

07/06/2024 13:05
Email Print 1176
ຂປລ ຂປລ. ແຫລ່ງຂ່າວຈາກ ເມືອງໝື່ນ ແຂວງວຽງຈັນ ໃຫ້ຮູ້ວ່າ: ເມືອງໝື່ນ ແຂວງວຽງຈັນ ສະເຫລີມສະຫລອງ ວັນເດັກນ້ອຍສາກົນຄົບຮອບ 100 ປີ, ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ ຕິດພັນກັບການສະເຫລີມສະຫລອງວັນສິ່ງແວດລ້ອມແຫ່ງຊາດ

    ຂປລ. ແຫລ່ງຂ່າວຈາກ ເມືອງໝື່ນ ແຂວງວຽງຈັນ ໃຫ້ຮູ້ວ່າ: ເມືອງໝື່ນ ແຂວງວຽງຈັນ ສະເຫລີມສະຫລອງ ວັນເດັກນ້ອຍສາກົນຄົບຮອບ 100 ປີ, ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ ຕິດພັນກັບການສະເຫລີມສະຫລອງວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 25 ປີ ແລະ ວັນສິ່ງແວດລ້ອມໂລກຄົບຮອບ 52 ປີ ໃນວັນທີ 4 ມິຖຸນາ 2024 ທີ່ໂຮງຮຽນ ມັດທະຍົມຕອນຕົ້ນ ນາປ່າໄຜ່ ເມືອງໝື່ນ, ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພອນເທີດ ສຸຫວັດດີ ເຈົ້າເມືອງໆໝື່ນ, ທ່ານ ຊົກຈູນຫົງ ຜູ້ອຳນວຍການໃຫຍ່ ອົງການ ກູດເນເບີ ປະຈຳ ສປປ ລາວ ພ້ອມດ້ວຍພະນັກງານ-ລັດຖະກອນ ອ້ອມຂ້າງເມືອງ, ສະມາຊິກຊາວໜຸ່ມ-ເຍົາວະຊົນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
  ທ່ານ ສາຍຝົນ ສໍສັກສິດ ຫົວໜ້າ ຫ້ອງການ ສຶກສາທິການ ແລະ ກິລາເມືອງ ໄດ້ລາຍງານ: ການ ສະເຫລີມສະຫລອງວັນເດັກນ້ອຍສາກົນ ຄັ້ງນີ້ ກໍເພື່ອເປັນການປູກຈິດສຳນຶກ ໃຫ້ເດັກນ້ອຍ ມີນ້ຳໃຈຮັກຊາດ
, ຮັກບ້ານເກີດເມືອງນອນ, ມີຄວາມຮູ້ຄວາມສາມາດ, ມີສະຕິປັນຍາ, ມີຄຸນສົມບັດສິນທຳປະຕິວັດ ທັງເປັນການສ້າງເງື່ອນໄຂໂອກາດ ໃຫ້ເດັກນ້ອຍມີສ່ວນຮ່ວມ ໃນການສະແດງຄວາມຄິດເຫັນ ແລະ ຄວາມສາມາດຂອງຕົນເອງໃນດ້ານຕ່າງໆ.
  ທ່ານ ພອນເທີດ ສຸຫວັດດີ ໄດ້ກ່າວວ່າ: ຄະນະພັກ-ອົງການປົກຄອງ ເມືອງໝື່ນ ໄດ້ຖືສໍາຄັນຕໍ່ກັບ
ການຂະຫຍາຍເນື້ອທີ່ປູກຕົ້ນໄມ້ ເພື່ອຟື້ນຟູປ່າໄມ້ ໂດຍມອບໃຫ້ຫ້ອງການ ກະສິກໍາ-ປ່າໄມ້ເມືອງ, ຫ້ອງການ ຊັບພະຍາກອນທໍາມະຊາດ-ສິ່ງແວດລ້ອມເມືອງ ແລະ ພາກສ່ວນກ່ຽວຂ້ອງ ເພື່ອກໍານົດວາງແຜນການຈັດພິທີປູກຕົ້ນໄມ້ ພ້ອມທັງປຸກລະດົມ ອົງການຈັດຕັ້ງ ທັງພາກລັດ-ເອກະຊົນ ໃນທົ່ວເມືອງ ປູກຕົ້ນໄມ້ໃຫ້ໄດ້ຫລາຍໆ ເພື່ອທົດແທນຕົ້ນໄມ້ທີ່ຕາຍແລ້ວ, ປູກຕົ້ນໄມ້ວັນນີ້ເພື່ອລູກຫລານ ໃນວັນໜ້າ  ພ້ອມທັງຮຽກຮ້ອງ ແລະ ເນັ້ນໃຫ້ຄະນະພັກ, ຄະນະນໍາທຸກຂັ້ນ ປຸກລະດົມທົ່ວສັງຄົມ ມີສ່ວນຮ່ວມຕໍ່ວຽກງານຄຸ້ມຄອງປ່າໄມ້, ບົວລະບັດຮັກສາຕົ້ນໄມ້ທີ່ປູກແລ້ວ ດ້ວຍການຫົດນໍ້າ, ໃສ່ຝຸ່ນ, ພວນດິນ, ເຮັດຮົ້ວອ້ອມ ແລະ ວິທີການອື່ນໆ ເພື່ອບໍ່ໃຫ້ຕົ້ນໄມ້ຕາຍ ຫລື ຖືກທໍາລາຍ. ການປູກຕົ້ນໄມ້ຄັ້ງນີ້ ໃນເນື້ອທີ່ທັງໝົດ 7.000 ຕາແມັດ, ໄມ້ທີ່ນໍາມາປູກ ມີໄມ້ດູ່ 350 ເບ້ຍ ແລະ ຕົ້ນໄມ້ປະດັບຈຳນວນໜຶ່ງ.
ໃນພິທີ ບັນດາຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງສານ ຂອງນາຍົກລັດຖະມົນຕີ ໃນໂອກາດສະເຫລີມສະຫລອງ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ
25 ປີ ແລະ ວັນສິ່ງແວດລ້ອມໂລກ ຄົບຮອບ 52 ປີ ພ້ອມທັງຊົມການສະແດງສິລະປະ ຂອງຫລານນ້ອຍນັກຮຽນ, ກິດຈະກຳແຕ້ມຮູບ, ຕອບຄຳຖາມວິທະຍາສາດ, ສະແດງລະຄອນ, ຮ້ອງເພັງ ແລະ ແຈກຂອງຂວັນຕ່າງໆໃຫ້ເດັກນ້ອຍ, ເຊິ່ງໄດ້ຮັບການສະໜັບສະໜູນຈາກອົງການກູດເນເບີ ປະຈຳ ສປປ ລາວ.

ຂ່າວ-ພາບ: ວັນນາ 
KPL

ຂ່າວອື່ນໆ

    • ແຂ່ງຂັນຄົນລາວຮ້ອງເພງຈີນພາຍໃຕ້ຫົວຂໍ້ "ສຽງເພງແຫ່ງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ"ວັດທະນະທຳ-ສັງຄົມ

      ແຂ່ງຂັນຄົນລາວຮ້ອງເພງຈີນພາຍໃຕ້ຫົວຂໍ້ "ສຽງເພງແຫ່ງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ"

      9/30/2026 8:57:28 AM

      ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແລະ ສະພາການຄ້າຈີນ ປະຈຳລາວ ຈັດການແຂ່ງຂັນຄົນລາວຮ້ອງເພງຈີນ ຄັ້ງທີ 5 ພາຍໃຕ້ຫົວຂໍ້ “ສຽງເພງແຫ່ງແມ່ນ້ຳຂອງ-ນ້ຳລ້ານຊ້າງ”

    • ເປີດແລ່ນຂະບວນລົດໄຟຟ້າຖ້ຽວເຊົ້າຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນວັດທະນະທຳ-ສັງຄົມ

      ເປີດແລ່ນຂະບວນລົດໄຟຟ້າຖ້ຽວເຊົ້າຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນ

      9/30/2026 8:50:43 AM

      ທາງລົດໄຟ ລາວ-ຈີນ ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າ (C95) ຄັ້ງທຳອິດ ຈາກສະຖານີບໍ່ເຕ່ນ-ນະຄອນຫຼວງວຽງຈັນ ຢ່າງເປັນທາງການ ໃນວັນທີ 28 ກັນຍາ 2026 ນີ້.

    • ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນວັດທະນະທຳ-ສັງຄົມ

      ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນ

      9/30/2026 1:41:53 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ກອງປະຊຸມ ພົບປະຂ້ັນສູງ ເພ່ືອທົບທວນຜົນ ການຮ່ວມມື ແລະ ກໍານົດທິດທາງ ສືບຕໍ່ພັດທະນາສາຍພົວພັນສອງ ແຂວງ ຄໍາມ່ວນ ແລະ ຮ່າຕິ່ງ ໃຫ້ ເລິກເຊິ່ງ ແລະ ເປັນຮູບປະທໍາ ຈັດ ຂຶ້ນໃນໃນອາທິດຜ່ານມາ ທີ່ຕາ ແສງແຫ່ງແຊນ ແຂວງຮ່າຕິ່ງ ສສ ຫວຽດນາມ, ໂດຍມີ ທ່ານ ໄຊ ຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຄຳມ່ວນ, ທ່ານ ຫງ້ວຽນ ຢຸຍ ເລີ່ມ ເລຂາພັກແຂວງຮ່າຕິ່ງ ພ້ອມດ້ວຍ ຜູ້ແທນຈາກບັນດາພະແນກການ, ຂະແໜງການ ແລະ ທ້ອງຖິ່ນຂອງ ສອງຝ່າຍເຂົ້າຮ່ວມ.

    • ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນວັດທະນະທຳ-ສັງຄົມ

      ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນ

      9/28/2026 10:18:54 AM

      ໃນໂອກາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ, ທັງເປັນປີມິດຕະພາບ ຈີນ-ລາວ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ຈັດງານພົບປະສົ່ງເສີມວັດທະນະທຳ ແລະ ການທ່ອງທ່ຽວ ໃນຫົວຂໍ້: “ພົບພໍ້ກວາງຊີ” ຢູ່ນະຄອນຫລວງວຽງຈັນ ເພື່ອຊຸກຍູ້ການຮ່ວມມືຕົວຈິງ ລະຫວ່າງ ຂະແໜງການທ່ອງທ່ຽວຂອງກວາງຊີ ແລະ ສປປ ລາວ ໃນວັນທີ 24 ກັນຍາ 2026 .

    • ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026

      9/24/2026 5:51:15 PM

      ໃນວັນທີ 23 ກັນຍາ 2026 ນີ້, ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ພາຍໃຕ້ຫົວຂໍ້: “ຮ່ວມກັນຊົມພະຈັນດວງດຽວກັນ-ອ່ານບົດກະວີໃນບຸນໄຫວ້ພະຈັນ” ໂດຍມີ ທ່ານ ຫຼົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ມີຮອງຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດລາວ, ມີຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄູ-ອາຈານ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

ads
ads

Top