ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປິດສົກຮຽນ 2023-2024

05/06/2024 20:23
Email Print 4039
ຂປລ ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຈັດພິທີປິດສົກຮຽນ 2023-2024 ໃນວັນທີ 5 ມິຖຸນາ 2024 ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະປະຈຳພັກກະຊວງ ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍການໂຮງຮຽນ, ພະນັກງານ, ຄູອາຈານແລະ ນ້ອງນັກຮຽນເຂົ້າຮ່ວມ.



ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຈັດພິທີປິດສົກຮຽນ 2023-2024 ໃນວັນທີ 5 ມິຖຸນາ 2024 ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະປະຈຳພັກກະຊວງ ຮອງຫົວໜ້າກົມໃຫຍ່ ການເມືອງ ກອງທັບ
, ມີຄະນະພັກ-ຄະນະອຳນວຍການໂຮງຮຽນ, ພະນັກງານ, ຄູອາຈານແລະ ນ້ອງນັກຮຽນເຂົ້າຮ່ວມ.



ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳກອງທັບ ໄດ້ຜ່ານບົດສະຫລຸບວຽກງານການສຶກສາ ປະຈຳສົກຮຽນ 2023-2024 ໂດຍຍົກໃຫ້ເຫັນຫລາຍດ້ານທີ່ພົ້ນເດັ່ນ ໃນການຮຽນ-ການສອນ ຕະຫລອດ ໄລຍະການຮໍ່າຮຽນ ໃນສົກຮຽນນີ້
, ຄະນະພັກ-ຄະນະອຳນວຍການໂຮງຮຽນ ໄດ້ຖືສຳຄັນໃນການສຶກສາອົບຮົມ ການເມືອງນຳພາແນວຄິດ ໃຫ້ພະນັກງານຄູ-ອາຈານ, ນັກຮຽນຢ່າງເປັນປົກກະຕິ ດ້ວຍຫລາຍຮູບການ ແລະ ເນື້ອໃນແຕກຕ່າງກັນ ໂດຍສະເພາະ ຄູ-ອາຈານ ໄດ້ເອົາໃຈໃສ່ປະຕິບັດ ຫຼັກສູດການຮຽນ-ການສອນ, ການຄົ້ນຄວ້າທວນຄືນສອບເສັງເລື່ອນຂັ້ນ ໃຫ້ນັກຮຽນໄດ້ຄົບຖ້ວນທັນກຳນົດເວລາ ທີ່ກະຊວງສຶກສາທິການ ແລະ ກິລາວາງອອກ ສະແດງອອກໃນການດໍາເນີນ ການສິດສອນຮໍ່າຮຽນຕາມ 3 ລັກສະນະ, 5 ຫລັກມູນ ການສຶກສາໄດ້ເປັນຢ່າງດີ ແລະ ສາມາດຕີລາຄາຜົນໄດຮັບ ໃນການຄົ້ນຄວ້າຮໍ່າຮຽນ ຂອງນັກຮຽນບັນລຸຕາມຄາດໝາຍ 100% ເຊິ່ງສາມາດໄດ້ຮັບໝາກຜົນ ການສອບເສັງໄດ້ດັ່ງນີ້: ສອບເສັງເລື່ອນຊັ້ນ ມ1 ຂຶ້ນ ມ2 ຈຳນວນ 134 ຄົນ, ເສັງໄດ້ 134 ຄົນ ເທົ່າກັບ 100%, ສອບເສັງເລື່ອນຊັ້ນ ມ5 ຂຶ້ນ ມ6 ຈຳນວນ 130 ຄົນ, ເສັງໄດ້ 130 ຄົນ ເທົ່າກັບ 100%,  ສອບເສັງເລື່ອນຊັ້ນ ມ6 ຂຶ້ນ ມ7 ຈຳນວນ 132 ຄົນ, ເສັງໄດ້ 132 ຄົນ ເທົ່າກັບ 100%. ຈາກນັ້ນໃນພິທີ ກໍໄດ້ມອບໃບຍ້ອງຍໍ ນັກຮຽນດີຮຽນເກັ່ງ.



ໃນໂອກາດນີ້
, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ ໂດຍສະເພາະຄະນະພັກ-ຄະນະອໍານວນການ, ພະນັກງານຫລັກແຫລງ, ຄູ-ອາຈານ, ຕະຫລອດພະນັກງານ-ນັກຮົບ ແລະ ນ້ອງນັກຮຽນ ທີ່ໄດ້ເອົາໃຈໃສ່ເຮັດ ສຳເລັດຕາມແຜນ ການຮຽນ-ການສອນໃນສົກຮຽນ 2023- 2024 ດ້ວຍຜົນສໍາເລັດອັນຈົບງາມ. ພ້ອມນີ້, ຍັງໄດ້ເນັ້ນຫນັກໃຫ້ຄະນະອຳນວຍການໂຮງຮຽນ ຈົ່ງສືບຕໍ່ອົບຮົມວຽກງານການເມືອງ ນໍາພາແນວຄິດໃຫ້ ພະນັກງານ-ນັກຮົບ ໃນທົ່ວໂຮງຮຽນ ເພື່ອກະກຽມ ປະຕິບັດເຮັດໜ້າທີ່ ໃນສົກຮຽນໃໝ່ໃຫ້ໄດ້ຮັບໝາກຜົນສູງ. ສໍາລັບນ້ອງນັກຮຽນ ຕ້ອງຕັ້ງໜ້າຄົ້ນຄ້ວາຮໍ່າຮຽນ, ກຳແໜ້ນບົດຮຽນທີ່ຄູ-ອາຈານ ຖ່າຍທອດໃຫ້, ເວລາພັກຮຽນຕ້ອງເອົາຕັ້ງໃຈ ຄົ້ນຄວ້າທວນຄືນບົດຮຽນ, ເອົາໃຈໃສ່ອອກແຮງ ຝຶກຝົນຫລໍ່ຫລອມຕົນເອງ ໃນທຸກດ້ານຕາມມາດຖານເງື່ອນໄຂທີ່ທາງກະຊວງ ກໍຄື ໂຮງຮຽນວາງອອກ ເປັນຕົ້ນ ການປະຕິບັດລະບຽບແບບແຜນ, ບັນດາຂໍ້ກຳນົດ ແລະ ລະບຽບຂອງໂຮງຮຽນ ຢ່າງເຂັ້ມງວດຕາມ 7 ລະບອບ 18 ວຽກຂອງກອງທັບ ໃຫ້ສົມວ່າຕົນເປັນນັກຮຽນຮູ້ ຜູ້ສືບທອດທີ່ດີຂອງຊາດ ແລະ ຂອງກອງທັບ.

ຂ່າວ: ຄຳອ້າຍ ທອງວັນ

KPL

ຂ່າວອື່ນໆ

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

ads
ads

Top