ຂປລ
ເມື່ອບໍ່ດົນມານີ້, ວິທະຍາໄລສິລະປະແຫ່ງຊາດ, ສະຖານທູດຮົງກາຣີ ປະຈຳລາວ ແລະ ສະຖາບັນ Liszt - ສູນວັດທະນະທຳຮົງກາຣີ ປະຈຳປັກກິ່ງ ໄດ້ສຳເລັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ (Kodály) ໂດຍມີ ທ່ານ ວິລະພັນ ຊາພູວົງ ຜູ້ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ທ່ານ László Takács ເອກອັກຄະລັດຖະທູດຮົງກາຣີ ປະຈຳ ສປປ ລາວ, ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ທ່ານ ວິລະພັນ ຊາພູວົງ ໄດ້ກ່າວວ່າ: ຜ່ານການຮຽນ-ການສອນຕົວຈິງ ໂດຍການຊີ້ນຳຂອງ ທ່ານ ນາງ Edit Lánczky ບັນດານັກຮຽນ 33 ນ້ອງ ແລະ ຄູ-ອາຈານ 5 ທ່ານ ທີ່ຮ່ວມຝຶກອົບຮົມ ໄດ້ຮຽນຮູ້ໃນພາກທິດສະດີ ແລະ ປະຕິບັດຕົວຈິງກ່ຽວກັບຈັງຫວະ, ທຳນອງ, ສຽງປະສານ ແລະ ການຂັບຮ້ອງປະສານສຽງໃນຍຸກສະໄໝຕ່າງໆ ເຊັ່ນ: ແຕ່ຍຸກເຣເນຊັງ, ບາຣົກ, ຄລາສສິກວຽນນາ, ໂຣແມນຕິກ ຈົນເຖິງຍຸກສະຕະວັດທີ 20-21 ສະໄໝໃໝ່. ການຝຶກອົບຮົມຄັ້ງນີ້ ບໍ່ພຽງແຕ່ເປັນການຍົກລະດັບຄວາມຮູ້ທາງດ້ານທິດສະດີດົນຕີ ແລະ ການຮ້ອງປະສານສຽງເທົ່ານັ້ນ, ແຕ່ຍັງເປັນການເປີດໂລກະທັດທາງດ້ານສິລະປະວັດທະນະທຳໃຫ້ນ້ອງໆນັກຮຽນ ແລະ ຄູ-ອາຈານ ໄດ້ສຳຜັດກັບມາດຕະຖານການສຶກສາດົນຕີລະດັບສາກົນ.
ໝາກຜົນຂອງການຝຶກຊ້ອມຂອງບັນດານັກຮຽນ-ນັກສຶກສາ ຈະໄດ້ສະແດງອອກໃຫ້ເຫັນໃນການສະແດງຜົນງານຂັບຮ້ອງປະສານສຽງໃນຄັ້ງນີ້.
KPL