ຂປລ
ເມ່ືອບ່ໍດົນມານີ້, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່່ານັບຂອງທ່ານນາງ ເຫວີຍສືເຈີນ ຜູ້ອໍານວຍການໃຫຍ່ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເພື່ອເຂົ້າຢ້ຽມຢາມ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືຍຸດທະສາດລະຫວ່າງສອງປະເທດ ລາວ-ຈີນ ໂດຍມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.
ຂປລ. ໂອກາດນີ້, ທັງສອງຝ່າຍໄດ້ຕີລາຄາສູງເຖິງສາຍພົວພັນການຮ່ວມອັນດີງາມລະຫວ່າງສອງ ປະເທດ ລາວ-ຈີນ ທ່ີມີມາແຕ່ດົນນານ, ພ້ອມທັງປຶກສາຫາລືແຜນການຮ່ວມມືຫລາຍດ້ານເປັນຕົ້ນການຮ່ວມມືທາງດ້ານການສ້າງຫລັກສູດພາສາຈີນ ເຂົ້າໃນຊັ້ນມັດທະຍົມ ຂອງ ສປປ ລາວ; ການຮ່ວມມືດ້ານຊັບພະຍາກອນມະນຸດ ລາວ-ຈີນ ຊຶ່ງຝ່າຍຈີນຈະຝຶກອົບຮົມບຸກຄະລາກອນຜູ້ຈັດການ ແລະ ວິຊາຊີບພາກວິຊາການ 3.000 ຄົນໃຫ້ແກ່ລາວຮອດປີ 2028, ບັນລຸເປ້ົາໝາຍໃຫ້ນັກຮຽນລາວ 10.000 ຄົນ ເຂົ້າຮຽນຢູ່ຈີນທຸກໆປີ, ຂະຫຍາຍການຮ່ວມມືແລກປ່ຽນລະຫວ່າງສອງຝ່າຍໃນຂະແໜງການສຶກສາຊັ້ນສູງ, ການສຶກສາວິຊາຊີບ, ການສຶກສາພາສາ, ການສຶກສາດ້ານດີຈິຕອນ, ປັນຍາປະດິດ ແລະ ຂະແໜງອື່ນໆໃຫ້ສຳເລັດ; ຝ່າຍຈີນຈະສືບຕໍ່ສະໜອງທຶນການສຶກສາໃຫ້ນັກຮຽນລາວທີ່ດີເດັ່ນເພື່ອເຂ້ົາຮຽນຢູ່ຈີນ, ຝຶກຝົນບຸກຄະລາກອນທີ່ມີຄຸນນະພາບສູງໃນຂະແໜງການຮ່ວມມືສຳຄັນຂອງສອງຝ່າຍ; ສອງຝ່າຍຮ່ວມມືຍົກລະດັບຄວາມສາມາດໃນການນຳໃຊ້ເຕັກໂນໂລຊີດີຈິຕອນຂອງພະນັກງານລັດຖະກອນ ແລະ ປະຊາຊົນທົ່ວໄປຂອງລາວ, ຫລຸດຜ່ອນຄວາມແຕກຕ່າງດ້ານດີຈິຕອນ, ສ້າງເງື່ອນໄຂທີ່ດີໃຫ້ລາວກ້າວໄປສູ່ສັງຄົມດີຈິຕອນ. ຝ່າຍຈີນຍິນດີຕາມຄວາມຕ້ອງການຂອງຝ່າຍລາວ, ສືບຕໍ່ສະໜັບສະໜູນລາວຍົກລະດັບການສຶກສາດ້ວຍວິທີການປະສົມປະສານລະຫວ່າງ ການຊ່ວຍເຫລືອດ້ານວັດຖຸ ແລະ ຊອບແວ, ສະໜັບສະໜູນລາວສ້າງປຶ້ມແບບຮຽນຊັ້ນປະຖົມ ແລະ ມັດທະຍົມ.
ທ່ານ ນາງ ເຫວີຍສືເຈີນ ໄດ້ລາຍງານເຖິງຄວາມຄືບໜ້າການສ້າງໂຄງຮ່າງຫລັກສູດພາສາຈີນ ສໍາລັບຊັ້ນມັດທະຍົມ, ການຈັດຕ້ັງປະຕິບັດໂຄງການສ້າງໂຮງຮຽນ 67 ສະໃໝໄໝ່ຢູ່ ສປປ ລາວ, ການຜັນຂະຫຍາຍຖະແຫລງການຮ່ວມກັນປີ 2026 ໃນມາດຕາທີ 24, ມະຫາວິທະຍາໄລຊົນເຜົ່າກວາງຊີ ຍິນດີທີ່ຈະຮ່ວມມືກັບຝ່າຍລາວ ໂດຍສະເພາະມະຫາວິທະຍາໄລແຫ່ງຊາດ ກໍຄື ກະຊວງສຶກສາທິການ ແລະ ກິລາ ໃນການຜັນຂະຫຍາຍໂຄງການດັ່ງກ່າວ ໂດຍສະເພາະການສົ່ງບຸກຄະລາກອນນັກຮຽນນັກສຶກສາໄປຮ່ໍາຮຽນ ຫລື ຍົກລະດັບ, ຝຶກອົບຮົມຢູ່ ສປ ຈີນ ໃນໂຄງການຈາກ 3.000 ຄົນ ຮອດປີ 2028 ໃຫ້ເປັນ 10.000 ຄົນ ທີ່ລະບຸໃນມະຕິທີ 24, ວຽກງານການປັບປຸງຫ້ອງຄົ້ນຄວ້າ-ທົດລອງຢ່ ມຊ ເພື່ອຍົກລະດັບໃຫ້ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງການສຶກສາທີ່ຕ້ອງໄປຄຽງຄູ່ກັບການຄົ້ນຄວ້າ ແລະ ທົດລອງ.
ໂອກາດດ່ັງກ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ສສກ ໄດ້ຕີລາຄາສູງຕ່ໍການຮ່ວມມືອັນແໜ້ນແຟ້ນລະຫວ່າງສອງຊາດ ລາວ-ຈີນ ໂດຍສະເພາະການຮ່ວມມືລະຫວ່າງມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ທີ່ໄດ້ຮ່ວມມື ກັນຢ່າງສະໜິດແໜ້ນ. ພ້ອມນີ້, ທ່ານຍັງປຶກສາຫາລືກ່ຽວກັບວິທີການຜັນຂະຫຍາຍມະຕິທີ 24 ໃຫ້ເປັນຮູບປະທໍາ ແລະ ມີປະສິດທິພາບ, ເນື່ອງຈາກຈຳນວນທຶນການສຶກສາມີຈຳນວນຫລາຍເຖິງ 10.000 ທຶນ. ສະນັ້ນ, ຂໍໃຫ້ທັງສອງມະຫາວິທະຍາໄລຊ່ວຍເປັນໜຶ່ງໃນໜ່ວຍງານ ໃນການຈັດຕັ້ງປະຕິບັດມະຕິດັ່ງກ່າວ ໃຫ້ເກີດຜົນເປັນຈິງ. ປັດຈຸບັນ, ຄວາມຕ້ອງການຮຽນພາສາຈີນຢູ່ ສປປ ລາວ ມີຈຳນວນເພີ່ມຂຶ້ນຢ່າງຫລວງຫລາຍ, ສະເໜີໃຫ້ຝ່າຍຈີນ ພິຈາລະນາຊ່ວຍເຫລືອດ້ານການພັດທະນາຄູສອນພາສາຈີນ, ການປັບປຸງຫລັກສູດການຮຽນ-ການສອນ ເພື່ອຮັບໃຊ້ໃຫ້ແກ່ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຕ່າງໆ ແລະ ຜັນຂະຫຍາຍຖະແຫລງການຮ່ວມ ແລະ ກົນໄກຕິດຕາມເພື່ອຜັນຂະຫຍາຍມະຕິທີ 24 ຂອງຖະແຫລງການຮ່ວມກັນທີ່ປະມຸກລັດ/ຜູ້ນຳສູງສຸດຂອງສອງປະເທດ ລາວ-ຈີນ ໃຫ້ປະກົດຜົນເປັນຮູບປະທຳຢ່າງແທ້ຈິງ.
KPL