ເມືອງອາດສະພັງທອງ ສັກວັກຊິນກັນພະຍາດໝາກແດງ ເລັດກວ່າ 71 %

28/05/2024 14:38
Email Print 16814
ຂປລ ຂປລ. ເມືອງອາດສະພັງທອງ ​ແຂວງ​ສະຫວັນ​ນະ​ເຂດ ມີ​ເປົ້າ​ໝາຍກຸ້ມ​ເປົ້າ​ໝາຍ​ສັກ​ວັກ​ຊິນ​ກັນ​ພະຍາດໝາກ​ແດງ​ນ້ອບ ​ແລະ ໝາກ​ແດງ​ໃຫຍ່ ​ໃຫ້​ເດັກ​ອາຍຸ​ຕໍ່າ​ກວ່າ 5 ປີ​ລົງ​ມາ ຈໍານວນ 3 ພັນກວ່າຄົນ ​ໂດຍ​​ໄດ້​ເປີດ​ຂະ​ບວນສັກ​ວັກ​ຊິນ​ດັ່ງກ່າວ ແຕ່ວັນທີ 20-26 ພຶດສະພາ 2024 ສາມາດສັກວັກຊິນໃຫ້ເດັກກຸ່​ເປົ້າ​ໝາຍ ໄດ້ 2.800 ກວ່າຄົນ ຫລື ປະມານ 71,35%.

ຂປລ. ເມືອງອາດສະພັງທອງ ​ແຂວງ​ສະຫວັນ​ນະ​ເຂດ ມີ​ເປົ້າ​ໝາຍກຸ້ມ​ເປົ້າ​ໝາຍ​ສັກ​ວັກ​ຊິນ​ ກັນ​ພະຍາດໝາກ​ແດງ​ນ້ອບ ​ແລະ ໝາກ​ແດງ​ໃຫຍ່ ​ໃຫ້​ເດັກ​ອາຍຸ​ຕໍ່າ​ກວ່າ 5 ປີ​ລົງ​ມາ ຈໍານວນ 3 ພັນກວ່າຄົນ ​ໂດຍ​​ໄດ້​ເປີດ​ຂະ​ບວນສັກ​ວັກ​ຊິນ​ດັ່ງກ່າວ ແຕ່ວັນທີ 20-26 ພຶດສະພາ 2024 ສາມາດສັກວັກຊິນໃຫ້ເດັກກຸ່​ເປົ້າ​ໝາຍ ໄດ້ 2.800 ກວ່າຄົນ ຫລື ປະມານ 71,35%.

ໃນວັນທີ 27 ພຶດສະພາ 2024 ຜ່ານ​ມາ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ກະຊວງສາທາລະນະສຸກ ຮ່ວມກັບ ພະແນກສາທາລະນະສຸກ ແຂວງສະຫວັນນະເຂດ ໄດ້ລົງຕິດຕາມການສັກ​ວັກ​ຊິນ ​ກັນ​ພະຍາດໝາກ​ແດງ​ນ້ອບ ​ແລະ ໝາກ​ແດງ​ໃຫຍ່ ໂດຍມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ວິສິດ ຄໍາລືຊາ ຫົວໜ້າສູນສະຖິຕິ ແລະ ຂ່າວສານກະຊວງສາທາລະນະສຸກ, ມີພະນັກງານແພດໝໍແຂວງ,  ພະນັກງານແພດໝໍປະຈໍາສຸກສາລາເມືອງ  ແລະ ປະຊາຊົນ ເຂົ້າຮ່ວມ.

ທ່ານ ໄພທູນ ສີດາວົງ ຮອງຫົວໜ້າຫ້ອງການສາທາລະນະສຸກ ເມືອງອາດສະພັງທອງ ​ໄດ້​ໃຫ້​ຮູ້ວ່າ: ຂະບວນການສັກວັກຊິນໝາກແດງນ້ອຍ ແລະ ໝາກແດງ​ໃຫຍ່ ​ແມ່ນ​ເນັ້ນໃສ່ເດັກນ້ອຍທີ່ມີອາຍຸຕ່ຳກວ່າ 5 ປີ ​ໂດຍ​ບໍ່​ເສຍ​ຄ່າ. ທັງ​ນີ້, ກໍ​​ເພື່ອຊ່ວຍສະກັດກັ້ນ ການແພ່ລະບາດຂອງພະຍາດດັ່ງກ່າວ ​ເພາະປັດຈຸບັນເຫັນໄດ້ວ່າ ​ໃນ​ທົ່ວ​ໂລກມີກໍລະນີ​ຜູ້​ຕິ​ດ​ເຊື້ອພະຍາດ​ດັ່ງກ່າວ ​ເພີ່ມ​ຂຶ້ນ ເນື່ອງຈາກມີອັດຕາການສັກວັກ​ຊິນ ກັນພະຍາດຕ່ຳລົງໃນກຸ່ມເດັກນ້ອຍ ເຊິ່ງການສັກວັກຊິນມີບົດບາດສໍາຄັນ ໃນການຕໍ່ສູ້ກັບພະຍາດ ຄຸກຄາມຮ້າຍແຮງ ທີ່ເກີດຈາກພະຍາດໝາກແດງນ້ອຍ ແລະ ໝາກແດງ​ໃຫຍ່. ສະ​ເພາະເມືອງອາດສະພັງທອງ ​​ແມ່ນມີ​ເປົ້າ​ໝາຍກຸ້ມ​ເປົ້າ​ໝາຍ​ສັກ​ວັກ​ຊິນ ​ກັນ​ພະຍາດໝາກ​ແດງ​ນ້ອບ ​ແລະ ໝາກ​ແດງ​ໃຫຍ່ ຈໍານວນ 3 ພັນກວ່າຄົນ, ປັດຈຸບັນ​ປະຕິບັດ​ໄດ້​ແລ້ວ 2.800 ກວ່າຄົນ.

ໂອກາດ​ນີ້, ທ່ານ ໂພສີ ແກ້ວມະນີວົງ ໄດ້ມີ​ຄຳ​ເຫັນວ່າ: ກະຊວງ ຖວທ ໄດ້ປະກອບສ່ວນຢ່າງ​ແຂງ​ແຮງ ໃນການໂຄສະນາ ໃຫ້ຄວາມຮູ້ແກ່ຊຸມຊົນກ່ຽວກັບ ຜົນດີຂອງການສັກວັກຊິນກັນພະຍາດ   ໝາກແດງນ້ອຍ ແລະ ໝາກແດງ​ໃຫຍ່ ຜ່ານວິທະຍຸ, ໂທລະພາບ, ໜັງສືພິມ, ສື່ສັງຄົມອອນລາຍ ແລະລະບົບໂທລະໂຄ່ງຊຸມຊົນ. ສື່ມວນຊົນ ມີຄວາມສາມາດ ໃນການເຂົ້າເຖິງຊຸມຊົນຢ່າງກວ້າງຂວາງແລະຫລາກຫລາຍດ້ວຍຂໍ້ຄວາມທີ່ເຂົ້າໃຈງ່າຍ ​​ທີ່ຈະສົ່ງຜົນສະທ້ອນທາງບວກ ໃຫ້ແກ່ສຸຂະພາບຂອງແມ່ແລະ ເດັກ, ເຮັດໃຫ້ຄອບຄົວມີຂໍ້ມູນ ໃນການຕັດສິນໃຈ ກ່ຽວກັບການສັກວັກຊິນ ໃຫ້ລູກຂອງເຂົາເຈົ້າ, ບົດບາດ. ພ້ອມ​ນີ້, ສື່ມວນຊົນລາວ ແມ່ນໄດ້ຊ່ວຍປຸກລະດົມພໍ່-ແມ່ຜູ້ປົກຄອງ ແລະຜູ້ເບິ່ງແຍງ ເພື່ອຮັບປະກັນວ່າ ຈະບໍ່ມີເດັກນ້ອຍຖືກປະຖິ້ມໄວ້ ໂດຍບໍ່ມີການປົກປ້ອງ.

ພ້ອມ​ນີ້, ທ່ານ ວິສິດ ຄໍາລືຊາ ຍັງ​ໄດ້ກ່າວວ່າ: ວຽກງານໂຄສະນາ ສັກ​ວັກ​ຊິນ​ກັນ​ພະຍາດໝາກ​ແດງ​ນ້ອບ ​ແລະ ໝາກ​ແດງ​ໃຫຍ່ ແມ່ນໄດ້ອາ​​ໄສບັນດາສື່ເຊັ່ນ: ວິທະຍຸ, ໂທລະພາບ, ໜັງສືພີມ, ສື່ອອນລາຍ, ເຟສບຸກ ແລະ ໂຄສະນາເຄື່ອນໄຫວຢູ່ແຂວງ, ເມືອງ, ຊຸມຊົນ, ໂທລະໂຄງເມືອງ ແລະ ບ້ານ ໄດ້ຮັບການອະນຸມັດຈາກອົງການອະນາໄມໂລກ, ກະຊວງສາທາລະນະສຸກ ແລະ ໄດ້ຮັບການຢັ້ງຢືນວ່າປອດໄພ ແລະ ມີປະສິດທິພາບໃນການປົກປ້ອງເດັກນ້ອຍ ຈາກພະຍາດຮ້າຍແຮງ ແລະ ພະຍາດທີ່ອັນຕະລາຍ ເຖິງຊີວິດ.

ຂ່າວ-ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວສາທາລະນະສຸກ

      ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວ

      3/20/2025 2:52:37 PM

      ຂປລ. ສະຖານທູດຢີ່ປຸ່ນປະຈໍາລາວ ຈັດກິດຈະກຳໃຫ້ສື່ມວນຊົນລາວ ໄປຢ້ຽມຢາມບັນດາໂຄງການທີ່ລັດ ຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ໃນຂະແໜງການຮ່ວມມືດ້ານເສດຖະກິດ ຢູ່ໃນນະຄອນຫລວງວຽງຈັນ (ນວ) ໃນວັນທີ 19 ມີນາ 2027 ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024ສາທາລະນະສຸກ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024

      2/13/2025 2:51:34 PM

      ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເຜີຍແຜ່ ກົດໝາຍ 3 ສະບັບ ໃນຂົງເຂດສາທາລະນະສຸກສາທາລະນະສຸກ

      ເຜີຍແຜ່ ກົດໝາຍ 3 ສະບັບ ໃນຂົງເຂດສາທາລະນະສຸກ

      10/15/2024 2:49:38 PM

      ຂປລ. ກະຊວງ​ສາທາລະນະ​ສຸກ ຈັດເຜີຍແຜ່ກົດໝາຍ ໃນຂົງເຂດສາທາລະນະສຸກ ຈໍານວນ 3 ສະບັບ. ​ໃນ​ນັ້ນ, ​ເປັນ​ກົດໝາຍສະບັບໃໝ່ 2 ສະບັບ ຄື: ກົດໝາຍ ວ່າດ້ວຍສາທາລະນະສຸກ ແລະ ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ແລະ ສະບັບປັບປຸງ 1 ສະບັບ ຄື ກົດໝາຍ ວ່າດ້ວຍການປິ່ນປົວ ​ໃນ​ວັນ​ທີ 15 ຕຸລາ 2024 ທັງ​ນີ້, ກໍ​ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບສາທາລະນະສຸກ ຂອງ ສປປ ລາວ, ຍົກສູງສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ.

    • ສາທາລະນະສຸກເມືຶຶອງທຸລະຄົມສຸມໃສ່ 4 ແຜນວຽກສຳຄັນ ສາທາລະນະສຸກ

      ສາທາລະນະສຸກເມືຶຶອງທຸລະຄົມສຸມໃສ່ 4 ແຜນວຽກສຳຄັນ

      8/26/2024 11:46:41 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ຫ້ອງການສາ ທາລະນະສຸກ ເມືອງທຸລະຄົມແຂວງ ວຽງຈັນ ຈະສຸມໃສ່ 4 ແຜນວຽກ ສໍາຄັນ ສໍາລັບ 6 ເດືອນທ້າຍປີ 2024 ເປັນຕົ້ນ ຍົກສູງຄຸນນະພາບ ທາງດ້ານວຽກງານການເມືອງ- ແນວຄິດ, ຄຸນສົມບັດຈັນຍາທຳແພດ ປະຊາຊົນ, ວຽກງານວິຊາການທາງ ດ້ານການແພດ ແລະ ເພີ່ມທະວີການ ຄຸ້ມຄອງພະນັກງານ ສາທາລະນະ ສຸກທຸກຂັ້ນ

    • ຮອງນາຍົກລັດຖະມົນຕີ ຊີ້ນຳວຽກຄວບຄຸມພະຍາດໄຂ້ຍຸງລາຍສາທາລະນະສຸກ

      ຮອງນາຍົກລັດຖະມົນຕີ ຊີ້ນຳວຽກຄວບຄຸມພະຍາດໄຂ້ຍຸງລາຍ

      8/14/2024 7:41:56 PM

      ຂປລ. ວັນທີ 13 ສິງຫາ 2024 ນີ້, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມ ຕໍ່ກອງປະຊຸມປຶກສາຫາລື ແລະ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ກັນ ແລະ ຄວບຄຸມໄຂ້ຍຸງລາຍ ປີ 2024 ແລະ ທິດທາງຕໍ່ໜ້າ ໂດຍມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ຮອງເຈົ້າຄອງນະຄອນຫລວງວຽງຈັນ

ads
ads

Top