ສ.ອາເມລິກາ ສູນເສຍຄູ່ຮ່ວມການຄ້າໃຫຍ່ທີ່ສຸດ ຈາກ ເຢຍລະມັນ

25/10/2025 12:18
Email Print 138
ຂປລ ອົງການສະຖິຕິສະຫະພັນ ເຢຍລະມັນ ເປີດເຜີຍເມື່ອບໍ່ດົນມານີ້ ວ່າ, ສ.ອາເມລິກາ ບໍ່ໄດ້ເປັນຄູ່ຮ່ວມການຄ້າ ຂະໜາດໃຫຍ່ທີ່ສຸດ ຂອງ ເຢຍລະມັນ.

ຂປລ. ວິທະຍຸໂທລະພາບ ສູນກາງຈີນ ຊີເອັມຈີ ລາຍງານວ່າ: ອົງ​ການ​ສະ​ຖິ​ຕິ​ສະ​ຫະ​ພັນ​ ເຢຍ​ລະ​ມັນ ​ເປີດ​ເຜີຍ​​ເມື່ອບໍ່ດົນມານີ້ ​ວ່າ, ສ.ອາເມລິກາ ​ບໍ່​ໄດ້​ເປັນ​ຄູ່​ຮ່ວມ​ການ​ຄ້າ​ ຂະໜາດໃຫຍ່​​ທີ່​ສຸດ​ ຂອງ​ ເຢຍ​ລະ​ມັນ. ​ໃນຂະນະທີ່ 8 ເດືອນ ເລີ່ມ​ແຕ່ ​ມັງ​ກອນ​-ເດືອນ​ສິງ​ຫາ​ ທີ່​ຜ່ານ​ມາ, ຈີນ​ ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ ການ​ຄ້າ​ ໃຫຍ່​ທີ່​ສຸດ​ ຂອງ ​ເຢຍ​ລະ​ມັນ.

ຕົວ​ເລກ ​ສະ​ຖິ​ຕິ​ ດັ່ງກ່າວ ໄດ້ສະ​ແດງ ​ໃຫ້​ເຫັນ​ວ່າ: ໃນ 8 ເດືອນ​​ປີ​ນີ້, ຍອດ​ມູນ​ຄ່າ​ ການ​ສົ່ງ​ອອກ ​ຂອງ ​ເຢຍ​ລະ​ມັນ ໄປຍັງ ສ.ອາເມລິກາ ບັນລຸ 101 ຕື້​ເອີ​ໂຣ, ຫລຸດ​ລົງ 6,5% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ ​ຂອງ​ ປີ​ກາຍ, ໃນ​ນັ້ນ, ຍອດ​ມູນ​ຄ່າ​ ການ​ສົ່ງ​ອອກ​ ໃນ​ເດືອນ​ສິງ​ຫາ​ ລວມມີ 10,9 ຕື້​ເອີ​ໂຣ, ຫລຸດ​ລົງ 2,5% ເມື່ອ​ທຽບ​ໃສ່ ​ເດືອນ​ກໍ​ລະ​ກົດ ​ປີ​ນີ້ ແລະ ຫລຸດ​ລົງ 20,1% ເມື່ອ​ທຽບ​ໃສ່ ​ໄລ​ຍະ​ດຽວ​ກັນ ຂອງ​ ປີ​ກາຍ, ເປັນລະ​ດັບ ​ຕ່ຳ​ສຸດ ​ນັບ​ແຕ່​ ເດືອນ​ພະ​ຈິກ 2021 ເປັນ​ຕົ້ນ​ມາ. ໃນ 8 ເດືອນ​ຜ່ານມາ, ຍອດ​ມູ​ນ​ຄ່າ ​ການ​ນຳ​ເຂົ້າ​ ຂອງ​ ເຢຍ​ລະ​ມັນ​​ ຈາກ​ ສ.ອາ​ເມ​ລິ​ກາ ​ລວມມີ 63,4 ຕື້​ເອີ​ໂຣ. ສະ​ມາ​ຄົມ​ການ​ຂາຍ​ຍົກ ແລະ ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ ​ເຢຍ​ລະ​ມັນ​ ກ່າວ​ວ່າ: ເນື່ອງຈາກນະ​ໂຍ​ບາຍ​ພາ​ສີ​ ຂອງ ສ.​ອາ​ເມ​ລິກາ ​ເປັນສາ​ເຫດ ​​ສຳ​ຄັນ ​ທີ່​ເຮັດ​ໃຫ້​ ຍອດ​ມູນ​ຄ່າ​ ການ​ສົ່ງ​ອອກ​ ຂອງ​ ເຢຍ​ລະ​ມັນ ​ຕໍ່ກັບສ.​ອາ​ເມ​ລິ​ກາ ຫລຸດ​ໜ້ອຍຖອຍ​ລົງ./

KPL

ຂ່າວອື່ນໆ

ads
ads

Top