ຂປລ
ກະຊວງ ການຄ້າ ກຳປູເຈຍ ເປີດເຜີຍວ່າ ປະລິມານການຄ້າ ກຳປູເຈຍ ກັບ ປະເທດ ສະມາຊີກອາຊຽນ ເພີ່ມຂຶ້ນສູງເຖິງ 1,228 ໝື່ນລ້ານໂດລາສະຫະລັດ ໃນໄລຍະ 9 ເດືອນຜ່ານມາ , ເພີ່ມຂຶ້ນ 4,78% ເມື່ອທຽບປີຕໍ່ປີ.
ຂປລ. ສຳນັກຂ່າວ ອິນໂຟເຄວສ ລາຍງານ ວ່າ: ກະຊວງ ການຄ້າ ກຳປູເຈຍ ເປີດເຜີຍວ່າ ປະລິມານການຄ້າ ກຳປູເຈຍ ກັບ ປະເທດ ສະມາຊີກອາຊຽນ ເພີ່ມຂຶ້ນສູງເຖິງ 1,228 ໝື່ນລ້ານໂດລາສະຫະລັດ ໃນໄລຍະ 9 ເດືອນຜ່ານມາ , ເພີ່ມຂຶ້ນ 4,78% ເມື່ອທຽບປີຕໍ່ປີ.
ໃນໄລຍະເດືອນ ມັງກອນ-ເດືອນກັນຍາ ປີນີ້, ກຳປູເຈຍ ສົ່ງອອກ ສິນຄ້າ ບັນລຸ ມູນຄ່າ 4,47 ຕື້ໂດລາສະຫະລັດ ໄປຍັງ ປະເທດອື່ນໆ ໃນອາຊຽນ, ເພີ່ມຂຶ້ນ 17,5% ເມື່ອທຽບປີຕໍ່ປີ, ໃນຂະນະທີ່ ຍອດການນຳເຂົ້າ ລວມມີ 7,81 ຕື້ໂດລາສະຫະລັດ, ຫລຸດລົງ 1,35%. ປະລິມານການຄ້າຂອງ ກຳປູເຈຍ ກັບ ປະເທດອາຊຽນ ກວມເອົາ 25,6% ຂອງ ປະລິມານ ການຄ້າທັງໝົດ ຂອງ ປະເທດ, ໂດຍມີ ມູນຄ່າລວມ 4,789 ໝື່ນລ້ານໂດລາ ສະຫະລັດ ໃນໄລຍະ 9 ເດືອນຂອງປີ 2025ນີ້./
KPL