ຄະນະພັກຮາກຖານກອງພັນເຄມີ 15 ສະຫລຸບການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023

23/05/2024 20:24
Email Print 1544
ຂປລ ຂປລ. ຄະນະພັກຮາກຖານກອງພັນເຄມີ 15 ຈັດກອງປະຊຸມສະຫລຸບ ຖອດຖອນບົດຮຽນ ການປັບປຸງກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ແລະ ວາງທິດທາງແຜນ ການ ປະຈໍາປີ 2024 ໃນວັນທີ 23 ພຶດສະພາ 2024 ໂດຍການເປັນ ປະທານຂອງ ສະຫາຍ ພັນໂທ ຄຳເຜີຍ ສິມມາໄລ ຮອງຫົວໜ້າກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກຮາກຖານ, ບັນດາຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ.



ຂປລ. ຄະນະພັກຮາກຖານກອງພັນເຄມີ
15 ຈັດກອງປະຊຸມສະຫລຸບ ຖອດຖອນບົດຮຽນ ການປັບປຸງກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ແລະ ວາງທິດທາງແຜນ ການ ປະຈໍາປີ 2024 ໃນວັນທີ 23 ພຶດສະພາ 2024 ໂດຍການເປັນ ປະທານຂອງ ສະຫາຍ ພັນໂທ ຄຳເຜີຍ ສິມມາໄລ ຮອງຫົວໜ້າກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກຮາກຖານ, ບັນດາຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ.



ສະຫາຍ ພັນໂທ ສະຫວັດ ສິດທິເດດ ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງ ກອງພັນ ເຄມີ
15 ໄດ້ຜ່ານບົດສະຫລຸບຕີລາຄາຄຸນນະພາບ ການກໍ່ສ້າງກົມກອງ-ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ໂດຍໄດ້ສັງຮວມດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບາງບົດ ຮຽນທີ່ຖອດຖອນໄດ້ ເຊິ່ງໄລຍະຜ່ານມາ, ຄະນະພັກທຸກຂັ້ນ ໄດ້ເອົາໃຈໃສ່ຈັດຕັ້ງຄົ້ນຄວ້າເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບວິໃນຂອງກອງທັບ, ດຳເນີນຊີວິດການເມືອງຢ່າງກວ້າງຂວາງ ແລະ ເລິກເຊິ່ງ; ຈັດປາຖະກະຖາມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ ເພື່ອສ້າງຜົນງານຂ່ຳນັບຮັບຕ້ອນວັນສໍາຄັນຕ່າງໆ ຢ່າງເປັນຂະບວນຟົດຟື້ນ; ຄະນະພັກ, ພະນັກງານ-ສະມາຊິກພັກມີຄວາມເປັນເອກະພາບສູງ ຕໍ່ແນວທາງນະໂຍບາຍຂອງພັກ, ຢຶດໝັ້ນຕໍ່ອຸດົມ ການຂອງພັກ, ມີຄວາມ ສາມັກຄີເປັນເອກະພາບພາຍໃນແໜ້ນແຟ້ນ, ເຄົາລົບ ແລະ ປະຕິບັດລະບຽບກົດໝາຍ, ລະບຽບວິໄນຂອງກອງທັບຢ່າງເຂັ້ມງວດ; ແຕ່ລະໜ່ວຍພັກ ໄດ້ຍົກສູງສະຕິລະວັງຕົວກົນອຸບາຍ ທໍາລາຍມ້າງເພຂອງສັດຕູ, ນໍາພາຈັດຕັ້ງລະບອບ ປະຈຳການຈັດຕັ້ງປ້ອງກັນເປົ້າໝາຍສຳຄັນຕ່າງໆ ມີຄວາມສະຫງົບປອດໄພ 100%. ຜ່ານການຈັດຕັ້ງປະຕິບັດຂະບວນການກໍ່ສ້າງໜ່ວຍພັກ ສາມາດສ້າງໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ທົ່ວກອງພັນເຄມີ 15 ມີ 5 ໜ່ວຍພັກ. ໃນນີ້, ມີໜ່ວຍພັກທີ່ຖືກຮັບຮອງ ເປັນໜ່ວຍປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດຕໍ່ກັນ 4 ສະໄໝ 4 ໜ່ວຍພັກ ແລະ 3 ສະໄໝຕິດຕໍ່ກັນ 1 ໜ່ວຍພັກ.

 

ໃນພິທີ, ຍັງໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ
, ໜັກແໜ້ນໃຫ້ບັນດາໜ່ວຍພັກ ທີ່ຂຶ້ນຄະນະພັກຮາກຖານກັບກອງພັນເຄມີ 15 ແລະ ມອບຫລຽນໄຊພິລະອາດຫານຊັ້ນ II ຈໍານວນ 10 ສະຫາຍ, ຫລຽນໄຊພິລະອາດຫານຊັ້ນ III ຈໍານວນ 24 ສະຫາຍ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 9 ສະຫາຍ ແລະ ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ 10 ສະຫາຍ ໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ.

ຂ່າວ: ຄຳອ້າຍ ທອງວັນ

KPL

ຂ່າວອື່ນໆ

    • ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນພື້ນຖານຂອງຊາດ ການເມືອງ

      ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນພື້ນຖານຂອງຊາດ

      9/5/2024 3:09:30 PM

      ຂປລ. ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນສິງຫາ 2024 ຈັດ​ຂຶ້ນ​ໃນວັນທີ 3-4 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານຄະນະປະຈໍາສະພາແຫ່ງຊາດ, ມີບັນດາຮອງປະທານ ແລະ ກຳມະການຄະນະປະຈໍາສະພາແຫ່ງຊາດ, ບັນດາ ລັດຖະ ມົນຕີ ແລະ ຮອງລັດຖະມົນຕີ ກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ຫົວໜ້າ ອອປສ ກ່າວປາໄສ ໃນເວທີປຶກສາຫາລື ເສດຖະກິດພາກຕາເວັນອອກ 2024 ທີ່ຣັດເຊຍການເມືອງ

      ຫົວໜ້າ ອອປສ ກ່າວປາໄສ ໃນເວທີປຶກສາຫາລື ເສດຖະກິດພາກຕາເວັນອອກ 2024 ທີ່ຣັດເຊຍ

      9/5/2024 3:04:36 PM

      ຂປລ. ໃນລະຫວ່າງວັນທີ 1-6 ກັນຍາ 2024 ນີ້, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ ເຄື່ອນໄຫວເຮັດວຽກທາງການ ຢູ່ ສະຫະພັນຣັດເຊຍ ​ແລະ ໃນວັນທີ 5 ກັນຍາ 2024, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວ​ທີປຶກສາຫາລື ເສດ​ຖະ​ກິດພາກ​ຕາ​ເວັນ​ອອກ (EEF) 2024 ທີ່ຈັດໂດຍອົງການໄອຍະການສູງສຸດ ແຫ່ງ ສ ຣັດເຊຍ ທີ່ນະຄອນວາລາດີວອສຕ໊ອກ

    • ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂອ້ລົມພະນັກງານການນໍາແຂວງເຊກອງການເມືອງ

      ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂອ້ລົມພະນັກງານການນໍາແຂວງເຊກອງ

      9/5/2024 2:25:02 PM

      ຂ​ປລ. ໃນໂອກາດເຄື່ອນໄຫວເຮັດວຽກຢູ ແຂວງເຊກອງ, ວັນທີ 4 ກັນຍາ 2024 ນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ພົບປະໂອ້ລົມພະນັກງານການນໍາແຂວງເຊກອງ ໂດຍມີ ສະຫາຍ ເຫລັກ ໄຫລ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ ແລະ ຫົວໜ້າພະແນກການອອມຂ້າງແຂວງ ໃຫ້ການຕ້ອນຮັບ.

    • ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ ອຄ ແຂວງສາລະວັນ ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າການເມືອງ

      ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ ອຄ ແຂວງສາລະວັນ ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າ

      9/4/2024 5:07:11 PM

      ຂປລ. ໃນໂອກາດລົງເຄື່ອນໄຫວເຮັດວຽກຢູ່ ແຂວງສາລະວັນ ໃນວັນທີ 3 ກັນຍາ 2024 ຜ່ານມາ, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພົບປະໂອ້ລົມພະ ນັກງານຫລັກແຫລ່ງ ພະແນກອຸດສາຫະກໍາ ແລະ ການຄ້າ(ອຄ) ແຂວງ ໂດຍທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າ ທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ໃຫ້ຄົ້ນຄວ້າ ແລະ ຊອກເງື່ອນໄຂຢ່າງເລິກເຊິ່ງຕໍ່ການນຳເຂົ້າປະເພດສິນຄ້າຕ່າງໆ, ສິ່ງໃດຄວນຫລີກເວັ້ນ ແລະ ສິ່ງໃດຄວນຊຸກຍູ້ສົ່ງເສີມ

    • ແຈ້ງການກະຊວງການຕ່າງປະເທດການເມືອງ

      ແຈ້ງການກະຊວງການຕ່າງປະເທດ

      9/4/2024 5:01:31 PM

      ຂປລ. ຕອບສະໜອງຕາມຄຳເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມຢາມລັດຖະກິດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແຕ່ວັນທີ 10-13 ກັນຍາ 2024

ads
ads

Top