ຈີເຈັດ ກຽມປ່ອຍນ້ຳມັນ ສຳຮອງສູງສຸດ 100 ລ້ານຖັງ

05/10/2026 11:05
ຂປລ ຖະແຫລງການຮ່ວມ ຂອງ ຜູ້ນຳ ກຸ່ມປະເທດຈີເຈັດ (G7) ໄດ້ເຜີຍແຜ່ ໂດຍທຳນຽບ ເອລີເຊ ຂອງ ຝຣັ່ງ ລະບຸວ່າ: ກຸ່ມ G 7 ຈະແຈກຢາຍ ນ້ຳມັນ ກາຊວນ ແລະ ນ້ຳມັນ ສຳຮອງ ປະເພດອື່ນໆ ບັນລຸເຖິງ 100 ລ້ານຖັງ ໃນໄລຍະ 4 ເດືອນ ຕໍ່ໜ້າ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ຖະແຫລງການຮ່ວມ ຂອງ ຜູ້ນຳ ກຸ່ມປະເທດຈີເຈັດ (G7) ໄດ້ເຜີຍແຜ່ ໂດຍທຳນຽບ ເອລີເຊ ຂອງ ຝຣັ່ງ ລະບຸວ່າ: ກຸ່ມ G 7 ຈະແຈກຢາຍ ນ້ຳມັນ ກາຊວນ ແລະ ນ້ຳມັນ ສຳຮອງ ປະເພດອື່ນໆ ບັນລຸເຖິງ 100 ລ້ານຖັງ ໃນໄລຍະ 4 ເດືອນ ຕໍ່ໜ້າພາຍໃຕ້ ການປະສານງານ ກັບ ອົງການ ພະລັງງານ ສາກົນ (IEA).

ໃນຂະນະດຽວກັນ, ຜູ້ນຳກຸ່ມ G7 ໄດ້ຈັດກອງປະຊຸມ ທາງອອນລາຍ ເພື່ອປຶກສາຫາລື  ວິທິການຮັບມືກັບ ບັນຫາ ຄວາມໝັ້ນຄົງ ດ້ານພະລັງງານ ທີ່ ເພີ່ມທະວີຂຶ້ນ. ຖະແຫລງການ ລະບຸວ່າ ກຸ່ມ G7 ຈະປະສານ ຕາຕະລາງ ການບຳລຸງ ຮັກສາ ໂຮງກັ່ນ ນ້ຳມັນ ຂອງ ປະເທດ ສະມາຊິກ ເພື່ອຫລີກລ່ຽງ ການຢຸດ ກຳລັງ ການຜະລິດ ພ້ອມກັນຫລາຍແຫ່ງ ແລະ ເພີ່ມອັດຕາ ການໃຊ້ ກຳລັງການກັ່ນ ຊົ່ວຄາວ ເທົ່າທີ່ຈະສາມາດເຮັດໄດ້.

ນອກຈາກນີ້, ການນຳດັ່ງກ່າວ ຍັງເນັ້ນໜັກວ່າ ກຸ່ມ G7 ຈະຫລີກລ່ຽງ ການໃຊ້ ມາດຕະການ ຈຳກັດ ການສົ່ງອອກ ພະລັງງານ ແລະ ຜະລິດຕະພັນ ພະລັງງານ ລະຫວ່າງ ປະເທດ ສະມາຊິກ ພ້ອມກັນນັ້ນ ຍັງທັງຮຽກຮ້ອງໃຫ້ ຜູ້ຜະລິດທຸກລາຍ ຫລີກລ່ຽງ ການອອກຄຳສັ່ງ ຫ້າມສົ່ງອອກ ຊຶ່ງອາດຈະ ເຮັດໃຫ້ ສະຖານະການ ໃນຕະຫລາດ ພະລັງງານ ເຄັ່ງຕຶງຂຶ້ນກວ່າເກົ່າ./

KPL

ຂ່າວອື່ນໆ

ads
ads

Top