ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 23

05/10/2026 11:18
Email Print 1775
ຂປລ ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ຂອງຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23 ຈັດຂຶ້ນໃນຕອນບ່າຍວັນທີ 1 ຕຸລາ 2026 ທີ່ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເອກສິຣິ ປິນທະຣຸຈິ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄັ້ງນີ້ ໄດ້ປຶກສາຫາລືເພື່ອກະກຽມຄວາມພ້ອມຮອບດ້ານໃຫ້ແກ່ກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 23 ທີ່ຈະຈັດຂຶ້ນໃນວັນທີ 2 ຕຸລາ 2026 ທັງທາງດ້ານພາລະທິການ ແລະ ດ້ານເນື້ອໃນ. ໃນນີ້, ໄດ້ມີການຮ່ວມກັນທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 22 ທີ່ໄດ້ຈັດຂຶ້ນໃນປີ 2021. ຕະຫຼອດໄລຍະ 5 ປີຜ່ານມາ ການຮ່ວມມືຂອງສອງປະເທດແມ່ນມີຄວາມຄືບໜ້າເປັນຮູບປະທຳຫຼາຍໆດ້ານ, ທັງໝົດນັ້ນລ້ວນແຕ່ປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີລະຫວ່າງສອງປະເທດໃຫ້ມີບາດກ້າວອັນໃໝ່ທີ່ດີຍິ່ງຂຶ້ນ.

ກອງປະຊຸມຍັງໄດ້ປຶກສາຫາລືການກຳນົດທິດທາງແຜນການຮ່ວມມືລະຫວ່າງສອງຝ່າຍ ລາວ-ໄທ ໃນຊຸມປີຕໍ່ໜ້າ ແລະ ກ້າວໄປສູ່ການສ້າງບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 23 ໃຫ້ໄດ້ຢ່າງສົມບູນ ເຊິ່ງຈະເປັນພື້ນຖານອັນສຳຄັນໃຫ້ແກ່ການຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ກໍຄືການເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງສອງປະເທດ ເພື່ອພ້ອມກັນພັດທະນາຢ່າງບໍ່ຢຸດຢັ້ງ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄັ້ງນີ້, ໄດ້ດຳເນີນດ້ວຍບັນຍາກາດອັນດີ, ມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ກົງໄປກົງມາ ແລະ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ໃນຕອນເຊົ້າວັນດຽວກັນ, ຍັງໄດ້ມີກອງປະຊຸມ 3 ກຸ່ມຍ່ອຍຄື: ກຸ່ມດ້ານການເມືອງ ແລະ ຄວາມໝັ້ນຄົງ; ກຸ່ມດ້ານເສດຖະກິດ ແລະ ກຸ່ມດ້ານສັງຄົມ ແລະ ການພັດທະນາ (ວັດທະນະທຳ-ສັງຄົມ) ເພື່ອທົບທວນຜົນການຈັດຕັ້ງຜັນຂະຫຍາຍບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືລາວ-ໄທ ຄັ້ງທີ 22, ພ້ອມທັງປຶກສາຫາລືຮ່ວມກັນໃນການກຳນົດແຜນການຮ່ວມມືໃນຊຸມປີຕໍ່ໜ້າດ້ວຍຄວາມເອົາໃຈໃສ່ ແລະ ກົງໄປກົງມາ.

ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ; ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ຫົວໜ້າ ຄອສພ ຕ້ອນຮັບທູດອົດສະຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາການເມືອງ

      ຫົວໜ້າ ຄອສພ ຕ້ອນຮັບທູດອົດສະຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

      11/5/2026 9:33:55 AM

      ວັນທີ 4 ພະຈິກ 2026 ນີ້, ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ ເນື່ອງໃນໂອກາດສຳເລັດການປະຕິບັດໜ້າທ່ີການທູດຢູ່ລາວ.

    • ນາຍົກລັດຖະມົນຕີ ຕ້ອນຮັບຜູ້ບັນຊາການທະຫານສູງສຸດ ສສ ມຽນມາການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບຜູ້ບັນຊາການທະຫານສູງສຸດ ສສ ມຽນມາ

      11/5/2026 9:29:53 AM

      ໃນຕອນເຊົ້າຂອງວັນທີ 4 ພະຈິກ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 3-6 ພະຈິກ 2026.

    • ສະພາແຫ່ງຊາດ ລາວ-ຫວຽດນາມ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍການເມືອງ

      ສະພາແຫ່ງຊາດ ລາວ-ຫວຽດນາມ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

      11/5/2026 9:25:57 AM

      ວັນທີ 3 ພະຈິກ 2026 ທີ່ນະຄອນຫລວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງ ຊາດ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະຢ່າງເປັນທາງການກັບ ສະຫາຍ ເຈີນ ແທັງເໝີ້ນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ຫວຽດນາມ ໃນໂອກາດເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຊຶ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດ ພາຍຫລັງໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດລາວ ຊຸດທີ X.

    • ປະກາດຄະນະບໍລິຫານງານຄະນະກຳມະການໂອລິມປິກແຫ່ງຊາດລາວ ຊຸດທີ IXການເມືອງ

      ປະກາດຄະນະບໍລິຫານງານຄະນະກຳມະການໂອລິມປິກແຫ່ງຊາດລາວ ຊຸດທີ IX

      11/4/2026 12:10:18 PM

      ພິທີປະກາດຄະນະບໍລິຫານງານ ຄະນະກຳມະການໂອແລມປິກແຫ່ງຊາດລາວ ຊຸດທີ IX ຈັດຂຶ້ນໃນ ວັນທີ 30 ຕຸລາ 2026 ຜ່ານມາ, ຢุ่ນະຄອນ ຫລວງວຽງຈັນ ໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຖືກແຕ່ງຕັ້ງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ຊຸດທີ IX .

    • ເຜີຍແຜ່ມະຕິກອງປະຊຸມຄົຍຄະນະສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງພັກການເມືອງ

      ເຜີຍແຜ່ມະຕິກອງປະຊຸມຄົຍຄະນະສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງພັກ

      11/4/2026 11:43:10 AM

      ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດຕັ້ງເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິ ຫານງານສູນກາງພັກ ສະໄໝທີ XII ໃນວັນທີ 3 ພະຈິກ 2026, ໃຫ້ກຽດເຜີຍແຜ່ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າ ຄອສພ, ມີບັນດາຮອງຫົວໜ້າ ຄອສພ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກອ້ອມຂ້າງ ຄອສພ ເຂົ້າຮ່ວມ.

ads
ads

Top