ລາຄາ ອາຫານໂລກ ເພີ່ມຂຶ້ນສູງສຸດ ໃນຮອບເກືອບ 4 ປີ

05/10/2026 11:05
ຂປລ ອົງການ ອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ລາຍງານວ່າ: ໃນເດືອນກັນຍາ, ດັດຊະນີ ລາຄາ ອາຫານ ທົ່ວໂລກ ຂອງ ອົງການ ສະເລ່ຍ ລວມມີ 136.0 ຈຸດ ເພີ່ມຂຶ້ນ ຈາກຕົວເລກ ເດືອນສິງຫາ ທີ່ປັບແກ້ແລ້ວ ຈໍານວນ 134.0 ຈຸດ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານິ້, ອົງການ ອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ລາຍງານວ່າ:  ໃນເດືອນກັນຍາ,  ດັດຊະນີ ລາຄາ ອາຫານ ທົ່ວໂລກ ຂອງ ອົງການ ສະເລ່ຍ ລວມມີ 136.0 ຈຸດ ເພີ່ມຂຶ້ນ ຈາກຕົວເລກ ເດືອນສິງຫາ ທີ່ປັບແກ້ແລ້ວ  ຈໍານວນ 134.0 ຈຸດ ຊຶ່ງເປັນ ການປັບຕົວຂຶ້ນ ສູ່ລະດັບສູງສຸດ ໃນຮອບເກືອບ 4 ປີ ນັບຕັ້ງແຕ່ ເດືອນພະຈິກ 2022 ຜ່ານມາ,  ທ່າມກາງບັນຫາ  ດ້ານການຂົນສົ່ງ ແລະ ຄວາມກັງວົນ ກ່ຽວກັບ ສະພາບອາກາດ. ດັດຊະນີລາຄາ ອ້າງອີງ ຕາມທັນຍາພືດ, ນ້ຳຕານ ແລະ ນ້ຳມັນພືດ ກໍ່ມີການ ປັບຕົວສູງຂຶ້ນ ໃນເດືອນກັນຍາ ຂະນະທີ່ ລາຄາຊິ້ນສັດ ແລະ ຜະລິດຕະພັນນົມຫລຸດລົງ.

ທ່ານ ມັກຊິໂມ ໂຕເຣໂຣ (Maximo Torero) ຫົວໜ້າ ນັກເສດຖະສາດ ຂອງ ອົງການ ກ່າວວ່າ: ອຸປະສັກດ້ານການຂົນສົ່ງ ໃນຊ່ອງແຄບຮໍມຸດ ແລະ ທະເລດຳ ປະກອບກັບ ຜົນກະທົບ ຈາກສະພາບ ອາກາດ ພວມສ້າງແຮງກົດດັນ ຕໍ່ຕົ້ນທຶນ ພະລັງງານ, ການຂົນສົ່ງ ແລະ ສິນຄ້າ ອາຫານສຳຄັນ. ຖ້າຫາກ ສະຖານະການ ດັ່ງກ່າວ ແກ່ຍາວ ອາດຈະສົ່ງຜົນໃຫ້ ລາຄາອາຫານ ສຳລັບ ຜູ້ບໍລິໂພກ ປັບຕົວສູງຂຶ້ນ ໂດຍສະເພາະ ຢູ່ໃນ ບັນດາ ປະເທດ ທີ່ຕ້ອງເພິ່ງພາ ການນຳເຂົ້າອາຫານ ແລະ ພະລັງງານ./

KPL

ຂ່າວອື່ນໆ

ads
ads

Top