ສ.ອາເມລິກາ ປະກາດ ຈ່າຍເງິນຊ່ວຍຄ່າເບ້ຍປະກັນ ສຸຂະພາບ 90 ໂດລາຕໍ່ຄົນ

05/10/2026 11:05
ຂປລ ປະທານາທິບໍດີ ໂດນັນ ທຣຳ (Donald Trump) ຂອງ ສ.ອາເມລິກາ ລະບຸວ່າ ລັດຖະບານ ຈະຈ່າຍເງິນຄັ້ງດຽວ ຈຳນວນ 90 ໂດລາ ສະຫະລັດ ໃຫ້ແກ່ ລົງທະບຽນ ໃນໂຄງການ ປະກັນ ສຸຂະພາບ ເມດິແຄຣ (Medicare) ຫລາຍກວ່າ 20 ລ້ານຄົນ

ຂປລ. ສຳນັກຂ່າວ ອິນໂຟເຄວສ, ເມື່ອບໍ່ດົນມານີ້, ປະທານາທິບໍດີ ໂດນັນ ທຣຳ (Donald Trump) ຂອງ ສ.ອາເມລິກາ ລະບຸວ່າ ລັດຖະບານ ຈະຈ່າຍເງິນຄັ້ງດຽວ ຈຳນວນ 90 ໂດລາ ສະຫະລັດ ໃຫ້ແກ່ ລົງທະບຽນ ໃນໂຄງການ ປະກັນ ສຸຂະພາບ ເມດິແຄຣ (Medicare) ຫລາຍກວ່າ 20 ລ້ານຄົນ ເພື່ອຊ່ວຍ ຊົດເຊີຍ ຄ່າເບ້ຍປະກັນສຸຂະພາບ ລາຍເດືອນ.

ໂດຍທຳນຽບຂາວ ລະບຸວ່າ ໂດຍສະເພາະ ຜູ້ສູງອາຍຸ ມີສິດສ່ວນໃຫຍ່ ຈະໄດ້ຮັບເງິນ ດັ່ງກ່າວ ຜ່ານການໂອນເຂົ້າບັນຊີ ໂດຍກົງ ໃນໄລຍະ ຕົ້ນເດືອນຕຸລາ ສ່ວນຜູ້ທີ່ບໍ່ໄດ້ລົງທະບຽນ ຮັບເງິນຜ່ານ ການໂອນ ເຂົ້າບັນຊີ ຈະໄດ້ຮັບເຊັກສົ່ງໄປຍັງ ທີ່ຢູ່ທາງໄປສະນີ ທີ່ ລົງທະບຽນໄວ້ ກັບ ໂຄງການ Medicare.

ຈຳນວນ 90 ໂດລາ ສະຫະລັດ ດັ່ງກ່າວ ຈະມາຈາກ ກອງທຶນ ປັບປຸງ ເມດິແຄຣ (Medicare Improvement Fund) ຊຶ່ງລະບຸວ່າ ໄດ້ຮັບງົບປະມານ 2 ຕື້ໂດລາ ສະຫະລັດ ຈາກ ສະພາ ຕໍ່ສ.ອາເມລິກາ ເພື່ອປັບປຸງ ໂຄງການ Medicare ແບບຄິດຄ່າ ບໍລິການ ຕາມການໃຊ້ງານ (fee-for-service).

ການປະກາດ ດັ່ງກ່າວ ມີຂຶ້ນ ກ່ອນການເລືອກຕັ້ງ ກາງເທີມ (Midterm elections) ໃນເດືອນພະຈິກ ຊຶ່ງຈະເປັນການ ຄັດເລືອກ ສຽງສ່ວນຫລາຍ ໃນສະພາຕໍ່າ. ປັດຈຸບັນ ພັກຣີພັບລິກັນ ຍາດເອົາສຽງສ່ວນຫລາຍ ໃນສະພາຜູ້ແທນປະຊາຊົນ ແລະ ສະພາສູງ ໃນອັດຕາສ່ວນທີ່ບໍ່ຫລາຍ. ມາດຕະການ ຈ່າຍເງິນໃນຄັ້ງນີ້ ເປັນໜຶ່ງ ໃນມາດຕະການ ດ້ານການເງິນ ຫລາຍລາຍການ ທີ່ ທ່ານໂດນັນ ທຣຳປະກາດ ກ່ອນການເລືອກຕັ້ງ ໃນຂະນະທີ່ ຊາວສ.ເມລິກາ ພວມຜະເຊີນກັບ ຄ່າຄອງຊີບ ແລະ ລາຄາ ພະລັງງານ ທີ່ສູງຂຶ້ນ ຊຶ່ງເຊື່ອມໂຍງກັບ ສົງຄາມ ລະຫວ່າງ ສ.ອາເມລິກາ ແລະ ອິດສະຣາແອນ ກັບ ອີຣານ. /

KPL

ຂ່າວອື່ນໆ

ads
ads

Top