ສ.ອາເມລິກາ ມີການຈ້າງງານ ເພີ່ມຂຶ້ນພຽງ 29.000 ຕຳແໜ່ງ

05/10/2026 11:05
ຂປລ ກະຊວງ ແຮງງານ ສ.ອາເມລິກາ ເປີດເຜີຍວ່າ: ຕົວເລກ ການຈ້າງງານ ນອກພາກ ການກະເສດ ເພີ່ມຂຶ້ນພຽງແຕ່ 29.000 ຕໍາແໜ່ງ ໃນເດືອນກັນຍາ ຊຶ່ງເປັນຕົວເລກຕ່ຳກວ່າ ທີ່ກຳນົດໄວ້ ຂອງ ນັກວິເຄາະ ທີ່ ລະດັບ 89.000 ຕໍາແໜ່ງ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ແຮງງານ ສ.ອາເມລິກາ ເປີດເຜີຍວ່າ: ຕົວເລກ ການຈ້າງງານ ນອກພາກ ການກະເສດ ເພີ່ມຂຶ້ນພຽງແຕ່ 29.000 ຕໍາແໜ່ງ ໃນເດືອນກັນຍາ ຊຶ່ງເປັນຕົວເລກຕ່ຳກວ່າ ທີ່ກຳນົດໄວ້ ຂອງ ນັກວິເຄາະ ທີ່ ລະດັບ 89.000 ຕໍາແໜ່ງ, ສ່ວນອັດຕາ ການຫວ່າງງານ ເພີ່ມຂຶ້ນໄປສູ່ ລະດັບ 4,2%, ໃນຂະນະທີ່ ນັກວິເຄາະຄາດວ່າ ຈະຢຸດຈຶ້ງ ຢູ່ໃນລະດັບ 4,1%.

ນອກຈາກນີ້, ກະຊວງ ແຮງງານ ສ.ອາເມລິກາ ໄດ້ປັບຕົວເລກ ການຈ້າງງານ ໃນເດືອນສິງຫາ ເພີ່ມຂຶ້ນ 133.000 ຕຳແໜ່ງ ຈາກເດີມທີ່ເຄີຍກຳນົດໄວ້ 162.000 ຕຳແໜ່ງ. ໃນຂະນະທີ່ ພາກ ເອກະຊົນ ມີການຈ້າງງານ ເພີ່ມຂຶ້ນ 46.000ຕຳແໜ່ງ ໃນເດືອນກັນຍາ, ຊຶ່ງພາກລັດ ມີການຈ້າງງານ ຫລຸດລົງ 17.000 ຕໍາແໜ່ງ. ສ່ວນຕົວເລກ ຄ່າຈ້າງລາຍຊົ່ວໂມງ ໂດຍສະເລ່ຍ ແຮງງານ ເພີ່ມຂຶ້ນ 3,0% ໃນເດືອນກັນຍາ ເມື່ອທຽບແບບລາຍປີ ຊຶ່ງເປັນ ຕົວເລກ ຕ່ຳກວ່າ ນັກວິເຄາະທີ່ກຳນົດໄວ້  3,2% ແລະ ເພີ່ມຂຶ້ນ 0,1% ເມື່ອທຽບໃສ່ ລາຍເດືອນ ຕ່ຳ./

KPL

ຂ່າວອື່ນໆ

ads
ads

Top