ກ່ອນເປີດຂະບວນ ວສຊ ຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບ ໄດ້ກະກຽມຄວາມພ້ອມຫລາຍດ້ານ

21/05/2024 14:34
Email Print 17483
ຂປລ ຂປລ. ກ່ອນເປີດຂະບວນການ ວັນສັກຢາກັນພະຍາດແຫ່ງຊາດ (ວສຊ) ໝາກແດງນ້ອຍ-ໝາກແດງໃຫຍ່ ໃນຄັ້ງນີ້, ທາງຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບ ພະແນກສາທາລະນະສຸກ ແຂວງຄໍາມ່ວນ ໄດ້ມີການກະກຽມຄວາມພ້ອມຫລາຍດ້ານ ເປັນຕົ້ນ ແມ່ນການຂຶ້ນແຜນຈຸລະພາກ ທາງດ້ານງົບປະມານ, ຢາວັກຊີນ ແລະ ອຸປະກອນ, ປະສານ ແລະ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເກັບກຳເປົ້າໝາຍເດັກອາຍຸ 9 ເດືອນ ຫາ 59 ເດືອນ 37.718 ຄົນ



ຂປລ. ກ່ອນເປີດຂະບວນການ ວັນສັກຢາກັນພະຍາດແຫ່ງຊາດ (ວສຊ) ໝາກແດງນ້ອຍ-ໝາກແດງໃຫຍ່ ໃນຄັ້ງນີ້, ທາງຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບ ພະແນກສາທາລະນະສຸກ ແຂວງຄໍາມ່ວນ ໄດ້ມີການກະກຽມຄວາມພ້ອມຫລາຍດ້ານ ເປັນຕົ້ນ ແມ່ນການຂຶ້ນແຜນຈຸລະພາກ ທາງດ້ານງົບປະມານ
, ຢາວັກຊີນ ແລະ ອຸປະກອນ, ປະສານ ແລະ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເກັບກຳເປົ້າໝາຍເດັກອາຍຸ 9 ເດືອນ ຫາ 59 ເດືອນ 37.718 ຄົນ, ຝຶກອົບຮົມທາງດ້ານວິຊາການໃຫ້ຂັ້ນເມືອງ ແລະ ສຸກສາລາ, ກະກຽມທີມແພດ ແລະ ກຳນົດຈຸດບໍລິການສັກຢາວັກຊີນ.

ທ່ານ ສົມບູນ ຄຳພິທູນ ຫົວໜ້າຂະແໜງອານາໄມ ແລະ ສົ່ງເສີມສຸຂະພາບ, ພະແນກສາທາລະນະສຸກແຂວງ ຄຳມ່ວນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນພິທີເປີດຂະບວນການວັນສັກຢາແຫ່ງຊາດ ເພື່ອກຳຈັດພະຍາດໝາກແດງນ້ອຍ ແລະ ໝາກແດງໃຫຍ່ ໃນວັນທີ 20 ພຶດສະພາ 2024 ວ່າ: ກ່ອນເປີດຂະບວນການ ວັນສັກຢາກັນພະຍາດແຫ່ງຊາດ ໝາກແດງໃຫຍ່-ໝາກແດງນ້ອຍ ໃນຄັ້ງນີ້, ຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບໄດ້ມີການກະກຽມຄວາມພ້ອມຫລາຍດ້ານ ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວ ບັນລຸຄາມຄາດໝາຍທີ່ວາງໄວ. ພ້ອມນີ້, ໄລຍະທີ່ເປີດຂະ ບວນການດັ່ງກ່າວ ແຕ່ວັນທີ 20-30 ພຶດສະພາ ນີ້, ຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບ ຈະເອົາໃຈໃສ່ ລົງຊຸກຍູ້ຕິດຕາມຢ່າງໃກ້ສິດ ກັບທີ່ມງານແພດທີ່ລົງບໍລິການ ສັກຢາວັກຊີນກັນພະຍາດ ຢູ່ແຕ່ລະຈຸດບໍລິການໃນແຕ່ລະມື້ ເພື່ອຕິດຕາມຜົນຂອງ ການບໍລິການເປັນແນວໃດ, ມີເປົ້າໝາຍມາຮັບບໍລິການຄົບ ຫລື ບໍ່ຄົບ, ຕ້ອງໃຫ້ຮູ້ຖ້າມີບັນຫາ ຫຫລື ສີ່ງທ້າທາຍຕ່າງໆເກີດຂຶ້ນ ພວກເຮົາຈະໄດ້ສົມທົບກັບ ພາກສ່ວນກ່ຽວຂ້ອງຊ່ວຍກັນແກ້ໄຂ ແລະ ລາຍງານໃຫ້ຂັ້ນເທິງທັນເວລາ ເຊິ່ງທົ່ວແຂວງຄໍາມ່ວນ ມີຈຸດໃຫ້ບໍລິການສັກຢາທັງໝົດ 102 ຈຸດ ແລະ ທີມແພດລົງບໍລິການທັງໝົດ 170 ທີມ.

ທ່ານ ສົມບູນ ຄຳພິທູນ ຍັງໄດ້ໃຫ້ຮູ້ຕື່ມວ່າ: ການປຸກລະດົມ ແລະ ໂຄສະນາສຸກຂະສຶກສາໃຫ້ປະຊາຊົນ ຮັບຮູ້ທົ່ວເຖິງໃນວັນສໍາຄັນດັ່ງກ່າວນີ້, ຂະແໜງອານາໄມ ແລະ ສົ່ງເສີມສຸຂະພາບ ໄດ້ມີການໂຄສະນາຫລາຍຮູບແບບ ເປັນຕົ້ນ ແມ່ນລົງໂຄສະນາ ສຸກຂະສຶກສາ ຕາມຈຸດຕ່າງໆ ແລະ ເລັງໃສ່ບັນດາບ້ານທີ່ບໍ່ໃຫ້ການຮ່ວມມື ໃນໄລຍະຜ່ານມາ, ຕິດປ້າຍໂຄສະນາ, ແຈກຢາຍໂປຣສະເຕີ , ແຜນພັບ, ໂຄສະນາທາງໂທລະພາບ, ວິທະຍຸກະຈາຍສຽງ, ໂທລະໂຄ່ງຂອງບ້ານ ແລະ ທາງສື່ອອນລາຍຕ່າງໆ ເພື່ອເຮັດໃຫ້ວັນສັກຢາ ກັນພະຍາດແຫ່ງຊາດໃນຄັ້ງນີ້ ເປັນວັນສໍາຄັນ, ເປັນຂະບວນຟົດຟື້ນຢ່າງກວ້າງຂວາງ, ໃຫ້ທຸກພາກສ່ວນເຂົ້າໃຈ ແລະ ມີສ່ວນຮ່ວມນໍາກັນ ຈຶ່ງຈະເຮັດໃຫ້ແຂວງຄໍ່ມ່ວນ ບັນລຸຕາມເປົ້າໝາຍ 95% ຂຶ້ນໄປ.

ຂ່າວ-ພາບ: ວຽງສະຫວັນ

KPL

ຂ່າວອື່ນໆ

    • ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວສາທາລະນະສຸກ

      ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວ

      3/20/2025 2:52:37 PM

      ຂປລ. ສະຖານທູດຢີ່ປຸ່ນປະຈໍາລາວ ຈັດກິດຈະກຳໃຫ້ສື່ມວນຊົນລາວ ໄປຢ້ຽມຢາມບັນດາໂຄງການທີ່ລັດ ຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ໃນຂະແໜງການຮ່ວມມືດ້ານເສດຖະກິດ ຢູ່ໃນນະຄອນຫລວງວຽງຈັນ (ນວ) ໃນວັນທີ 19 ມີນາ 2027 ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024ສາທາລະນະສຸກ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024

      2/13/2025 2:51:34 PM

      ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເຜີຍແຜ່ ກົດໝາຍ 3 ສະບັບ ໃນຂົງເຂດສາທາລະນະສຸກສາທາລະນະສຸກ

      ເຜີຍແຜ່ ກົດໝາຍ 3 ສະບັບ ໃນຂົງເຂດສາທາລະນະສຸກ

      10/15/2024 2:49:38 PM

      ຂປລ. ກະຊວງ​ສາທາລະນະ​ສຸກ ຈັດເຜີຍແຜ່ກົດໝາຍ ໃນຂົງເຂດສາທາລະນະສຸກ ຈໍານວນ 3 ສະບັບ. ​ໃນ​ນັ້ນ, ​ເປັນ​ກົດໝາຍສະບັບໃໝ່ 2 ສະບັບ ຄື: ກົດໝາຍ ວ່າດ້ວຍສາທາລະນະສຸກ ແລະ ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ແລະ ສະບັບປັບປຸງ 1 ສະບັບ ຄື ກົດໝາຍ ວ່າດ້ວຍການປິ່ນປົວ ​ໃນ​ວັນ​ທີ 15 ຕຸລາ 2024 ທັງ​ນີ້, ກໍ​ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບສາທາລະນະສຸກ ຂອງ ສປປ ລາວ, ຍົກສູງສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ.

    • ສາທາລະນະສຸກເມືຶຶອງທຸລະຄົມສຸມໃສ່ 4 ແຜນວຽກສຳຄັນ ສາທາລະນະສຸກ

      ສາທາລະນະສຸກເມືຶຶອງທຸລະຄົມສຸມໃສ່ 4 ແຜນວຽກສຳຄັນ

      8/26/2024 11:46:41 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ຫ້ອງການສາ ທາລະນະສຸກ ເມືອງທຸລະຄົມແຂວງ ວຽງຈັນ ຈະສຸມໃສ່ 4 ແຜນວຽກ ສໍາຄັນ ສໍາລັບ 6 ເດືອນທ້າຍປີ 2024 ເປັນຕົ້ນ ຍົກສູງຄຸນນະພາບ ທາງດ້ານວຽກງານການເມືອງ- ແນວຄິດ, ຄຸນສົມບັດຈັນຍາທຳແພດ ປະຊາຊົນ, ວຽກງານວິຊາການທາງ ດ້ານການແພດ ແລະ ເພີ່ມທະວີການ ຄຸ້ມຄອງພະນັກງານ ສາທາລະນະ ສຸກທຸກຂັ້ນ

    • ຮອງນາຍົກລັດຖະມົນຕີ ຊີ້ນຳວຽກຄວບຄຸມພະຍາດໄຂ້ຍຸງລາຍສາທາລະນະສຸກ

      ຮອງນາຍົກລັດຖະມົນຕີ ຊີ້ນຳວຽກຄວບຄຸມພະຍາດໄຂ້ຍຸງລາຍ

      8/14/2024 7:41:56 PM

      ຂປລ. ວັນທີ 13 ສິງຫາ 2024 ນີ້, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມ ຕໍ່ກອງປະຊຸມປຶກສາຫາລື ແລະ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ກັນ ແລະ ຄວບຄຸມໄຂ້ຍຸງລາຍ ປີ 2024 ແລະ ທິດທາງຕໍ່ໜ້າ ໂດຍມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ຮອງເຈົ້າຄອງນະຄອນຫລວງວຽງຈັນ

ads
ads

Top