ເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

22/09/2026 09:00
ຂປລ ກອງປະຊຸມເຜີຍແຜ່ເອກະສານ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຈັດຂຶ້ນໃນວັນທີ 21 ກັນຍາ 2026 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງລັດຖະມົນຕີ, ປະທານຄະນະກຳມະການປົກຄອງແຂວງ, ຫົວໜ້າກົມ, ຫົວໜ້າພະແນກການຂັ້ນທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ສະເໜີເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະ 2027-2030 ຊຶ່ງການສ້າງວາລະແຫ່ງຊາດ ແມ່ນເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເພື່ອລະດົມກຳລັງແຮງສັງລວມ ໃນການແກ້ໄຂຄວາມທຸກຍາກ, ສ້າງພື້ນຖານໂຄງລ່າງຢູ່ເຂດຊົນນະບົດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ຈຸດປະສົງຂອງວາລະແຫ່ງຊາດ ເພື່ອກຳນົດແຜນວຽກງານຕົວຈິງທີ່ເປັນບຸລິມະສິດ ແລະ ຈຳເປັນຮີບດ່ວນ ໃນການປຸກລະດົມກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນຂອງທົ່ວສັງຄົມ ເຂົ້າໃນການແກ້ໄຂຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ເພື່ອກ້າວໄປສູ່ຄວາມຢູ່ດີກິນດີ, ສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 100.000 ຄອບຄົວ (ເພື່ອດຶງອັດຕາຄວາມທຸກຍາກໃຫ້ຫຼຸດລົງເຫຼືອພຽງໜຶ່ງຕົວເລກ); ສ້າງບ້ານພົ້ນທຸກໃຫ້ໄດ້ຫຼາຍກວ່າ 1.000 ບ້ານ, ສ້າງເມືອງພົ້ນທຸກໃຫ້ໄດ້ຫຼາຍກວ່າ 25 ເມືອງ, ພ້ອມທັງສ້າງບ້ານຈຸດສຸມຕົວແບບຢ່າງໜ້ອຍແຂວງລະ 4-5 ບ້ານ. ນອກຈາກນີ້, ຍັງສຸມໃສ່ສ້າງອາຊີບ, ເຂົ້າເຖິງລະບົບປົກປ້ອງສັງຄົມ, ພັດທະນາພື້ນຖານໂຄງລ່າງ, ຈັດສັນພູມລຳເນົາ ແລະ ປັບປຸງລະບົບການເມືອງຢູ່ຮາກຖານໃຫ້ເຂັ້ມແຂງ.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ກ່າວວ່າ: ວຽກງານການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກ ແມ່ນໜຶ່ງໃນວຽກງານຍຸດທະສາດທີ່ສຳຄັນທີ່ສຸດຂອງພັກ ແລະ ລັດຖະບານ ນັບຕັ້ງແຕ່ສະຖາປະນາ ສປປ ລາວ ເປັນຕົ້ນມາ. ຈຸດປະສົງຫຼັກ ເພື່ອຫຼຸດຜ່ອນຄວາມແຕກໂຕນ ລະຫວ່າງຕົວເມືອງ ແລະ ຊົນນະບົດ, ພ້ອມທັງນຳພາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ. ພັກ-ລັດ ໄດ້ຖືເອົາວຽກງານດັ່ງກ່າວ ເປັນວຽກບຸລິມະສິດແຖວໜ້າຕະຫຼອດມາ ໂດຍໄດ້ອອກຫຼາຍມະຕິ, ຄຳສັ່ງ ແລະ ນະໂຍບາຍທີ່ສຳຄັນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ. ໃນນັ້ນ, ນະໂຍບາຍທີ່ໂດດເດັ່ນທີ່ສຸດໃນໄລຍະຜ່ານມາ ແມ່ນວຽກງານກໍ່ສ້າງຮາກຖານການເມືອງ ທີ່ຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ທິດນຳ “3 ສ້າງ” ກໍຄື ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ຊຶ່ງເປັນກົນໄກຫຼັກໃນການລົງເລິກການພັດທະນາສູ່ຮາກຖານໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ. ວຽກງານດັ່ງກ່າວ ບໍ່ພຽງແຕ່ເປັນບຸລິມະສິດແຖວໜ້າ ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຕ່ຍັງເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນອັນແຮງກ້າ ແລະ ຄວາມຮັບຜິດຊອບທາງການເມືອງອັນສູງສົ່ງ ຂອງພັກ ແລະ ລັດຖະບານ ໃນຖານະເປັນສະມາຊິກທີ່ຕັ້ງໜ້າຂອງປະຊາຄົມໂລກ ຕໍ່ກັບການຈັດຕັ້ງປະຕິບັດວາລະ 2030 ຂອງອົງການສະຫະປະຊາຊາດ (UN) ວ່າດ້ວຍເປົ້າໝາຍການພັດທະນາແບບຍືນຍົງ (SDGs). ພວກເຮົາໄດ້ຫັນເອົາບັນດາເປົ້າໝາຍຂອງ UN ໂດຍສະເພາະແມ່ນ SDG ທີ 1: ການລຶບລ້າງຄວາມທຸກຍາກໃນທຸກຮູບແບບ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ລວມເຖິງການກຳນົດເປົ້າໝາຍ SDG ອື່ນໆ.

ທ່ານນາຍົກລັດຖະມົນຕີ ໄດ້ກ່າວຕື່ມວ່າ: ເພື່ອບັນລຸຄາດໝາຍອັນຍິ່ງໃຫຍ່ນີ້, ຈະໄດ້ສຸມໃສ່ 5 ວຽກຈຸດສຸມ ຄື: ສຸມໃສ່ສ້າງອາຊີບ ແລະ ແຫຼ່ງລາຍຮັບທີ່ໝັ້ນຄົງ ຕິດພັນກັບການຈັດສັນພູມລຳເນົາ ໂດຍຊຸກຍູ້ການເຮັດກະເສດສຸມ, ກະເສດປະສົມປະສານ ແລະ ການຜະລິດເປັນສິນຄ້າ; ເລັ່ງພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຢູ່ຊົນນະບົດ ໂດຍສະເພາະແມ່ນເສັ້ນທາງຄົມມະນາຄົມ, ໄຟຟ້າ, ນ້ຳສະອາດ, ການສຶກສາ ແລະ ສາທາລະນະສຸກ; ເລັ່ງສ້າງຄວາມເຂັ້ມແຂງໃຫ້ແກ່ການປົກຄອງທ້ອງຖິ່ນ ຕິດພັນກັບການຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ເພື່ອສ້າງນັກພັດທະນາກອນກັບທີ່ ໃຫ້ຮາກຖານມີຄວາມເຂັ້ມແຂງ; ສຸມໃສ່ຂົນຂວາຍ ແລະ ຍາດແຍ່ງແຫຼ່ງທຶນ ຈາກງົບປະມານລັດ, ພາກທຸລະກິດ, ສັງຄົມ ແລະ ອົງການຈັດຕັ້ງສາກົນ ເພື່ອສຸມໃສ່ການພັດທະນາຢ່າງມີຈຸດສຸມ ແລະ ຫຼີກລ່ຽງການເອື່ອຍອີງແຕ່ງົບປະມານລັດພຽງດ້ານດຽວ; ສ້າງ ແລະ ປັບປຸງນິຕິກຳ, ກົນໄກການຄຸ້ມຄອງ ລວມເຖິງການພັດທະນາຖານຂໍ້ມູນຄວາມທຸກຍາກແຫ່ງຊາດ ໃຫ້ທັນສະໄໝ ເພື່ອຮັບປະກັນການຊ່ວຍເຫຼືອໃຫ້ຖືກເປົ້າໝາຍ ແລະ ມີຄວາມໂປ່ງໃສ. ສິ່ງທີ່ພວກເຮົາຕ້ອງໄດ້ພ້ອມກັນສຸມໃສ່ແກ້ໄຂຢ່າງເດັດຂາດ ແລະ ຈິງຈັງແມ່ນ ການຫັນປ່ຽນວິຖີການດຳລົງຊີວິດ, ການຜະລິດ ແລະ ການສ້າງເສດຖະກິດຊົນນະບົດໃຫ້ເຂັ້ມແຂງ ເພື່ອສ້າງອາຊີບ ແລະ ແຫຼ່ງລາຍຮັບທີ່ໝັ້ນຄົງ; ການພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ ເພື່ອເຊື່ອມໂຍງຊຸມຊົນຊົນນະບົດ ແລະ ອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າ; ການຍົກລະດັບຄຸນນະພາບຊີວິດດ້ານການສຶກສາ, ສາທາລະນະສຸກ ແລະ ໂພຊະນາການ; ການສ້າງຄວາມເຂັ້ມແຂງໃຫ້ລະບົບການເມືອງຢູ່ຮາກຖານ ຕິດພັນກັບວຽກງານ 3 ສ້າງ; ການຄຸ້ມຄອງຊັບພະຍາກອນ, ທີ່ດິນທຳມາຫາກິນ ແລະ ການເກັບກູ້ລະເບີດຕົກຄ້າງ.

ສະຫຼຸບແລ້ວ, ທັດສະນະຂອງການນຳພາຂອງພັກ-ລັດ ຕໍ່ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ບໍ່ໄດ້ແຍກອອກຈາກວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແມ່ນການພັດທະນາແບບກວມລວມ ແລະ ຍືນຍົງ ທີ່ເອົາປະຊາຊົນເປັນໃຈກາງ, ການແກ້ໄຂຄວາມທຸກຍາກ ບໍ່ແມ່ນໜ້າທີ່ຂອງກະຊວງ ຫຼື ຂະແໜງການໃດໜຶ່ງ, ແຕ່ແມ່ນຄວາມຮັບຜິດຊອບລວມ ຂອງທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ທີ່ຈະຕ້ອງໄດ້ພ້ອມກັນຜ່ານຜ່າ ແລະ ທຸກພາກສ່ວນຕ້ອງຫັນປ່ຽນຈິນຕະນາການ, ເຮັດແທ້ທຳຈິງ, ມີການປະສານງານທີ່ກົມກຽວ ແລະ ນຳໃຊ້ຊັບພະຍາກອນທີ່ມີຈຳກັດ ໃຫ້ມີປະສິດທິຜົນສູງສຸດ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ: ພວກເຮົາຈະສາມາດຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນເລື້ອຍໆ, ປະເທດຊາດຈະກ້າວອອກຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວສູ່ຄວາມຈະເລີນຮຸ່ງເຮືອງສີວິໄລ ຕາມຈຸດໝາຍທີ່ ພັກ-ລັດ ໄດ້ຕັ້ງເປົ້າໝາຍເອົາໄວ້.

ຂ່າວ-ພາບ: ບຸນອຸ້ມ

KPL

ຂ່າວອື່ນໆ

ads
ads

Top