49 ປີ ສສ ຫວຽດນາມ ຮ່ວມເດີນທາງພ້ອມກັບ ສະຫະປະຊາຊາດ

22/09/2026 06:25
ຂປລ ວັນທີ 20 ກັນຍານີ້ ແມ່ນວັນສະເຫລີມ ສະຫລອງ 49 ປີແຫ່ງວັນ ສສ ຫວຽດນາມ ເຂົ້າເປັນສະມາຊິກທີ 149 ຂອງສະຫະປະຊາຊາດ(ສປຊ) ຢ່າງເປັນທາງການ

ຂປລ.ວິທະຍຸ ກະຈ່າຍສຽງ ຫວຽດນາມ,ວັນທີ 20 ກັນຍານີ້ ແມ່ນວັນສະເຫລີມ ສະຫລອງ 49 ປີແຫ່ງວັນ ສສ ຫວຽດນາມ ເຂົ້າເປັນສະມາຊິກທີ 149 ຂອງອົງການສະຫະປະຊາຊາດ(ສປຊ) ຢ່າງເປັນທາງການ (ວັນທີ 20 ກັນຍາ 1977 – ວັນທີ 20 ກັນຍາ 2026). ວັນນີ້ ໄດ້ສ້າງຂີດໝາຍທີ່ສຳຄັນ ໃນວິວັດການເຊື່ອມໂຍງ ເຂົ້າກັບສາກົນຂອງ ສສ ຫວຽດນາມ. ພາຍ​ຫລັງ ເຂົ້າ​ເປັນ​ສະ​ມາ​ຊິກ ອົງການ ສະຫະປະຊາຊາດ, ສສ ຫວຽດນາມ ສາມາດ​ຍາດ​ແຍ່ງ​ ໄດ້ຄວາມ​ເຫັນ​ດີ ​ເຫັນ​ພ້ອມ​ ແລະ ການ​ສະ​ໜັບ​ສະ​ໜູນ ​ຂອງ​ບັນ​ດາ ປະເທດສະມາຊິກ ​ເພື່ອ​ໃຫ້​ກອງ​ປະ​ຊຸມ ​ສະ​ມັດ​ຊາ​ໃຫຍ່ ​ສະ​ຫະ​ປະ​ຊາ​ຊາດ ​ຄັ້ງທີ 32 (ປີ 1977) ຮັບ​ຮອງ​ເອົາ​ ມະ​ຕິ​ເລກ​ທີ 32/2 ຮຽກຮ້ອງ ໃຫ້ບັນດາປະເທດ, ອົງການຈັດຕັ້ງສາກົນອຸ​ປະ​ຖຳ, ໜູນ​ຊ່ວຍ ສສ ຫວຽດນາມ ກໍ່ສ້າງປະເທດຄືນໃໝ່ ​ພາຍຫລັງ ສົງຄາມ. ໃນ​ຊຸມປີຕໍ່​ມາ, ​ບັນ​ດາໂຄງການຮ່ວມມືກັບ ລະບົບພັດທະນາ ຂອງ​ອົງການ ສະ​ຫະ​ປະ​ຊາ​ຊາດ ​ໄດ້​ປະ​ກອບ​ສ່ວນເຂົ້າ ໃນການສະໜອງທຶນ, ​ພູມ​ປັນ​ຍາ, ເຕັກ​ນິກ ແລະ ​ບົດ​ຮຽນສາກົນ ໃຫ້ແກ່ ​ວິ​ວັດ​ການພັດທະນາ ເສດຖະກິດ - ສັງຄົມ ຂອງ ສສ ຫວຽດນາມ. ສສ ຫວຽດນາມ ກໍ່​ນັບ​ມື້​ນັບເຂົ້າຮ່ວມ​ ຢ່າງ​ເລິກ​ເຊິ່ງ ແລະ ປະກອບສ່ວນ ຢ່າງ ແທດຈິງ​ເຂົ້າ​ໃນວຽກງານ​ລ​ວ​ມ ​ຂອງອົງການສະຫະປະຊາຊາດ, ​ນັບແຕ່ການຮັກສາ ສັນຕິພາບ, ການຮັບປະກັນສິດທິມະນຸດ, ​ການ​ໜູນ​ຊ່ວຍມະນຸດສະທຳ, ການພັດທະນາແບບ ຍືນຍົງ ຕະ​ຫລອດ​ຮອດການ​ຮັບ​ມື​ກັບ ​ບັນ​ດາສິ່ງທ້າທາຍທົ່ວໂລກ; ພ້ອມ​ກັນ​ນັ້ນ ​ກໍ່ເຂົ້າຮ່ວມວິ​ວັດ​​ການ​ສ້າງຂໍ້ກຳນົດກົດລະບຽບ, ມາດຕະຖານ ແລະ ​ໂຄງ​ການ​ດຳ​ເນີນ​ງານ ​ຂອງ​ອົງ​ການເທື່ອລະກ້າວ. ເລື່ອງເຂົ້າຮ່ວມ ​ທີ່​ນັບ​ມື້​ນັບຕັ້ງໜ້າ, ເປັນ​ເຈົ້າ​ການ​ຢູ່ ອົງການສະຫະປະຊາຊາດ ໄດ້​ປະ​ກອບ​ສ່ວນ​ຊ່ວຍ​ໃຫ້ ສສ ຫວຽດນາມ ເຮັດ​ໃຫ້ການພົວພັນຕ່າງປະເທດ ​ນັບທັງດ້ານຫລາຍຝ່າຍ ແລະ ສອງຝ່າຍເລິກ​ເຊິ່ງ​ຂຶ້​ນ​ຕື່ມ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top