ຄະນະຊ່ຽວຊານການແພດເສນາຮັກ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງມາເຖິງ ນວ

08/09/2026 12:00
Email Print 6321
ຂປລ ວັນທີ 6 ກັນຍາ 2026 ນີ້, ຄະນະຊ່ຽວຊານການແພດເສນາຮັກ ກອງທັບປົດປ່ອຍປະຊາຊົນຈີນ ຂະບວນລົດໄຟສັນຕິພາບ 2026 ໄດ້ເດີນທາງຮອດສະຖານີລົດໄຟນະຄອນຫລວງວຽງຈັນ (ນວ).

     ຂປລ.  ເພື່ອເຂົ້າຮ່ວມການຝຶກຊ້ອມຮ່ວມກອງທັບ ລາວ-ຈີນ ພາຍໃຕ້ລະຫັດ: ຂະບວນລົດໄຟສັນຕິພາບ 2026 ເພື່ອຊ່ວຍເຫລືອມະນຸດສະທໍາ ແລະ ການບໍລິການດ້ານການແພດຂອງສອງກອງທັບ ລາວ-ຈີນ ໂດຍໄດ້ຕ້ອນຮັບຢ່າງສົມກຽດຈາກ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ຜູ້ຊີ້ນໍາວຽກງານເສນາຮັກກອງທັບປະຊາຊົນລາວ, ມີ ສະຫາຍ ພັນເອກ ພິເສດ ອຸຕານ ຫົວໜ້າຄະນະຊີ້ນໍາປະສານງານຝ່າຍຈີນ ກົມເສນາຮັກ, ກົມຮັບປະກັນພະລາທິການ, ຄະນະກຳມະການທະຫານສູນກາງກອງທັບປົດປ່ອຍປະຊາຊົນຈີນ, ສະຫາຍ ພັນເອກ ພິເສດ ຊົ່ງ ໄສຜິງ ຫົວໜ້າກອງແພດລົດໄຟເສນາຮັກຮອງອໍານວຍການໂຮງໝໍເລກ 2 ມະຫາວິທະຍາໄລການແພດກອງທັບບົກ ສປ ຈີນ, ທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈໍາ ສປປ ລາວ ເຂົ້າຮ່ວມ.

     ໂອກາດນີ້, ສະຫາຍ ພົນຈັດ ຕະວາ ບົວສິງ ອິນທະວົງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ກ່າວຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງເຖິງມູນເຊື້ອຄວາມສາມັກຄີຮັກແພງ ລະຫວ່າງ ສອງຊາດ, ສອງພັກ, ສອງກອງທັບ ກໍຄື ສອງເຫລົ່າຮົບເສນາຮັກ ກອງທັບປະຊາຊົນລາວກັບກອງທັບປົດປ່ອຍປະຊາຊົນຈີນ ໃຫ້ນັບມ້ືເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ຈຸດປະສົງການມາເຄື່ອນໄຫວວຽກງານໃນຄັ້ງນີ້, ເພື່ອຈັດຕັ້ງປະຕິບັດແຜນການລວມໃນການຮ່ວມມດ້ານການທະຫານ ລະຫວ່າງ ສອງກອງທັບລາວ-ຈີນ ໃຫ້ເປັນຮູບປະທຳ, ລົງເລິກຂະຫຍາຍການຮ່ວມມືທາງດ້ານສາທາລະນະສຸກ ລະຫວ່າງ ສອງກອງທັບລາວ-ຈີນ ໃຫ້ປະກົດຜົນເປັນຈິງ, ຍົກລະດັບຄວາມສາມາດ ໃນການຮ່ວມກັນບັນຊາວຽກງານເສນາຮັກ-ພະລາທິການ ແລະ ຮ່ວມກອບກູ້ຊ່ວຍເຫລືອ ລະຫວ່າງ ສອງກອງທັບໃຫ້ສູງຂຶ້ນ ແລະ ເພື່ອສ້າງເປັນແບບແຜນສະເພາະໃຫ້ແກ່ການແລກປ່ຽນຮ່ວມມືດ້ານການແພດການທະຫານ ລະຫວ່າງສອງຝ່າຍ, ທັງເປັນການສືບຕໍ່ເສີມຂະຫຍາຍໄມຕິຈິດມິດຕະພາບອັນເປັນມູນເຊື້ອຂອງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໄປ, ຊຸກຍູ້ການພົວພັນມິດຕະພາບຂອງສອງປະເທດ, ສອງກອງທັບໃຫ້ປະກົດຜົນເປັນຈິງ.

ຂ່າວ-ພາບ: ຄໍາປະສົງ ລາດຊະວົງ

KPL

ຂ່າວອື່ນໆ

    • ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງໂຮງໝໍນ້ອຍຢູ່ແຂວງໄຊຍະບູລີສາທາລະນະສຸກ

      ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງໂຮງໝໍນ້ອຍຢູ່ແຂວງໄຊຍະບູລີ

      10/21/2026 9:49:13 AM

      ເມື່ອບໍ່ດົນມານີ້, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອລ້າມູນຄ່າ 109.000 ໂດລາສະຫະລັດ ເພື່ອປະຕິບັດ “ໂຄງການກໍ່ສ້າງໂຮງໝໍນ້ອຍຫ້ວຍຂົວຫຼວງ ໃນແຂວງໄຊຍະບູລີ”

    • ອົງການກາແດງແຫ່ງຊາດລາວເຄື່ອນໄຫວຮັບບໍລິຈາກເລືອດຢູ່ ຮວຜທສາທາລະນະສຸກ

      ອົງການກາແດງແຫ່ງຊາດລາວເຄື່ອນໄຫວຮັບບໍລິຈາກເລືອດຢູ່ ຮວຜທ

      10/21/2026 9:31:36 AM

      ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໄດ້ເຄື່ອນໄຫວຮັບບໍລິຈາກເລືອດແບບສະໝັກໃຈຢູ່ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ໃນວັນທີ 20 ຕຸລາ 2026 ໂດຍມີ ສະຫາຍ ພັນໂທ ທອງສຸກ ອຸດົມພອນ ຮອງຫົວໜ້າຫ້ອງພະລາທິການ-ເຕັກນິກ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ສະຫາຍ ພັນໂທ ເພັດສະໝອນ ແກ້ວສຸວັນ ຜູ້ປະສານງານວຽກງານບໍລິຈາກເລືອດຂອງກອງທັບ, ທ່ານ ສຸລິນ ສີປະມວນ ຫົວໜ້າພະແນກເກັບຮັກສາ ແລະ ແຈກຈ່າຍເລືອດ, ພ້ອມດ້ວຍພະນັກງານ-ນັກຮົບ, ນ້ອງນັກຮຽນ, ສະມາຊິກຊາວໜຸ່ມ-ແມ່ຍິງ ເຂົ້າຮ່ວມ.

    • ຄະນະຜູ້ແທນກະຊວງສາທາລະນະສຸກເຂົ້າຮ່ວມກອງປະຊຸມການແພດພື້ນເມືອງໂລກ ປີ 2026ສາທາລະນະສຸກ

      ຄະນະຜູ້ແທນກະຊວງສາທາລະນະສຸກເຂົ້າຮ່ວມກອງປະຊຸມການແພດພື້ນເມືອງໂລກ ປີ 2026

      10/21/2026 9:24:44 AM

      ໃນອາທິດຜ່ານມາ, ທີ່ນະຄອນຫຼວງປັກກິ່ງ ສປ ຈີນ, ທ່ານ ວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມການແພດພື້ນເມືອງໂລກ ປີ 2026 (The World Conference on Traditional Medicine 2026), ມີຜູ້ຕາງໜ້າການນຳກະຊວງສາທາລະນະສຸກ, ອົງການຈັດຕັ້ງສາກົນ, ສະຖາບັນການສຶກສາ, ສະຖາບັນຄົ້ນຄວ້າ, ຊ່ຽວຊານ, ນັກຄົ້ນຄວ້າ ແລະ ພາກສ່ວນທຸລະກິດຈາກທົ່ວໂລກ ເຂົ້າຮ່ວມ.

    • ກຽມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ 17-24 ຕຸລາສາທາລະນະສຸກ

      ກຽມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ 17-24 ຕຸລາ

      10/19/2026 9:59:20 AM

      ໃນທຸກໆປີ ສປປ ລາວ ໄດ້ຮ່ວມກັບປະຊາຄົມໂລກ ພ້ອມກັນສະເຫຼີມສະຫຼອງວັນສຳຄັນທີ່ຕິດພັນກັບວຽກງານດັ່ງກ່າວ ຊຶ່ງອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກຳນົດເອົາວັນທີ 16 ຕຸລາ ຂອງທຸກໆປີ ເປັນວັນອາຫານໂລກ ເລີ່ມແຕ່ປີ 1980 ແລະ ໄດ້ກຳນົດເອົາວັນທີ 17 ຕຸລາ ເປັນວັນສາກົນ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ແລະ ສປປ ລາວ ກໍໄດ້ກຳນົດເອົາວັນທີ 17-24 ຕຸລາ ຂອງທຸກໆປີ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.

    • ເປີດບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາໃຫ້ຜູ້ອາຍຸສູງໂດຍບໍ່ເສຍຄ່າສາທາລະນະສຸກ

      ເປີດບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາໃຫ້ຜູ້ອາຍຸສູງໂດຍບໍ່ເສຍຄ່າ

      10/14/2026 9:54:29 AM

      ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ຮ່ວມກັບບັນດາອົງການຈັດຕັ້ງສາກົນ ຈັດກິດຈະກຳບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາໃຫ້ຜູ້ສູງອາຍຸໂດຍບໍ່ເສຍຄ່າ, ກິດຈະກຳກວດວັດແທກສາຍຕາໂດຍບໍ່ເສຍຄ່າ (ຟຣີ) ໃຫ້ແກ່ປະຊາຊົນຜູ້ທີ່ມີບັນຫາທາງສາຍຕາ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງການປົກຄອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ດຣ. ນາງ ສຸລິພອນ ສຸດາຈັນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ບົວໃສ ລຸນນະວົງສາ ຄະນະປະຈຳພັກເມືອງ, ປະທານຄະນະກຳມະການປົກຄອງເມືອງຫາດຊາຍຟອງ, ທ່ານ ດຣ. ຄຳຄູນ ໂຫຼານຸພາບ ຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາ, ພ້ອມດ້ວຍພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ads
ads

Top