ຂປລ
ນັບແຕ່ ການທຸລະກຳ ຕົ້ນອາທິດ ໃນວັນທີ 21 ກັນຍາ, ຫລັກຊັບ ຫວຽດນາມ ໂດຍອົງການຈັດອັນດັບດັດຊະນີ ຫລັກຊັບສາກົນ (FTSE Russell) ໄດ້ຫັນຈາກກຸ່ມຕະຫລາດຊາຍຂອບໄປສູ່ຕະຫລາດ ທີ່ຫາກໍ່ພົ້ນເດັ່ນຂຶ້ນຂັ້ນສອງ ຢ່າງເປັນທາງການ, ໂດຍເປັນທີ່ຕັ້ງເຊິ່ງຕະຫລາດຫລັກຊັບ ຫວຽດນາມ ໄດ້ເດີນຕາມເປັນເວລາ ເກືອບ 1 ທົດສະວັດຜ່ານມາ.

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ນັບແຕ່ ການທຸລະກຳ ຕົ້ນອາທິດ ໃນວັນທີ 21 ກັນຍາ, ຫລັກຊັບ ຫວຽດນາມ ໂດຍອົງການຈັດອັນດັບດັດຊະນີ ຫລັກຊັບສາກົນ (FTSE Russell) ໄດ້ຫັນຈາກກຸ່ມຕະຫລາດຊາຍ ຂອບໄປສູ່ຕະຫລາດ ທີ່ຫາກໍ່ພົ້ນເດັ່ນຂຶ້ນຂັ້ນສອງ ຢ່າງເປັນທາງການ, ໂດຍເປັນທີ່ຕັ້ງເຊິ່ງຕະຫລາດຫລັກຊັບ ຫວຽດນາມ ໄດ້ເດີນຕາມເປັນເວລາ ເກືອບ 1 ທົດສະວັດຜ່ານມາ. ຕາມການຄາດຄະເນ, ການຍົກລະດັບຂັ້ນດັ່ງກ່າວ ຈະສາມາດນຳມາເຊິ່ງແຫລ່ງເງິນລົງທຶນສາກົນ ປະມານ 3,4 ຕື້ໂດລາສະຫະລັດ ເຂົ້າຫຸ້ນ ຫວຽດນາມ. ທ່ານ ທາຍວັນຈວຽນ, ຜູ້ອຳນວຍການໃຫຍ່ບໍລິສັດ ຫຸ້ນສ່ວນ ແທ່ງແທ່ງກົງ, ບຽນຮວ່າ, ແບ່ງປັນວ່າ:“ບັນດາກອງທຶນລົງທຶນ ທີ່ເຂົ້າຮ່ວມ ບໍ່ພຽງແຕ່ໃຫ້ຄວາມສົນໃຈເຖິງປັດໄຈດັດຊະນີ ດ້ານການເງິນເທົ່ານັ້ນ ຫາກຍັງສົນໃຈເຖິງ ການພັດທະນາແບບຍືນຍົງ ອີກດ້ວຍ. ເຂົາເຈົ້າສົນໃຈເຖິງ ບັນດາວິສາຫະກິດ ຈະເຮັດແນວໃດ ຈຶ່ງສາມາດເຄື່ອນໄຫວ ESG. ເມື່ອພວກເຮົາມີບັນດາວິສາຫະກິດທີ່ໄດ້ນຳໃຊ້ ແລະ ເຄົາລົບປະຕິບັດຕາມເປັນຢ່າງດີນັ້ນ, ເຂົາເຈົ້າຈະມີຄວາມເອົາໃຈໃສ່ ແລະ ລົງທຶນດີຂຶ້ນ”.ເຖິງຢ່າງໃດກໍ່ຕາມ, ໄປຄຽງຄູ່ກັບ ຄວາມສາມາດດຶງດູດແຫລ່ງທຶນ, ວິວັດການຍົກລະດັບຂັ້ນຂຶ້ນ ກໍ່ຍັງວາງອອກຄວາມຮຽກຮ້ອງສືບຕໍ່ ສ້າງກົນໄກເຄື່ອນໄຫວ, ຍົກສູງຄຸນນະພາບ ການປະກາດຂໍ້ມູນ ແລະ ລະດັບການປົກປ້ອງນັກລົງທຶນໃຫ້ສົມບູນແບບ./.
ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL